ນັກສຶກສາລາວ ຈຳນວນ 241 ຄົນໄດ້ຮັບໃບປະກາດ ຢັ້ງຢືນພາສາ ຫວຽດນາມ

05:50 | 01/02/2020

ຕອນເຊົ້າວັນທີ 16 ສິງຫາ, ມະຫາວິທະຍາໄລ ຮ່າຕິ້ງ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບຢັ້ງຢືນພາສາຫວຽດນາມໃຫ້ນັກສຶກສາລາວ ຈຳນວນ 241 ຄົນ. ການຝືກອົບຮົມພາສາຫວຽດໃຫ້ແກ່ນັກສຶກສາຕ່າງປະເທດ ບໍ່ພຽງແຕ່ເປັນປະຖົມປັດໄຈ ໃນການບຳລຸງຊັບພະຍາກອນມະນຸດ ໃຫ້ແກ່ປະເທດລາວເທົ່ານັ້ນ ແຕ່ຍັງເປັນໜ້າທີ່ການເມືອງຂອງມະຫາວິທະຍາໄລຮ່າຕິ້ງ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

ເຂົ້າຮ່ວມພິທີມີພະນັກງານ, ຄູສອນ ແລະ ນັກສຶກສາລາວເກືອບ 300 ຄົນທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລຮ່າຕິ້ງ.(ພາບ:baohatinh.vn)

ການຝືກອົບຮົມ ແລະ ການຢັ້ງຢືນພາສາຫວຽດໃຫ້ແກ່ນັກສຶກສາລາວແມ່ນພື້ນຖານໃຫ້ພວກເຂົາເຂົ້າຮ່ວມການຮ່ຳຮຽນ ຢ່າງວິຊາສະເພາະທີ່ມະຫາວິທະຍາໄລຮ່າຕິ້ງ ແລະ ໂຮງຮຽນ ບຳລຸງວິຊາຊີບອື່ນໆໃນແຂວງ.(ພາບ:baohatinh.vn)

ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ມະຫາວິທະຍາໄລຮ່າຕິ້ງໄດ້ຮ່ວມມືກັບບັນດາພະແນກ, ອົງການຕ່າງໆເພື່ອສ້າງເງື່ອນໄຂສະດວກໃຫ້ເດັກນ້ອຍໄດ້ຮໍ່າຮຽນ ແລະ ດຳລົງຊີວິດໃນສະພາບການສຶກສາ ທີ່ດີທີ່ສຸດ.(ພາບ:baohatinh.vn)

ຜົນສຳເລັດຂອງສຶກສາ, ມີນັກຮຽນທັງໝົດ 241 ຄົນທີ່ໄດ້ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ, ໃນນັ້ນ: ນັກຮຽນດີເລີດໄດ້ຈຳນວນ 9 ຄົນ ແລະ ນັກຮຽນເກັ່ງໄດ້ຈຳນວນ 46 ຄົນ.(ພາບ:baohatinh.vn)

ທ່ານອາຈານ ດ່ວານເຊີນຫາຍ - ອຳນວຍການມະຫາວິທະຍາໄລ ຮ່າຕິ້ງ ໄດ້ມອບໃບປະກາດຈົບຊັ້ນໃຫ້ແກ່ນັກສຶກສາລາວ.(ພາບ:baohatinh.vn)

ເຫດການ
302 Found

Found

The document has moved here.