ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ມານະພະຍາຍາມ ເພື່ອຊຸກຍູ້ການພົວພັນສາມັກຄີແບບພິເສດ ຂອງສອງປະເທດນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ

09:37 | 05/02/2020

ຍສໝ - ໃນຕອນບ່າຍວັນທີ 4 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳ ຫວຽດນາມ.

ໃນການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຊື່ອໝັ້ນວ່າດ້ວຍຄວາມສາມາດ ແລະ ປະສົບການຂອງຕົນ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຈະຮັບຜິດຊອບອັນໜ້າທີ່ສຳຄັນຢ່າງດີເລີດ ແລະ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ແລະ ລາວ - ຫວຽດນາມ; ແລະ ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ: ມານະພະຍາຍາມ ເພື່ອຊຸກຍູ້ການພົວພັນສາມັກຄີແບບພິເສດ ຂອງສອງປະເທດນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ. (ພາບ: quochoi.vn)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ສະເໜີວ່າ, ໃນໄລຍະຈະມາເຖິງ, ຄວນເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໃນການແບ່ງປັນບົດຮຽນການເຄື່ອນໄຫວ ນິຕິບັນຍັດ, ການເຄື່ອນໄຫວຂອງສະພາປະຊາຊົນ, ໂດຍສະເພາະແມ່ນຢູ່ບັນດານະຄອນໃຫຍ່, ກໍ່ຄືຊຸກຍູ້ການຮ່ວມມືພັດທະນາຢູ່ທ້ອງຖິ່ນຕ່າງໆ. ທ່ານນາງປະທານສະພາແຫ່ງຊາດຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນຢູ່ຫວຽດນາມ ໃຫ້ເປັນຢ່າງດີທີ່ສຸດ, ເພື່ອໃຫ້ທ່ານເອກອັກຄະລັດຖະທູດ ເປັນຂົວເຊື່ອມຕໍ່ຢ່າງແທດຈິງໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າສາຍພົວພັນລາວ - ຫວຽດນາມແມ່ນສາຍພົວພັນພິເສດທີ່ສຸດໃນໂລກ. ໃນໄລຍະທີ່ທ່ານໄດ້ຮັບໜ້າທີ່ຢູ່ປະເທດ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ໄດ້ເຫັນບັນດາເຄື່ອນໄຫວຢ່າງຕໍ່ເນື່ອງລະຫວ່າງສອງປະເທດໃນປີ 2019, ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າບັນດາການເຄື່ອນໄຫວຮ່ວມມືທີ່ມີປະສິດທິຜົນໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.

ທ່ານ ແສງເພັດ ຮຸ່ງບຸນຍວງ ຢືນຢັນວ່າ, ໃນອາຍຸການປະຕິບັດງານຂອງຕົນ ຈະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມື ແລະ ການພັດທະນາລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ; ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກການນຳສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ ກວ່າອີກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.