ຫົວໜ້າສະຖານກົງສູນໃຫຍ່ ລາວ ອວຍພອນປີໃໝ່ແນວໂຮມປະເທດຊາດນະຄອນດ່ານັ້ງ

16:16 | 18/01/2020

ຍສໝ - ວັນທີ 16 ມັງກອນ, ຫົວໜ້າສະຖານກົງສູນໃຫຍ່ ລາວ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ແນວໂຮມປະເທດຊາດນະຄອນດ່ານັ້ງ.

ຫົວໜ້າສະຖານກົງສູນໃຫຍ່ ລາວ ອວຍພອນປີໃໝ່ແນວໂຮມປະເທດຊາດນະຄອນດ່ານັ້ງ

ທ່ານ ວຽງໄຊ ພົມມະຈັນ, ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍານະຄອນດ່ານັ້ງ ອວຍພອນປີໃໝ່ປະຈໍາຊາດ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມນະຄອນດ່ານັ້ງ. (ພາບ: daidoanket.vn)

ຫົວໜ້າສະຖານກົງສູນໃຫຍ່ ລາວ ສົ່ງຄໍາອວຍພອນອັນດີງາມເຖິງອໍານາດການປົກຄອງ, ປະຊາຊົນນະຄອນດ່ານັ້ງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2020, ອວຍພອນທຸກຄົນ, ທຸກຄອບຄົວປີໃໝ່ຈົ່ງມີຄວາມຜາສຸກ, ຢູ່ດີມີແຮງ. ປີ 2020 ກໍ່ແມ່ນປີທີ່ມີຄວາມໝາຍພິເສດສໍາລັບຫວຽດນາມ ແລະລາວ ເມື່ອສອງຝ່າຍພ້ອມກັນສະເຫຼີມສະຫຼອງ 70 ປີທະຫານອາສາສະໝັກຫວຽດນາມ ສູ້ຮົບຕ້ານສັດຕູລວມຢູ່ລາວ, ຍາດເອົາເອກະລາດ, ອິດສະຫຼະພາບ. ນອກຈາກນັ້ນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມນະຄອນດ່ານັ້ງ ຈະສົ່ງເສີມບັນດາລາຍການໜູນຊ່ວຍທ້ອງຖິ່ນຕ່າງໆຂອງລາວ, ພິເສດແມ່ນໜູນຊ່ວຍນັກສຶກສາລາວ ທີ່ກໍາລັງຮໍ່າຮຽນຢູ່ມະຫາວິທະຍາໄລຕ່າງໆໃນບໍລິເວນນະຄອນດ່ານັ້ງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.