ນາຍົກລັດຖະມົນຕີ ສປປ ລາວ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ

16:36 | 11/02/2020

ຍສໝ - ວັນທີ 10 ກຸມພາ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊົມເຊີຍຕໍ່ໝາກຜົນຂອງການພົບປະທີ່ດີລະຫວ່າງຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ.

ນາຍົກລັດຖະມົນຕີ ສປປ ລາວ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ

ທ່ານນາຍົກລັດຖະມົນຕີ ສປປລາວ, ທອງລຸນ ສີສຸລິດ ແລະ ທ່ານພົນເອກ ໂຕເລີມ. (ພາບ: vietnamplus)

ທ່ານນາຍົກລັດຖະມົນຕີສປປລາວ ທອງລຸນສີສຸລິດ ໄດ້ສະແດງຄວາມພໍໃຈຕໍ່ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ໃນໄລຍະທີ່ຜ່ານມາ, ໂດຍສະເພາະໃນຂົງເຂດປ້ອງກັນ ແລະ ຕ້ານອາດຊະຍາກຳ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງໃນແຕ່ລະປະເທດ; ການຝຶກອົບຮົມ ແລະ ສົ່ງເສີມວິຊາສະເພາະ ໃຫ້ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ. ທ່ານນາຍົກລັດຖະມົນຕີສປປລາວ ທອງລຸນສີສຸລິດ ປາດຖະໜາວ່າ ການຮ່ວມມືລະຫວ່າງກຳລັງຕຳຫຼວດຂອງສອງປະເທດສືບຕໍ່ພັດທະນາ, ກ້າວເຂົ້າສູ່ລວງເລິກ, ປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການພົວພັນຕ່າງປະເທດຂອງແຕ່ລະປະເທດ.

ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກວ່າ 2 ຝ່າຍເຫັນດີເປັນເອກະພາບທິດທາງການຮ່ວມມືໃນໄລຍະຈະມາເຖິງດ້ວຍບັນດາເນື້ອໃນຕົ້ນຕໍ, ຄື: ໜຶ່ງ ແມ່ນການປະສານງານການຈັດຕັ້ງປະຕິບັດຂໍ້ຕົກລົງ ລະຫວ່າງການນຳຂັ້ນສູງຂອງສອງພັກ ໃນປີ 2020, ໂດຍສະເພາະແມ່ນ ເນື້ອໃນທີ່ໄດ້ຕົກລົງກັນໃນກອງປະຊຸມຂອງສອງກົມການເມືອງ, ສອງປະເທດ ຫວຽດນາມ ແລະ ລາວທີ່ຮ່າໂນ້ຍໃນເດືອນມັງກອນ 2020 ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງລັດຖະບານ ໃນກອງປະຊຸມຄັ້ງທີ 42.

ສອງແມ່ນ ສອງຝ່າຍເຫັນດີຮັກສາການຕິດຕໍ່ພົວພັນລະດັບສູງລະຫວ່າງການນຳຂອງສອງກະຊວງ; ເດັດດ່ຽວຕໍ່ສູ້, ຢ່າເຮັດໃຫ້ກຳລັງສັດຕູບິດເບືອນສະພາບການ, ທຳລາຍສາຍພົວພັນມິດຕະພາບ, ຮີດຄອງປະເພນີອັນດີງາມຂອງສອງປະເທດ; ປະສານງານເພື່ອຮັບປະກັນຄວາມປອດໄພ ແລະ ຄວາມປອດໄພຢ່າງແທ້ຈິງຂອງບັນດາການຢ້ຽມຢາມ ແລະ ເຮັດວຽກຂອງຜູ້ນຳພັກ ແລະ ລັດ; ຮັບປະກັນຄວາມປອດໄພ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພົນລະເມືອງ, ຄົນອົບພະຍົບ ແລະ ຜູ້ອອກແຮງງານເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນປະເທດ; ປະຕິບັດສົນທິສັນຍາ ແລະ ຂໍ້ຕົກລົງສາກົນທີ່ທັງສອງຝ່າຍເປັນສະມາຊິກ; ປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.