ຄວາມຮັກບ້ານເກີດເມືອງນອນຫວຽດນາມ ຢູ່ປະເທດເພື່ອນມິດລາວ

16:30 | 05/02/2020

ຍສໝ - ເປັນເວລາຫລາຍປີທີ່ຜ່ານມາ, ສະໂມສອນໄທບ້ານດຽວກັນແຂວງຊຽງຂວາງ ໄດ້ກາຍເປັນສະຖານທີ່ພົບປະ, ແລກປ່ຽນວັດທະນະທຳ, ແລກປ່ຽນປະສົບການທາງທຸລະກິດ ຂອງຊາວຫວຽດນາມຢູ່ຕ່າງປະເທດບ້ານເກີດໃນແຂວງແຂວງຊຽງຂວາງ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 90 ປີ, ໃນຕອນແລງຂອງວັນທີ 3 ກຸມພາ, ສະໂມສອນໄທບ້ານດຽວກັນແຂວງຊຽງຂວາງທີ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ຈັດຕັ້ງການພົບປະສັງສັນຕົ້ນລະດູບານໃໝ່. ເຂົ້າຮ່ວມພິທີ ມີຜູ້ຕາງໜ້າສະຖານທູດຫວຽດນາມປະ ຈຳລາວ, ສະມາຄົມໃຫຍ່ຫວຽດນາມປະຈຳ ລາວ, ບັນດາອົງການທີ່ຢູ່ຄຽງຂ້າງສະຖານທູດ, ແລະ ຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼວງຫຼາຍທີ່ອາໄສຢູ່ນະຄອນຫຼວງວຽງຈັນ.

ຄວາມຮັກບ້ານເກີດເມືອງນອນຫວຽດນາມ ຢູ່ປະເທດເພື່ອນມິດລາວ

ທ່ານເຈີ່ນແຮັ້ງ - ປະທານສະໂມສອນໄທບ້ານດຽວກັນແຂວງຊຽງຂວາງທີ່ນະຄອນຫຼວງວຽງຈັນ ກ່າວຄຳປາໄສໃນພິທີ. (ພາບ: vov.vn)

ໃນການພົບໜ້າ, ທ່ານເຈີ່ນແຮັ້ງ - ປະທານສະໂມສອນໄທບ້ານດຽວກັນແຂວງຊຽງຂວາງທີ່ນະຄອນຫຼວງວຽງຈັນ ໄດ້ສົ່ງຄຳອວຍພອນປີໃໝ່ໃຫ້ສະມາຊິກທຸກຄົນ, ແລະປາດຖະໜາວ່າ ປະຊາຊົນສືບຕໍ່ເສີມຂະຫຍາຍຮີດຄອງປະເພນີຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດ,ພັດທະນາເສດຖະກິດ, ເຂົ້າຮ່ວມຢ່າງຟົດຟື້ນຫ້າວຫັນ ໃນການເຄື່ອນໄຫວທາງສັງຄົມ ແລະ ການກຸສົນ, ສ້າງສະໂມສອນໃຫ້ນັບມື້ນັບເຂັ້ມແຂງ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍຄວາມສາມັກຄີອັນຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມຢູ່ລາວ, ຮັກສາບັນດາຄຸນຄ່າວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຫວຽດນາມ; ປະຕິບັດນະໂຍບາຍກົດ ໝາຍຂອງລາວເປັນຢ່າງດີ, ປະກອບສ່ວນສ້າງປະເທດລາວໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຊີວິດທີ່ກົມກຽວກັບປະຊາຊົນທ້ອງຖິ່ນ, ກາຍເປັນຂົວຕໍ່ເພື່ອປະກອບສ່ວນຮັກສາມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ພວມມີການພັດທະນານັບມື້ນັບດີຂຶ້ນ.

ໃນຫລາຍປີທີ່ຜ່ານມາ, ສະໂມສອນໄທບ້ານດຽວກັນແຂວງຊຽງຂວາງ ໄດ້ກາຍເປັນສະຖານທີ່ພົບປະ, ແລກປ່ຽນວັດທະນະທຳ, ແລກປ່ຽນປະສົບການທາງທຸລະກິດ ຂອງຊາວຫວຽດນາມຢູ່ຕ່າງປະເທດບ້ານເກີດໃນແຂວງແຂວງຊຽງຂວາງ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.