ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ

06:07 | 20/01/2020

ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ຕາແສງ ຊຽງເມືອງ, ເມືອງ ໜອງບົກ ແຂວງຄໍາມ່ວນ, ຕັ້ງຢູ່ແຄມແມ່ນໍ້າຂອງທີ່ສວຍງາມ. ກ່ອນນີ້ 90 ກວ່າປີ, ປະທານໂຮ່ຈີມິນໄດ້ມີຊຸມວັນເດືອນເຄື່ອນໄຫວການປະຕິວັດຢູ່ແຫ່ງນີ້. ປັດຈຸບັນ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ຄໍາມ່ວນ ໄດ້ກາຍເປັນສັນຍາລັກອັນສັກກະລະບູຊາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບຂອງປະຊາຊົນ 2 ປະເທດ ລາວ - ຫວຽດນາມ.


ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ

ເຂດອະນຸສອນສະຖານປະທານໂຮ່ຈີມິນຢູ່ ຄໍາມ່ວນ: ບ່ອນສ້າງສາຍສໍາພັນຄວາມສາມັກຄີ ລະຫວ່າງລາວ - ຫວຽດນາມ


ທຸກໆວັນ, ພິເສດແມ່ນຊຸມວັນບຸນ, ວັນພັກການ ແຂກຄົນ ແລະ ຊາວທ້ອງຖິ່ນໄດ້ມາຖະຫວາຍທູບທຽນ, ໄຫວ້ອາໄລ ປະທານໂຮ່່ຈີມິນຢ່າງເປັນປະຈໍາ, ເພາະເພິ່ນບໍ່ພຽງແຕ່ແມ່ນຜູ້ນໍາຂອງຊາດຫວຽດນາມ ເທົ່ານັ້ນ ຫາກຍັງເປັນຜູ້ນໍາຂອງປະຊາຊົນລາວບັນດາເຜົ່າອ້າຍນ້ອງອີກດ້ວຍ.

ທ່ານ ຈັນທະຄິດ ມະນີປະກອນ, ນາຍບ້ານ ຊຽງວາງ, ຜູ້ທີເຂົ້າໃຈແຈ້ງການອຸທິດສ່ວນ ແລະ ອາລົມຈິດຂອງປະທານໂຮ່ຈີມິນ ທີ່ມີຕໍ່ປະເທດຫວຽດນາມ ແລະ ກໍແມ່ນຜູ້ທີ່ມີຄວາມມານະອົດທົນກໍ່ສ້າງ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມ - ລາວ. ເພາະສະນັ້ນ, ສໍາລັບທ່ານ ຈັນທະຄິດ ແລ້ວ ມາຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ກໍ່ແມ່ນເພື່ອສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖື ແລະ ຄວາມຮັກແພງຂອງປະຊາຊົນລາວ ທີ່ມີຕໍ່ປະທານໂຮ່ຈີມິນ.

ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ຊຽງວາງ ມີເນື້ອທີ່ກວ້າງປະມານ 1,6 ແຮັກຕາ, ເຊິ່ງໄດ້ກໍ່ສ້າງສໍາເລັດເມື່ອປີ 2012 ໂດຍມີຫຼາຍກິດຈະກໍາຍ່ອຍ. ໃນນັ້ນ ພົ້ນເດັ່ນແມ່ນຫ້ອງບູຊາ ເຊິ່ງໄດ້ກໍ່ສ້າງຕາມການອອກແບບຂອງຫວຽດນາມ, ສ່ວນຫໍວາງສະແດງເອກະສານ, ພາບຖ່າຍກ່ຽວກັບປະທານໂຮ່ຈີມິນນັ້ນ ພັດໄດ້ອອກແບບ ແລະ ກໍ່ສ້າງຕາມສະຖາປັດຕະຍາກໍາຂອງລາວ. ໃນເຂດອະນຸສອນສະຖານປະທານໂຮ່ຈີມິນຍັງມີຫ້ອງຮັບແຂກ, ຫໍອະນຸສາວະລີ, ບໍລິເວນປູກຕົ້ນໄມ້ປະດັບ ແລະ ມີໜອງປາອີກດ້ວຍ. ເອື້ອຍ ເມກສະຫວັນ ສຸວັນນະພູມີ , ຜູ້ນໍາທ່ຽວຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ຊຽງວາງ ໃຫ້ຮູ້ວ່າ:

“ເມື່ອແຂກທ່ອງທ່ຽວມາຢ້ຽມຢາມເຂດອະນຸສອນສະຖານແຫ່ງນີ້ ຈະມີຜູ້ແນະນໍາ, ບັນລະຍາຍດ້ວຍພາສາລາວ ແລະ ພາສາຫວຽດ ກ່ຽວກັບບັນດາເອກະສານປະຫວັດສາດ ກໍຄື ໄລຍະທີ່ປະທານໂຮ່ຈີມິນເຄື່ອນໄຫວປະຕິວັດຢູ່ທີ່ນີ້. ຢູ່ບ້ານຊຽງວາງ, ປະຊາຊົນຊຽງວາງ ຍາມໃດກໍສະໜັບສະໜູນ, ຮັກແພງ ແລະ ຮູ້ສຶກຕື້ນຕັນໃຈເມື່ອມາແຫ່ງນີ້. ຂ້າພະເຈົ້າເຫັນໄດ້ຊັດນໍ້າໃຈຄວາມຮັກແພງ, ການຊ່ວຍເຫຼືອຂອງປະຊາຊົນຫວຽດນາມທີ່ມີຕໍ່ປະຊາຊົນລາວ. ປະຊາຊົນສອງປະເທດ ຍາມໃດກໍມີຄວາມສາມັກຄີກັນ”.

ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ໄດ້ວາງສະແດງພາບຖ່າຍເອກະສານ, ປຶ້ມ, ໜັງສືພິມ ທີ່ຂຽນກ່ຽວກັບປະທານໂຮ່ຈີມິນ; ພາບຖ່າຍກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຄັ້ງຕ່າງໆຂອງການນໍາຂັ້ນສູງສອງປະເທດໃນເມື່ອກ່ອນ ແລະ ປັດຈຸບັນ. ມີວັດຖຸພັນຫຼາຍຢ່າງທີ່ກ່ຽວຂ້ອງເຖິງປະທານໂຮ່ຈີມິນ ໂດຍຊາວຫວຽດນາມອາໄສຢູ່ບ້ານຊຽງວາງມອບໃຫ້... ທ່ານ ຄັນໄຊ ພົມມະວົງ, ຫົວໜ້າຄະນະຄຸ້ມຄອງເຂດອະນຸສອນສະຖານປະທານໂຮ່ຈີມິນ ໃຫ້ຮູ້ວ່າ ເຂດອະນຸສອນແຫ່ງນີ້ ບໍ່ພຽງແຕ່ແມ່ນສັນຍາລັກເທົ່ານັ້ນ ຫາກຍັງແມ່ນບ່ອນສ້າງຄວາມຜູກພັນສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ ອີກດ້ວຍ. ທ່ານ ຄັນໄຊ ເວົ້າຄວາມໃນໃຈສູ່ຟັງວ່າ, ຍິ່ງຄົ້ນຄວ້າ, ຍິ່ງເຂົ້າໃຈແຈ້ງກ່ຽວກັບປະທານໂຮ່ຈີມິນ, ຍິ່ງຢາກປະຕິບັດພາລະກິດຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງເຂດອະນຸສອນສະຖານແຫ່ງນີ້ໃຫ້ດີທີ່ສຸດ.

ຢູ່ໃຈກາງເຂດພູຜ່າປາໄມ້ແມ່່ນໍ້າລໍາເຊ ຄໍາມ່ວນທີ່ສວຍງາມນີ້, ເຂດອະນຸສອນສະຖານປະທານໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງຂອງນໍ້າໃຊຮັກຊາດ, ເອກະລາດ, ເສລີພາບ, ນັ້ນກໍແມ່ນຄວາມເຄົາລົບສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຂອງປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ປະທານໂຮ່ຈີມິນ. ໂດຍມີແມ່ນໍ້າຂອງທີ່ສວຍງາມດັ່ງໃນຝັນ ແລະ ທົ່ງນາທີ່ສະຫງົບງຽບອ້ອມຮອບນັ້ນ ຍິ່ງເຮັດໃຫ້ເຂດອະນຸສອນສະຖານແຫ່ງນີ້ມີຄວາມສັກສິດຂຶ້ນຕື່ມ.

ເຂດອະນຸສອນສະຖານປະທານໂຮ່ຈີມິນ ແມ່ນສັນຍາລັກຂອງໄມຕີຈິດມິດຕະພາບ ແລະ ກາຍເປັນສະຖານທີ່ປະຫວັດສາດສໍາຄັນເພື່ອສຶກສາ, ເຜີຍແຜ່ໃຫ້ຄົນລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງຫວຽດນາມ - ລາວ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.