ຄະນະຜູ້ແທນແຂວງຫົວພັນ ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ

16:20 | 15/01/2020

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນແຂວງຫົວພັນ ນຳໂດຍທ່ານ ວັນໄຊ ແພງຊຸມມາ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ມາຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ.

ຄະນະຜູ້ແທນແຂວງຫົວພັນ ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ

ການນຳສອງແຂວງແທັງຮ໊ວາ -ຫົວພັນຖ່າຍຮູບເປັນທີ່ລະນຶກ. (ພາບ: baothanhhoa)

ທີ່ການຕ້ອນຮັບ, ຕາງໜ້າຄະນະປະຕິບັດງານ, ທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ມອບຊໍ່ດອກໄມ້ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ, ພ້ອມທັງເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຫົວພັນ ຍາມໃດກໍ່ຖືເປັນສຳຄັນ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະເລິກເຊິ່ງກວ້າງຂວາງລະຫວ່າງສອງແຂວງຢ່າງບໍ່ຢຸດຢັ້ງ.

ທີ່ການຕ້ອນຮັບ, ທ່ານ ຈິ້ງວັນຈ໊ຽນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທັງຮ໊ວາ ໄດ້ແຈ້ງໃຫ້ຄະນະຜູ້ແທນແຂວງຫົວພັນ ຮັບຊາບບັນດາໝາກຜົນພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບປີ 2019. ພ້ອມທັງປາດຖະໜາວ່າ ໃນປີ 2020 ແຂວງແທັງຮວ໊າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກແຂວງຫົວພັນ, ໂດຍສະເພາະແມ່ນຊ່ວຍເຫຼືອປະຊາຊົນແຂວງແທັງຮ໊ວາ ຜະລິດ, ດຳເນີນທຸລະກິດເປັນປົກກະຕິ; ເອົາໃຈໃສ່ໜູນຊ່ວຍເພື່ອໃຫ້ວິສາຫະກິດຂອງແຂວງແທັງຮ໊ວາ ລົງທຶນກໍ່ສ້າງບັນດາກິດຈະການຕ່າງໆຢູ່ແຂວງຫົວພັນ; ປົກປັກຮັກສາແຫຼ່ງນ້ຳແມ່ນ້ຳມ້າ ແລະສືບຕໍ່ເປັນສູນເຊື່ອມຕໍ່ເພື່ອໃຫ້ສອງຝ່າຍເຊັນສັນຍາຮ່ວມມືໃນປີ 2020 ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນບໍລິສຸດຜຸດຜ່ອງ, ສະໜິດຕິດພັນລະຫວ່າງແຂວງ ແທັງຮ໊ວາ-ຫົວພັນ ໃຫ້ນັບມື້ນັບຍືນຍົງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.