ການເຈລະຈາລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ແຂວງຫຼວງພະບາງ - ລາວ

06:55 | 18/02/2020

ຫວ່າງແລ້ວນີ້, ທ່ານ ພົນຈັດຕະວາ ດັ້ງກວາງມິງ, ຮັກສາການຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການທະຫານ ແຂວງ ຫຼວງພະບາງ ໂດຍການຕ້ອນຮັບ ຂອງ ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຫຼວງພະບາງ.

ໃນການເຈລະຈາ, ສອງຝ່າຍໄດ້ຜັດປ່ຽນກັນ ລາຍງານສະພາບກົມກອງ, ຈຸດພິເສດທີ່ຕັ້ງ, ພາລະບົດບາດໜ້າທີ່ ແລະ ສະພາບການລວມໃນຂົງເຂດກົມກອງຕົນຮັບຜິດ ຊອບໃຫ້ກັນ ແລະ ກັນຮັບຊາບ ໂດຍຫຍໍ້, ໂດຍສະເພາະດ້ານເສດຖະກິດ, ວັດທະນະທໍາ - ສັງຄົມ, ພ້ອມທັງໄດ້ຕີລາຄາຜົນສໍາເລັດໃນການຈັດຕັ້ງຊີ້ນໍາ - ນໍາພາ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງ, ເປັນຕົ້ນແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງດ້ານການເມືອງ - ການທະຫານ, ວຽກງານພະລາທິການ - ເຕັກນິກ, ຕິດພັນກັບວຽກງານພົວພັນ ແລະ ຮ່ວມມືກັບສາກົນ.

ການເຈລະຈາລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະ ແຂວງຫຼວງພະບາງ - ລາວ

ທ່ານ ພົນຈັດຕະວາ ດັ້ງກວາງມິງ ແລະ ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ. (ພາບ: kongthap.la)

ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ໄດ້ກ່າວໃຫ້ຮູ້ວ່າ ຕະຫຼອດໄລຍະຜ່ານມາ, ກອງບັນຊາການທະຫານແຂວງຫຼວງພະບາງ ແມ່ນຖືເປັນບັນຫາທີ່ສໍາຄັນຕໍ່ກັບວຽກງານພົວພັນຮ່ວມມືຍຸດທະສາດສາກົນ, ໂດຍສະເພາະແມ່ນບັນດາປະເທດເພື່ອນມິດໃກ້ຄຽງໂດຍ, ສະເພາະແມ່ນປະເທດ ສສ ຫວຽດນາມ. ຍາມໃດກໍປຽບເໝືອນອ້າຍນ້ອງຮ່ວມທ້ອງດຽວກັນ, ເຊິ່ງໄດ້ມີການພົວພັນຮັດແໜ້ນກັບກອງບັນຊາການທະຫານ ແຂວງເຊິນລາ, ແຂວງດຽນບຽນ, ກອງບັນຊາການທະຫານເຂດ 2 ແລະ ບັນ ດາກົມກອງທີ່ມີຊາຍແດນຕິດຈອດພາກເໜືອຂອງ ແຂວງຫຼວງພະບາງ, ເຊິ່ງການພົວພັນຮ່ວມຜ່ານມາແມ່ນໄດ້ດໍາເນີນໄປດ້ວຍໝາກຜົນອັນຈົບງາມ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຍັງສືບຕໍ່ອູ້ມຊູຊ່ວຍເຫຼືອກັນມາໂດຍຕະຫຼອດ, ປະຊາຊົນທັງສອງຊາດໃນຂອບເຂດຊາຍແດນແມ່ນມີຄວາມເປັນເຈົ້າ ການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້, ມີຄວາມຮັກແພງສາມັກຄີໄມຕີຈິດມິດຕະພາບ ແລະ ພ້ອມກັນທໍາມາຄ້າຂາຍແລກປ່ຽນສິນຄ້າ, ເຮັດໃຫ້ເສດຖະກິດນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເປັນ ກ້າວໆ.

ໃນວັນບຸນທີ່ສໍາຄັນຂອງທັງສອງຊາດ, ກອງບັນຊາການທະຫານແຂວງຫຼວງພະບາງ ກັບກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ໄດ້ຜັດປ່ຽນກັນຈັດຕັ້ງຄະນະໄປພົບປະແລກປ່ຽນບົດຮຽນ ແລະ ອວຍພອນກັນຢ່າງເປັນປະຈໍາ. ທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນ ແລະ ກັນຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: kongthap.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.