ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ.

ຍສໝ - ໃນການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ແຈ້ງຂ່າວກ່ຽວກັບສະພາບ ແລະ ຄວາມບຸກບືນໃນວຽກງານປ້ອງກັນເຊື້ອພະຍາດ Covid-19.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ພົນໂທ ໂງຊວັນລິກ ພົບປະສອງຝ່າຍກັບ ລັດຖະມົນຕີກະຊວງປ້ອງກັນປະເທດລາວ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ພົນໂທ ໂງຊວັນລິກ ພົບປະສອງຝ່າຍກັບ ລັດຖະມົນຕີກະຊວງປ້ອງກັນປະເທດລາວ

ຍສໝ - ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເປັນປະທານອາຊຽນ ໃນປີ 2020 ຂອງ ຫວຽດນາມ, ກົນໄກການຮ່ວມມືຂອງ ADMM ແລະ ADMM + ຈະສືບຕໍ່ຢືນຢັນບົດບາດສຳຄັນຂອງຕົນໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.

ມອບຫຼຽນໄຊມິດຕະພາບຂອງຫວຽດນາມ ແລະ ລາວໃຫ້ແກ່ຜູ້ນຳຂອງກອງທັບສອງປະເທດ

ມອບຫຼຽນໄຊມິດຕະພາບຂອງຫວຽດນາມ ແລະ ລາວໃຫ້ແກ່ຜູ້ນຳຂອງກອງທັບສອງປະເທດ

ຍສໝ - ຕອນເຊົ້າວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ສສ.ຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດ ສປປ.ລາວ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບຢ່າງສົມກຽດ ຂອງລັດ ຫວຽດນາມ ແລະ ລັດລາວ ໃຫ້ໝູ່ຄະນະນຳ ແລະ ບຸກຄົນທີ່ມີຜົນງານດີເດັ່ນຂອງສອງປະເທດ.

ການເຈລະຈາລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ແຂວງຫຼວງພະບາງ - ລາວ

ການເຈລະຈາລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ແຂວງຫຼວງພະບາງ - ລາວ

ຫວ່າງແລ້ວນີ້, ທ່ານ ພົນຈັດຕະວາ ດັ້ງກວາງມິງ, ຮັກສາການຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການທະຫານ ແຂວງ ຫຼວງພະບາງ ໂດຍການຕ້ອນຮັບ ຂອງ ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຫຼວງພະບາງ.

ຂະແໜງການບິນ ປະເທດລາວ ກຳລັງຈະເປີດເສັ້ນທາງການບິນ ວຽງຈັນ - ດານັງ

ຂະແໜງການບິນ ປະເທດລາວ ກຳລັງຈະເປີດເສັ້ນທາງການບິນ ວຽງຈັນ - ດານັງ

ຍສໝ - ສາຍການບິນທີ່ໂດຍລັດຖະບານລາວ ກຳລັງກະກຽມເປີດເສັ້ນທາງການບິນໃໝ່ ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນດານັງ ຂອງປະເທດຫວຽດນາມ ແຕ່ວັນທີ 29 ມີນາ, ມີ 3 ຖ້ຽວບິນຕໍ່ອາທິດ ແລະ ຈະເພີ່ມຂື້ນຕາມຄວາມຕ້ອງການຂອງຜູ້ໂດຍສານ.

ການພົບປະເຈລະຈາ ລະຫວ່າງ ກຸ່ມຊ່ຽວຊານຊາຍແດນ ຫວຽດນາມ - ລາວ ທີ່ນະຄອນຫຼວງວຽງຈັນ

ການພົບປະເຈລະຈາ ລະຫວ່າງ ກຸ່ມຊ່ຽວຊານຊາຍແດນ ຫວຽດນາມ - ລາວ ທີ່ນະຄອນຫຼວງວຽງຈັນ

ຍສໝ - ແຕ່ວັນທີ 11-12 ກຸມພາ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ຈັດຂື້ນກອງປະຊຸມພົບປະເຈລະຈາຄະນະຜູ້ແທນຊ່ຽວຊານຊາຍແດນຫວຽດນາມ - ລາວ ເພື່ອແລກປ່ຽນເນື້ອໃນການກະກຽມໃຫ້ແກ່ ກອງປະຊຸມທົບທວນສອງຝ່າຍ ເພື່ອຜັນຂະຫຍາຍຮູບແບບການກວດກາ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ຢູ່ດ່ານປະຕູຊາຍແດນສາກົນລາວບາວ (ແຂວງກວາງຈີ້, ປະເທດຫວຽດນາມ) - ແດນສາຫວັນ (ແຂວງສະຫວັນນະເຂດ, ປະເທດລາວ).

ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ

ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ

ຍສໝ -ວັນທີ 11 ກຸມພາ, ທ່ານ ໂຕເລີມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຄຳມ່ວນ.

ກະຊວງຕຳຫຼວດ ຫວຽດນາມ ຮ່ວມມື ກັບກະຊວງປ້ອງກັນຄວາມສະຫງົບລາວ

ກະຊວງຕຳຫຼວດ ຫວຽດນາມ ຮ່ວມມື ກັບກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ວັນທີ 10 ກຸມພາ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ນໍາໂດຍທ່ານພົນເອກ ໂຕເລີມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດໄດ້ເດີນທາງມາຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ.

ຄວາມຮັກບ້ານເກີດເມືອງນອນຫວຽດນາມ ຢູ່ປະເທດເພື່ອນມິດລາວ

ຄວາມຮັກບ້ານເກີດເມືອງນອນຫວຽດນາມ ຢູ່ປະເທດເພື່ອນມິດລາວ

ຍສໝ - ເປັນເວລາຫລາຍປີທີ່ຜ່ານມາ, ສະໂມສອນໄທບ້ານດຽວກັນແຂວງຊຽງຂວາງ ໄດ້ກາຍເປັນສະຖານທີ່ພົບປະ, ແລກປ່ຽນວັດທະນະທຳ, ແລກປ່ຽນປະສົບການທາງທຸລະກິດ ຂອງຊາວຫວຽດນາມຢູ່ຕ່າງປະເທດບ້ານເກີດໃນແຂວງແຂວງຊຽງຂວາງ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ.

ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ມານະພະຍາຍາມ ເພື່ອຊຸກຍູ້ການພົວພັນສາມັກຄີແບບພິເສດ ຂອງສອງປະເທດນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ

ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ມານະພະຍາຍາມ ເພື່ອຊຸກຍູ້ການພົວພັນສາມັກຄີແບບພິເສດ ຂອງສອງປະເທດນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ

ຍສໝ - ໃນຕອນບ່າຍວັນທີ 4 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳ ຫວຽດນາມ.

ລັດຖະບານ ສປປ.ລາວ ມອບຫຼຽນໄຊພັດທະນາໃຫ້ພັນເອກຕຳຫຼວດ ແຂວງຮ່າຕິ້ງ

ລັດຖະບານ ສປປ.ລາວ ມອບຫຼຽນໄຊພັດທະນາໃຫ້ພັນເອກຕຳຫຼວດ ແຂວງຮ່າຕິ້ງ

ຍສໝ - ດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາປະເທດລາວ ແລະ ແຂວງ ບໍລິຄຳໄຊ, ທ່ານ ພັນເອກ ຫວໍ໋ແທັງຫາຍ - ຜູ້ອຳນວຍການພະແນກຕຳຫຼວດ ແຂວງຮ່າຕິ້ງ ໄດ້ຮັບຫຼຽນໄຊພັດທະນາເປັນກຽດຈາກລັດຖະບານສປປ.ລາວ.

ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ

ພັກປະຊາຊົນປະຕິວັດ ລາວ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຜົນງານຂອງພັກກອມມູນິດ ຫວຽດນາມ

ວັນທີ 03 ກຸມພາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020).

ທ່ານ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງ໋ອກ​ຖິ້ງ ຢ້ຽ​ມ​ຢາມ ສ​ປ​ປ​ ລາວ

ທ່ານ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງ໋ອກ​ຖິ້ງ ຢ້ຽ​ມ​ຢາມ ສ​ປ​ປ​ ລາວ

ຍ​ສ​ໝ - ມື​ວານນີ້ ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງ໋ອກ​ຖິ້ງ ໄດ້​ເຂົ້າ​ພົບ​ປະ​ໂອ້​ລົມ​ກັບ ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ​ລາວ, ຮັບ​ຕ້ອນ​ປະ​ທານ​ສູນ​ກາງ​ສະ​ຫ​ະ​ພັນ​ແມ່​ຍິງ​ລາວ, ວາງ​ພວງ​ມາ​ລາ​ທີ່​ອະ​ນຸ​ສອນ​ສະ​ຖານ ນັກ​ຮົບ​ນິ​ລະ​ນາມ​ຂອງ​ລາວ,...

ນັກສຶກສາລາວ ຈຳນວນ 241 ຄົນໄດ້ຮັບໃບປະກາດ ຢັ້ງຢືນພາສາ ຫວຽດນາມ

ນັກສຶກສາລາວ ຈຳນວນ 241 ຄົນໄດ້ຮັບໃບປະກາດ ຢັ້ງຢືນພາສາ ຫວຽດນາມ

ຕອນເຊົ້າວັນທີ 16 ສິງຫາ, ມະຫາວິທະຍາໄລ ຮ່າຕິ້ງ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບຢັ້ງຢືນພາສາຫວຽດນາມໃຫ້ນັກສຶກສາລາວ ຈຳນວນ 241 ຄົນ. ການຝືກອົບຮົມພາສາຫວຽດໃຫ້ແກ່ນັກສຶກສາຕ່າງປະເທດ ບໍ່ພຽງແຕ່ເປັນປະຖົມປັດໄຈ ໃນການບຳລຸງຊັບພະຍາກອນມະນຸດ ໃຫ້ແກ່ປະເທດລາວເທົ່ານັ້ນ ແຕ່ຍັງເປັນໜ້າທີ່ການເມືອງຂອງມະຫາວິທະຍາໄລຮ່າຕິ້ງ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

ທ່ານ ຈີ້ງ ຕວນ ຕ່ອງ: ສປປ ເກົາຫຼີ ແມ່ນ ບ້ານເກີດເມືອງນອນແຫ່ງທີສອງຂອງຂ້າພະເຈົ້າ

ທ່ານ ຈີ້ງ ຕວນ ຕ່ອງ: ສປປ ເກົາຫຼີ ແມ່ນ ບ້ານເກີດເມືອງນອນແຫ່ງທີສອງຂອງຂ້າພະເຈົ້າ

ຍສໝ - ເນື່ອງໃນໂອກາດກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ອາເມລິກາ - ສປປ ເກົາຫຼີ ທີ່ກໍາລັງເກີດຂຶ້ນ, ນັກຂ່າວຂອງໜັງສຶພິມຍຸກສະໄໝທີ່ໄດ້ມີການພົບປະກັບທ່ານ ຈີ້ງ ຕວນ ຕ່ອງ ເປັນຄົນຫວຽດນາມທີ່ເຄີຍມີການຮໍ່າຮຽນສືກສາຢູ່ ສປປ ເກົາຫຼີ ໃນໄລຍະເວລາ 7 ປີ. ທ່ານ ຈີ້ງ ຕວນ ຕ່ອງ ໄດ້ໃຫ້ຮູ້ວ່າ ສປປ ເກົາຫຼີ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງເພິ່ນ.

ເຂົ້າຕົ້ມຂຽວ, ເຕັມໄປດ້ວຍນ້ໍາໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ

ເຂົ້າຕົ້ມຂຽວ, ເຕັມໄປດ້ວຍນ້ໍາໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ

ຍສໝ - ເພື່ອປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງນັກສຶກສາຫວຽດນາມ-ລາວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ ປີຊວດ 2020, ໃນລະຫວ່າງວັນທີ 11-12 ມັງກອນ 2020, ຄະນະຊາວໜຸ່ມໂຮງຮຽນວິທະຍາໄລການແພດຮ່າຕິງ ໄດ້ຈັດຕັ້ງງານບຸນ “ເຂົ້າຕົ້ມຂຽວ, ເຕັມໄປດ້ວຍນ້ໍາໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ”.

ບຸນປີໃໝ່ປະຈໍາຊາດ 2020 ແມ່ນບຸນເຕັດຄັ້ງທໍາອິດຂອງພົນລະເມືອງລາວ 20 ຄົນເມື່ອໄດ້ຖືສັນຊາດຫວຽດນາມ ຢູ່ເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມ

ບຸນປີໃໝ່ປະຈໍາຊາດ 2020 ແມ່ນບຸນເຕັດຄັ້ງທໍາອິດຂອງພົນລະເມືອງລາວ 20 ຄົນເມື່ອໄດ້ຖືສັນຊາດຫວຽດນາມ ຢູ່ເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມ

ຍສໝ - ບັນດາພົນລະເມືອງທີ່ຫາກໍ່ໄດ້ຖືສັນຊາດຫວຽດນາມ ນັ້ນໄດ້ພ້ອມກັນຍົກຈອກເຫຼົ້າໄຫ, ອວຍພອນຊິ່ງກັນ ແລະກັນຕ້ອນຮັບປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ຮັກແພງກັນ.

ຊາວຫວຽດນາມຕ່າງປະເທດຢູ່ລາວ ໄດ້ສະຫຼອງປີໃໝ່ປະຈຳຊາດ 2020

ຊາວຫວຽດນາມຕ່າງປະເທດຢູ່ລາວ ໄດ້ສະຫຼອງປີໃໝ່ປະຈຳຊາດ 2020

ຍສໝ - ຕອນຄ່ຳວັນທີ 19 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະມາຄົມຊາວຫວຽດນາມຕ່າງປະເທດຢູ່ລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດປີ 2020 ຢ່າງຄຶກຄື້ນມ່ວນຊື່ນ.

ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ

ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ

ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ຕາແສງ ຊຽງເມືອງ, ເມືອງ ໜອງບົກ ແຂວງຄໍາມ່ວນ, ຕັ້ງຢູ່ແຄມແມ່ນໍ້າຂອງທີ່ສວຍງາມ. ກ່ອນນີ້ 90 ກວ່າປີ, ປະທານໂຮ່ຈີມິນໄດ້ມີຊຸມວັນເດືອນເຄື່ອນໄຫວການປະຕິວັດຢູ່ແຫ່ງນີ້. ປັດຈຸບັນ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ຄໍາມ່ວນ ໄດ້ກາຍເປັນສັນຍາລັກອັນສັກກະລະບູຊາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບຂອງປະຊາຊົນ 2 ປະເທດ ລາວ - ຫວຽດນາມ.

ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ

ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ

ຍສໝ - ຫວ່າງແລ້ວນີ້, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຊວດ 2020, ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ (ຫວຽດນາມ).

ກອງບັນຊາການທະຫານແຂວງສະຫວັນນະເຂດ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ

ກອງບັນຊາການທະຫານແຂວງສະຫວັນນະເຂດ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ

ຍສໝ - ຫວ່າງແລ້ວນີ້ , ກອງບັນຊາການທະຫານແຂວງສະຫວັນນະເຂດ ນໍາໂດຍທ່ານພັນໂທ ວັນທອງ ບຸດສະດາ, ຫົວໜ້າຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ.

ຄະນະປະຕິບັດງານແຂວງຊຽງຂວາງ, ປະເທດລາວ  ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4

ຄະນະປະຕິບັດງານແຂວງຊຽງຂວາງ, ປະເທດລາວ ອວຍພອນປີໃໝ່ບັນດາພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4

ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານກອງບັນຊາການທະຫານເຂດ 4, ຄະນະປະຕິບັດງານແຂວງຊຽງຂວາງ, ປະເທດລາວ ໄດ້ມາຢ້ຽມຢາມ ແລະອວຍພອນປີໃໝ່ບັນດາພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4.

ປີ 2019 ການຮ່ວມມືທາງດ້ານການຄ້າ ລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 1.038 ລ້ານໂດລາສະຫະລັດ

ປີ 2019 ການຮ່ວມມືທາງດ້ານການຄ້າ ລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 1.038 ລ້ານໂດລາສະຫະລັດ

ການຮ່ວມມືທາງດ້ານການຄ້າ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະໜຶ່ງປີຜ່ານມາ ສາມາດບັນລຸໄດ້ 1.038 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,8% ທຽບໃສ່ປີ 2018, ເປົ້າໝາຍສູ້ຊົນຂອງສອງລັດຖະບານໃນປີນີ້ແມ່ນ ຈະໃຫ້ມີມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນ 15% ແລະ ໃນຊຸມປີຕໍ່ໜ້າ ພວກເຮົາຍັງຈະມີຫລາຍວຽກງານ ທີ່ຈະຕ້ອງພ້ອມກັນຮ່ວມແຮງ ຮ່ວມໃຈໃນທຸກກະຊວງ, ທຸກຂະ ແໜງການໃຫ້ມີໝາກຜົນຫລາຍຂຶ້ນ.

ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ

ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ

ຍສໝ - ຫວ່າງແລ້ວນີ້, ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ນຳທ່ານພັນເອກ ບຸນມາກ ວິລະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ.

ສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດຕັ້ງ ລາຍການຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020

ສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດຕັ້ງ ລາຍການຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020

ຍສໝ - ຕອນຄ່ຳວັນທີ 14 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ໄດ້ສົມທົບກັບສະມາຄົມ ຫວຽດນາມ ປະຈຳລາວ ຈັດຕັ້ງລາຍການ “ຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020”.

ຄະນະຜູ້ແທນແຂວງຫົວພັນ ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ

ຄະນະຜູ້ແທນແຂວງຫົວພັນ ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນແຂວງຫົວພັນ ນຳໂດຍທ່ານ ວັນໄຊ ແພງຊຸມມາ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ມາຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ.

ຕຳຫຼວດແຂວງຫົວພັນ ສປປ ລາວ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ ພະນັກງານທະຫານຊາຍແດນ ແລະ ຕຳຫຼວດ ແຂວງເງະອານ ສສ ຫວຽດນາມ

ຕຳຫຼວດແຂວງຫົວພັນ ສປປ ລາວ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ ພະນັກງານທະຫານຊາຍແດນ ແລະ ຕຳຫຼວດ ແຂວງເງະອານ ສສ ຫວຽດນາມ

ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານກອງບັນຊາການຕໍາຫຼວດແຂວງຫົວພັນ ນຳໂດຍທ່ານພັນໂທ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ມາຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນ ແລະ ພະແນກຕໍາຫຼວດ ແຂວງເງະອານ.

|< < 1 2 3 4 5 > >|
302 Found

Found

The document has moved here.