ລັດຖະບານ ສປປ.ລາວ ມອບຫຼຽນໄຊພັດທະນາໃຫ້ພັນເອກຕຳຫຼວດ ແຂວງຮ່າຕິ້ງ

11:47 | 04/02/2020

ຍສໝ - ດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາປະເທດລາວ ແລະ ແຂວງ ບໍລິຄຳໄຊ, ທ່ານ ພັນເອກ ຫວໍ໋ແທັງຫາຍ - ຜູ້ອຳນວຍການພະແນກຕຳຫຼວດ ແຂວງຮ່າຕິ້ງ ໄດ້ຮັບຫຼຽນໄຊພັດທະນາເປັນກຽດຈາກລັດຖະບານສປປ.ລາວ.

ຕອນບ່າຍວັນທີ 2/2, ຢູ່ນະຄອນຫຼວງຮ່າຕິ້ງ, ທ່ານ ກົງແກ້ວ ໄຊສົງຄາມ - ເລຂາຄະນະກຳມະການປະຊາຊົນແຂວງບໍລິຄຳໄຊ ໄດ້ຮັບມອບສິດອະນຸຍາດ ໂດຍທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ, ໄດ້ມອບຫຼຽນໄຊພັດທະນາຂອງລັດຖະບານລາວ ແລະ ມອບໃບຍ້ອງຍໍຈາກເຈົ້າແຂວງບໍລິຄຳໄຊ ສຳລັບທ່ານ ພັນເອກ ຫວໍ໋ແທັງຫາຍ - ຜູ້ອຳນວຍການພະແນກຕຳຫຼວດ ແຂວງຮ່າຕິ້ງ, ສຳລັບການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ໃນການພັດທະນາປະເທດລາວ ແລະ ແຂວງ ບໍລິຄຳໄຊ.

ລັດຖະບານ ສປປ.ລາວ ມອບຫຼຽນໄຊພັດທະນາໃຫ້ພັນເອກຕຳຫຼວດ ແຂວງຮ່າຕິ້ງ

ດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາປະເທດລາວ, ທ່ານ ພັນເອກ ຫວໍ໋ແທັງຫາຍ - ຜູ້ອຳນວຍການພະແນກຕຳຫຼວດ ແຂວງຮ່າຕິ້ງ ໄດ້ຮັບຫຼຽນໄຊພັດທະນາສປປ.ລາວ. (ພາບ: giaoducthoidai.vn)

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫວໍ໋ແທັງຫາຍ ສະແດງຄວາມສະເທືອນໃຈເຖິງຄວາມເອົາໃຈໃສ່ຂອງລັດຖະບານແຫ່ງສປປລາວ ແລະ ການນຳຂອງແຂວງ ບໍລິຄຳໄຊ. ທ່ານພົນໂທ ຫວໍ໋ແທັງຫາຍ ປາດຖະ ໜາວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສະໜິດຕິດພັນລະຫວ່າງ ແຂວງຮ່າຕິ້ງ ແລະ ແຂວງ ບໍລິຄຳໄຊ ໂດຍສະເພາະ ແລະ ສາຍພົວພັນຫວຽດນາມ - ລາວໄດ້ຍືນຍົງຕະຫຼອດໄປ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.