ປີ 2019 ການຮ່ວມມືທາງດ້ານການຄ້າ ລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 1.038 ລ້ານໂດລາສະຫະລັດ

16:58 | 16/01/2020

ການຮ່ວມມືທາງດ້ານການຄ້າ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະໜຶ່ງປີຜ່ານມາ ສາມາດບັນລຸໄດ້ 1.038 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,8% ທຽບໃສ່ປີ 2018, ເປົ້າໝາຍສູ້ຊົນຂອງສອງລັດຖະບານໃນປີນີ້ແມ່ນ ຈະໃຫ້ມີມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນ 15% ແລະ ໃນຊຸມປີຕໍ່ໜ້າ ພວກເຮົາຍັງຈະມີຫລາຍວຽກງານ ທີ່ຈະຕ້ອງພ້ອມກັນຮ່ວມແຮງ ຮ່ວມໃຈໃນທຸກກະຊວງ, ທຸກຂະ ແໜງການໃຫ້ມີໝາກຜົນຫລາຍຂຶ້ນ.

ປີ 2019 ການຮ່ວມມືທາງດ້ານການຄ້າ ລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 1.038 ລ້ານໂດລາສະຫະລັດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມລັດຖະບານ ກ່ຽວກັບການຊຸກຍູ້ການຮ່ວມມືກັບລາວ.(ພາບ:dangcongsan.vn)

ປີ 2019 ເປັນປີ​ທີ່​ການ​ພົວ​ພັນ​ ລະ​ຫວ່າງ​ ຫວຽດ​ນາມ ແລະ ​ລາ​ວ ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ທີ່​ເປັນ​ໜ້າ​ພາກ​ພູ​ມໃຈ​ໃນ​ບັນ​ດາ​ຂົງ​ເຂດ​ວຽກ​ງານ ກຳ​ລັງ​ເຂົ້າ​ສູ່​ແທ້​ຈິງ ແລະ ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື ​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ ທີ່ຕັ້ງ​ໜ້າ​ດ້ວຍ​ບັນ​ດາ​ໂຄງ​ການ​ທີ່​ມີ​ ຄວາມ​ໝາຍ​ຍຸດ​ທະ​ສາດ​ຍາວ​ນານ, ເຊື່ອ​ມຈອດ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ; ປະ​ສິດ​ທິ​ຜົນ​ຂອງ​ການ​ພົວ​ພັນ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ ໄດ້​ຮັບ​ການ​ເພີ່​ມ​ທະ​ວີ. ໃນ​ປີ​ທີ່ຜ່ານ​ມາ ພັກ, ລັດ ແລະ ປະ​ຊາ​ຊົນລາວອ້າຍ​ນ້ອງ ຍາມ​ໃດ​ກໍ່ໃຫ້​ການ​ສະ​ໜັບ​ສະ​ໜູນ ​ຊ່ວຍ​ເຫລືອ​ທີ່​ສຸດ​ອົກ​ສຸດ​ໃຈ ແລະ ມີ​ປະ​ສິ​ດ​ທິ​ຜົນແກ່ຫວຽດ​ນາມ, ກໍ່​ຄື​ ສະ​ຖານ​ທູດ ແລະ ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ, ບັນ​ດາ​ວິ​ສາ​ຫະ​ກິດ ແລະ ​ຊາວຫວຽດ​ນາມ ທີ່​ອາ​ໄສຢູ່ລາວ.

ໃນ​ກອງ​ປະ­ຊຸມ ຄັ້ງ​ທີ 42 ປະ­ຈຳ​ປີ 2020 ຂອງ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ທະ­ວິ​ພາ­ຄີ ລະ­ຫວ່າງ​ລັດ­ຖະ­ບານ ແຫ່ງ ສປປ ລາວ ແລະ ລັດ­ຖະ­ບານ ແຫ່ງ ສສ ຫວຽດ­ນາມ ສອງ​ຝ່າຍ ໄດ້​ຮ່ວມ​ກັນ​ຕີ​ລາ­ຄາ​ຜົນ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບົດ​ບັນ­ທຶກ​ກອງ​ປະ­ຊຸມ ຄັ້ງ​ທີ 41 ກໍ​ຄື ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ແຜນ­ການ​ຮ່ວມ​ມື ປະ­ຈຳ​ປີ 2019 ແລະ ພ້ອມ​ກັນ​ປຶກ­ສາ​ຫາ­ລື ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ປີ 2020 ສອງ​ຝ່າຍ ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ບັນ­ດາ​ຜົນ­ສຳ­ເລັດ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ແຜນ­ການ​ຮ່ວມ​ມື ໃນ​ປີ2019 ຜ່ານ​ມາ ໄດ້​ບັນ­ລຸ​ຜົນ­ສຳ­ເລັດ​ໃນ​ຫຼາຍ​ດ້ານ​ເປັນ­ຕົ້ນ​ແມ່ນ ການ​ຮ່ວມ​ມື​ດ້ານ​ການ­ເມືອງ-ການ​ຕ່າງ­ປະ­ເທດ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ແມ່ນ​ສືບ­ຕໍ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເປັນ​ຢ່າງ​ດີ ມີ​ການ­ເຄື່ອນ­ໄຫວ​ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງ​ພັກ ສອງ​ລັດ ຢ່າງ​ເປັນ​ປົກ­ກະ­ຕິ ດ້ານ​ເສດ­ຖະ­ກິດ-ການ​ຄ້າ ແລະ ການ​ລົງ­ທຶນ ມາ​ຮອດ​ປັດ­ຈຸ­ບັນ ການ​ລົງ­ທຶນ​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ​ຫວຽດ­ນາມ​ຢູ່​ລາວ ລວມ​ມູນ​ຄ່າ​ມີ​ເຖິງ 4,2 ຕື້ ໂດ​ລາ​ສະ­ຫະ­ລັດ ຈັດ​ຢູ່​ໃນ​ອັນ​ດັບ 3 ໃນ​ຈຳ­ນວນ​ການ​ລົງ­ທຶນ​ຂອງ​ຕ່າງ­ປະ­ເທດ​ຢູ່ ສປປ ລາວ ແລະ ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ປີ 2019 ບັນ­ລຸ​ໄດ້ 1,2 ລ້ານ ໂດ​ລາ​ສະ­ຫະ­ລັດ ເພີ່ມ​ຂື້ນ 12,4% ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ການ​ສຶກ​ສາ-ບຳ­ລຸງ​ສ້າງ ກໍ​ໄດ້​ຮັບ​ເປີດ​ກວ້າງ​ດ້ວຍ​ຫຼາຍ​ຮູບ​ການ, ປັດ­ຈຸ­ບັນ ຈຳ­ນວນ​ນັກ​ສຶກ​ສາ​ລາວ ທີ່​ກຳ­ລັງ​ຄົ້ນ­ຄວ້າ​ຮ່ຳ­ຮຽນ ຢູ່ ສສ ຫວຽດ­ນາມ ມີ​ຫຼາຍ​ກວ່າ 16.600 ຄົນ ນອກ­ຈາກ​ນີ້ ສອງ​ຝ່າຍ​ຍັງ​ມີ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ອື່ນໆ​ອີກ.

ສຳ­ລັບ​ທິດ​ທາງ​ແຜນ­ການ​ຮ່ວມ​ມື ໃນ​ປີ 2020 ສອງ​ຝ່າຍ​ໄດ້​ຕົກ­ລົງ​ເຫັນ​ດີ​ເປັນ​ເອ­ກະ​ພາບ ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ສອງ​ກົມ​ການ­ເມືອງ ແລະ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ແຜນ­ການ​ຮ່ວມ​ມື ລະ­ຫວ່າງ​ສອງ​ລັດ­ຖະ­ບານ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ໃນ​ນັ້ນ ເອົາ­ໃຈ­ໃສ່​ສືບ­ຕໍ່​ເພີ່ມ​ທະ­ວີ​ການ​ພົວ­ພັນ​ດ້ານ​ການ­ເມືອງ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ຍົກ​ສູງ​ປະ​ສິດ­ທິ​ຜົນ​ຂອງ​ບັນ­ດາ​ກົນ​ໄກ​ການ​ຮ່ວມ​ມື ແລະ ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ເນື້ອ​ໃນ​ຖະ­ແຫຼງ­ການ​ຮ່ວມ ແລະ ບັນ­ດາ​ຂໍ້​ຕົກ­ລົງ​ຕ່າງໆ​ໃຫ້​ເປັນ​ຮູບ​ປະ​ທຳ​ຍິ່ງ​ຂຶ້ນ ໂດຍ​ສະ­ເພາະ​ແມ່ນ​ການ​ຜັນ​ຂະ­ຫຍາຍ​ການ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ກ່ຽວ​ກັບ ການ​ຮ່ວມ​ມື​ດ້ານ​ຄົມ­ມະ­ນາ­ຄົມ ແລະ ຂົນ­ສົ່ງ ການ​ຮ່ວມ​ມື​ພັດ­ທະ­ນາ​ບັນ­ດາ​ໂຄງ­ການ​ໄຟ­ຟ້າ​ຢູ່​ລາວ ເຊື່ອມ​ຕໍ່​ລະ­ບົບ​ໄຟ­ຟ້າ ແລະ ການ​ຊື້-ຂາຍ ໄຟ­ຟ້າ ດັ່ງ­ນີ້​ເປັນ­ຕົ້ນ ຄຽງ​ຄູ່​ກັນ​ນີ້ ສອງ​ຝ່າຍ ກໍ່​ຈະ​ພ້ອມ​ກັນ ສືບ­ຕໍ່​ເພີ່ມ​ທະ­ວີ​ການ​ຮ່ວມ​ມື ແລະ ສ້າງ​ເງື່ອນ­ໄຂ​ເພື່ອ​ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງ­ທຶນ ການ​ສຶກ​ສາ ກໍ່​ຄື ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ສອງ​ປະ­ເທດ ແລະ ການ​ຮ່ວມ​ມື​ໃນ​ບັນ­ດາ​ຂົງ­ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ­ແຮງ​ບົ່ມ​ຊ້ອນ.

ໃນ​ໂອ­ກາດ​ກອງ​ປະ­ຊຸມ​ຄັ້ງ​ນີ້ ສອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ລາວ ແລະ ຫວຽດ­ນາມ ໄດ້​ຖະ­ແຫຼງ​ຂ່າວ​ຮ່ວມ​ຜົນ­ສຳ­ເລັດ ແລະ ຮ່ວມ​ເປັນ​ສັກ­ຂີ​ພະ­ຍານ​ໃນ​ການ​ລົງ​ນາມ​ເອ­ກະ­ສານ​ຮ່ວມ​ມື​ເຖິງ 8 ສະ­ບັບ ໃນ​ນັ້ນ​ມີ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ­ຫວ່າງ​ລັດ­ຖະ­ບານ ສປປ ລາວ ແລະ ສສ ຫວຽດ­ນາມ ບົດ​ບັນ­ທຶກ​ກອງ​ປະ​ຊູມ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ດັ່ງ­ກ່າວ ສົນ­ທິ­ສັນ­ຍາ​ສອງ​ຝ່າຍ​ວ່າ​ດ້ວຍ​ການ​ໂອນ​ຕົວ​ຜູ້​ຖືກ​ຕັດ­ສິນ​ລົງ­ໂທດ ແລະ ສັນ­ຍາ​ກ່ຽວ​ກັບ​ການ​ຊື້-ຂາຍ​ໄຟ­ຟ້າ ຂອງ 5 ໂຄງ­ການ.

(ໄຊພອນ)

ເຫດການ
302 Found

Found

The document has moved here.