ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ

11:33 | 12/02/2020

ຍສໝ -ວັນທີ 11 ກຸມພາ, ທ່ານ ໂຕເລີມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຄຳມ່ວນ.

ສືບຕໍ່ການຢ້ຽມຢາມເຮັດວຽກຢູ່ລາວ, ວັນທີ 11 ກຸມພາ, ທ່ານ ໂຕເລີມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຄຳມ່ວນ.

ຢ້ຽມຢາມ ແຂວງຄຳມ່ວນ ໃນໂອກາດວັນສ້າງຕັ້ງພັກຄົບຮອບ 90 ປີ ແລະ ກະກຽມສະເຫຼີມສະຫຼອງວັນເກີດປະທານໂຮ່ຈີມິນຄົບຮອບ 130 ປີ, ທ່ານລັດຖະມົນຕີ ໂຕເລີມ ແລະ ຄະນະໄດ້ໄປຢ້ຽມຢາມເຂດອະນຸສາວະລີ ປະທານໂຮ່ຈີມິນ ຢູ່ ເມືອງໜອງບົກ, ສະຖານທີ່ເຊິ່ງໄດ້ເກັບຮັກສາຮູບພາບ ແລະ ວັດຖຸທີ່ລະນຶກທີ່ກ່ຽວຂ້ອງເຖິງສະໄໝ ປະທານໂຮ່ຈີມິນ ດຳເນີນການປະຕິວັດຢູ່ລາວ, ກ່ອນທີ່ຈະສ້າງຕັ້ງພັກກອມມູນິດຫວຽດນາມ. ທ່ານລັດຖະມົນຕີ ໂຕເລີມ ແລະ ຄະນະຜູ້ແທນພ້ອມດ້ວຍຊາວ ຫວຽດນາມ ຢູ່ຕ່າງປະເທດເປັນຈຳນວນຫລວງຫລາຍ ໄດ້ວາງພວງມາລາ, ໄຕ້ທູບຢ່າງເຄົາລົບ ເພື່ອອາໄລຫາ ປະທານໂຮ່ຈີມິນ - ຜູ້ນຳແສນເຄົາລົບຮັກຂອງ ປະຊາຊົນຫວຽດນາມ.

ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ

ທ່ານລັດຖະມົນຕີ ໂຕເລີມ ຖ່າຍຮູບຮ່ວມກັບຊາວຫວຽດນາມຢູ່ຕ່າງປະເທດຢູ່ແຂວງຄຳມ່ວນ. (ພາບ: vov.vn)

ທ່ານລັດຖະມົນຕີ ໂຕເລີມ ຢືນຢັນວ່າ, ອະນຸສອນໄດ້ສ້າງຂຶ້ນຢູ່ແຂວງ ຄໍາມ່ວນ ສະແດງໃຫ້ເຫັນສັນຍາລັກແຫ່ງຈິດໃຈສາມັກຄີການຕໍ່ສູ້, ແລະ ມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດ ຫວຽດນາມ - ລາວ, ເຊິ່ງປະທານ ໂຮ່ຈີມິນ ແລະ ປະທານປະເທດລາວ ໄກສອນ ພົມວິຫານ ໄດ້ສ້າງພື້ນຖານແຫ່ງການພົວພັນ ຫວຽດນາມ - ລາວ.

ທ່ານລັດຖະມົນຕີ ໂຕເລີມ ແລະ ຄະນະໄດ້ມີການພົບປະແລກປ່ຽນມິດຕະພາບກັບຊາວຫວຽດນາມ ຢູ່ປະເທດລາວ; ຊົມເຊີຍຄວາມສາມັກຄີ ຂອງຊາວຫວຽດນາມຢູ່ຕ່າງປະເທດ, ຮັບຮູ້ບາງຂໍ້ສະເໜີແນະຂອງຊາວຫວຽດນາມ ຢູ່ປະເທດລາວ ຕໍ່ພັກ ແລະ ລັດ ໃນການເອົາໃຈໃສ່ສະໜັບສະໜູນການກໍ່ສ້າງໂຮງຮຽນ ເພື່ອຈັດຕັ້ງການຮຽນ - ການສອນພາສາຫວຽດ ສຳລັບເດັກນ້ອຍຊາວຫວຽດນາມຢູ່ປະເທດລາວ; ພ້ອມກັນນັ້ນ, ປຸກລະດົມໃຫ້ປະຊາຊົນສືບຕໍ່ສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ; ເພີ່ມທະວີການສິດສອນ ແລະ ຮ່ຳຮຽນພາສາຫວຽດໃຫ້ແກ່ໄວໜຸ່ມ, ປະກອບສ່ວນປົກປັກຮັກສາວັດທະນະທຳຂອງຫວຽດນາມ; ເຄົາລົບຮີດຄອງປະເພນີ ແລະ ເຄົາລົບກົດໝາຍຂອງປະເທດປະຈຳຖິ່ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.