ຕຳຫຼວດແຂວງຫົວພັນ ສປປ ລາວ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ ພະນັກງານທະຫານຊາຍແດນ ແລະ ຕຳຫຼວດ ແຂວງເງະອານ ສສ ຫວຽດນາມ

11:37 | 15/01/2020

ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານກອງບັນຊາການຕໍາຫຼວດແຂວງຫົວພັນ ນຳໂດຍທ່ານພັນໂທ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ມາຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນ ແລະ ພະແນກຕໍາຫຼວດ ແຂວງເງະອານ.

ຕຳຫຼວດແຂວງຫົວພັນ ສປປ ລາວ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ ພະນັກງານທະຫານຊາຍແດນ ແລະ ຕຳຫຼວດ ແຂວງເງະອານ ສສ ຫວຽດນາມ

ຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນ ມາອວຍພອນປີໃໝ່ກອງບັນຊາການທະຫານຊາຍແດນແຂວງເງະອານ. (ພາບ: baonghean)

ທີ່ກອງບັນຊາການທະຫານຊາຍແດນແຂວງເງະອານ, ຕາງໜ້າຄະນະພັກ, ຄະນະບັນຊາການກອງບັນຊາການ ປກສ ແຂວງຫົວພັນ, ທ່ານພັນໂທ ອຳພອນ ພັນມະຈັນ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງເງະອານ; ພ້ອມທັງຫວັງວ່າສາຍພົວພັນ, ການຮ່ວມມືສາມັກຄີ, ມິດຕະພາບລະຫວ່າງກອງບັນຊາການ ປກສ ແຂວງຫົວພັນ ແລະກອງບັນຊາການທະຫານຊາຍແດນແຂວງເງະອານ ຈະນັບມື້ນັບພັດທະນາ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ, ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ.

ທ່ານພັນເອກພິເສດ ເຈິ່ນຫ໋າຍບິ່ງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຂອບໃຈຕໍ່ອາລົມຈິດ, ການຊ່ວຍເຫຼືອ, ການສົມທົບທີ່ມີປະສິດທິຜົນຂອງຕໍາຫຼວດແຂວງຫົວພັນ ໃນໄລຍະຜ່ານມາ, ພິເສດແມ່ນການປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ, ໂຄສະນາ, ຂົນຂວາຍປະຊາຊົນບໍ່ຮ່ວມມືກັບອາດຊະຍາກໍາ, ຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ.

ຕຳຫຼວດແຂວງຫົວພັນ ສປປ ລາວ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ ພະນັກງານທະຫານຊາຍແດນ ແລະ ຕຳຫຼວດ ແຂວງເງະອານ ສສ ຫວຽດນາມ

ຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນ ມາອວຍພອນປີໃໝ່ພະແນກຕໍາຫຼວດແຂວງເງະອານ.(ພາບ: baonghean)


ທີ່ພະແນກຕໍາຫຼວດແຂວງເງະອານ, ຜູ້ຕາງໜ້າຄະນະຜູ້ແທນຕຳຫຼວດແຂວງຫົວພັນໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ພະນັກງານຕໍາຫຼວດແຂວງເງະອານເນື່ອງໃນໂອກາດປີໃໝ່ປະຈໍາຊາດ ຫວຽດນາມ 2020 ແລະ ເຊື່ອວ່າໃນປີ 2020, ຕຳຫຼວດຂອງສອງແຂວງຈະສືບຕໍ່ແລກປ່ຽນ, ແບ່ງປັນປະສົບການ, ເພີ່ມທະວີການຮ່ວມມື, ຮັດແໜ້ນສາຍພົວພັນທີ່ໃກ້ຊິດເພື່ອໃຫ້ມີບາດກ້າວພັດທະນາໃໝ່ໃນໄລຍະທີ່ຈະມາເຖິງ.

ທ່ານ ພັນເອກພິດເສດ ເລຊວນຮວ່າຍ - ຮອງຫົວໜ້າພະແນກຕຳຫຼວດແຂວງ ເງະອານ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະຜູ້ແທນຕຳຫຼວດແຂວງຫົວພັນຂອງລາວ, ພ້ອມທັງກໍ່ຫວັງວ່າສອງຝ່າຍຈະສືບຕໍ່ເປັນເອກະພາບ ແລະ ນຳພາກຳລັງຕໍາຫຼວດສອງແຂວງ ເພື່ອເສີມຂະຫຍາຍການພົວພັນອັນເປັນມູນເຊື້ອ, ປະສານສົມທົບຢ່າງມີປະສິດທິຜົນໃນວຽກງານຮັບປະກັນຄວາມ ໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບ ແລະ ການພັດທະນາ ຢູ່ເຂດຊາຍແດນ ລະຫວ່າງສອງແຂວງ, ພ້ອມກັນສ້າງສາ ແລະ ພັດທະນາ ສອງ ປະເທດຫວຽດນາມ - ລາວ ເວົ້າລວມ ໃຫ້ນັບມື້ນັບພັດທະນາ ຢ່າງບໍ່ຢຸດຢັ້ງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.