ນັບແຕ່ທ້າຍປີ 2019, ສາວລາວ 3 ຄົນ ໄດ້ຖືສັນຊາດຫວຽດນາມ. (ພາບ: vov.vn)
20 ກໍລະນີເປັນຄົນລາວໄດ້ຖືສັນຊາດຫວຽດນາມໃນທ້າຍປີກາຍນີ້ສ່ວນຫຼາຍແມ່ນແມ່ຍິງໄປຢູ່ນຳຜົວ. ມີຫຼາຍຄົນໄດ້ມາຕັ້ງຖິ່ນຢູ່ຕາມບ້ານໃນເຂດພູສູງຂອງສອງເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມຮອດສິບປີແລ້ວ, ແຕ່ກໍ່ຍັງບໍ່ທັນໄດ້ຮັບຮອງວ່າແມ່ນຊາວຫວຽດນາມເທື່ອ. ການອົບພະຍົບຢ່າງເສລີຢູ່ລຽບຕາມຊາຍແດນຫວຽດນາມ-ລາວ ໃນຊຸມປີກ່ອນນີ້ ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການຄຸ້ມຄອງສຳມະໂນຄົວ. ບັນດາຄອບຄົວທີ່ມີພໍ່ເປັນຄົນຫວຽດ, ແມ່ເປັນຄົນລາວ ຫຼືພໍ່ເປັນ ຄົນລາວ, ແມ່ເປັນຄົນຫວຽດ ລ້ວນແຕ່ບໍ່ມີໂອກາດໄດ້ຮັບບ້ວງເງິນໜູນຊ່ວຍຈາກລັດຖະບານຫວຽດນາມ ທີ່ສະຫງວນໃຫ້ພໍ່ແມ່ປະຊາຊົນຢູ່ເຂດພູດອຍ. ຜົວເມຍແຕ່ງດອງແລ້ວແຕ່ບໍ່ມີໃບສົມລົດ, ສະນັ້ນເມື່ອເກີດລູກມາ ຈຶ່ງບໍ່ມີໃບແຈ້ງເກີດ ແລະກໍ່ບໍ່ເຮັດເອກະເຂົ້າໂຮງຮຽນໃຫ້ແກ່ລູກຂອງຕົນໄດ້.
ວັນທີ 3 ກໍລະກົດ 2019, ປະທານປະເທດແຫ່ງ ສສ.ຫວຽດນາມ ໄດ້ເຊັນຂໍ້ຕົກລົງກ່ຽວກັບເລື່ອງໃຫ້ອະນຸຍາດໃຫ້ພົນລະເມືອງລາວ 20 ຄົນ ທີ່ພວມດໍາລົງຊີວິດຢູ່ແຂວງກວ໋າງນາມ ຖືສັນຊາດຫວຽດນາມ. ບຸນປີໃໝ່ປະຈໍາຊາດ 2020 ແມ່ນບຸນເຕັດຄັ້ງທໍາອິດຂອງເຂົາເຈົ້າເມື່ອໄດ້ຖືສັນຊາດຫວຽດນາມ ຢູ່ເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມ. ບັນດາພົນລະເມືອງທີ່ຫາກໍ່ໄດ້ຖືສັນຊາດຫວຽດນາມ ນັ້ນໄດ້ພ້ອມກັນຍົກຈອກເຫຼົ້າໄຫ, ອວຍພອນຊິ່ງກັນ ແລະກັນຕ້ອນຮັບປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ຮັກແພງກັນ.
ແຂວງກວ໋າງນາມ ມີເສັ້ນຊາຍແດນຕິດກັບປະເທດລາວ ຍາວກວ່າ 155 ກິໂລແມັດ. ຢູ່ບັນດາບ້ານຕິດກັບຊາຍແດນຂອງລາວ, ມີຫຼາຍຄົນໄດ້ຊອກຫາວິທີມາດໍາລົງຊີວິດຢູ່ຫວຽດນາມ. ທ່ານ ອາລັງມາຍ, ປະທານຄະນະກໍາມະການປະຊາຊົນເມືອງນາມຢາງ, ແຂວງກວ໋າງນາມ ຖືວ່າ, ຄົນລາວມາດໍາລົງຊີວິດຢູ່ທີ່ນີ້ ເຖິງວ່າໄດ້ຮັບການຊ່ວຍເຫຼືອ, ອຸ້ມຊູຈາກອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນກໍ່ຕາມ, ແຕ່ຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າແມ່ນໄດ້ຖືສັນຊາດຫວຽດນາມ.
ປີ 2017, ອໍານາດການປົກຄອງແຂວງກວ໋າງນາມ ແລະແຂວງເຊກອງ ປະເທດລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການສົມທົບກັນຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂອງລັດຖະບານສອງປະເທດຫວຽດນາມ-ລາວ. ທ່ານ ອາລັງມາຍ ໃຫ້ຮູ້ຕື່ມອີກວ່າ, ບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວ ໄດ້ເຕື້ອງເຖິງການໜູນຊ່ວຍການປະຕິບັດລະບຽບການກ່ຽວກັບພົນລະເມືອງໃຫ້ແກ່ຜູ້ອົບພະຍົບຢ່າງເສລີ, ແຕ່ງງານບໍ່ຖືກຕ້ອງຕາມກົດໝາຍຢູ່ລຽບຕາມສອງຟາກຊາຍແດນ.
(ໄຊພອນ)