ຊາວຫວຽດນາມຕ່າງປະເທດຢູ່ລາວ ໄດ້ສະຫຼອງປີໃໝ່ປະຈຳຊາດ 2020

06:01 | 21/01/2020

ຍສໝ - ຕອນຄ່ຳວັນທີ 19 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະມາຄົມຊາວຫວຽດນາມຕ່າງປະເທດຢູ່ລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດປີ 2020 ຢ່າງຄຶກຄື້ນມ່ວນຊື່ນ.

ເຂົ້າຮ່ວມພິທີສະຫຼອງປີໃໝ່ປະຈຳຊາດ 2020 ມີຜູ້ແທນກວ່າ 1200 ຄົນເປັນຜູ້ແທນ, ຜູ້ຕາງໜ້າໃຫ້ຊາວຫວຽດນາມຢູ່ຕ່າງປະເທດຢູ່ນະຄອນຫຼວງວຽງຈັນ, ບັນດາແຂວງທາງທິດຕາເວັນອອກສຽງ ເໜືອ ຂອງໄທ, ຜູ້ຕາງໜ້າສະຖານທູດ, ບັນດາອົງການຕາງໜ້າຂອງຫວຽດນາມ ແລະ ບັນດາວິສາຫະກິດຫວຽດນາມໃນປະເທດລາວ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລວັນມູ່ຍ, ປະທານສະມາຄົມຊາວຫວຽດນາມ ຢູ່ນະຄອນຫລວງວຽງຈັນຢືນຢັນວ່າ, ໃນຊຸມປີມໍ່ໆມານີ້, ວັດທະນະທຳ, ຮູບພາບຂອງຊາວຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ປະເທດລາວ, ເປັນແບບຢ່າງເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ດີ, ບາງຄົນແມ່ນນັກທຸລະກິດທີ່ມີຄວາມສາມາດ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງປະເທດລາວ, ກໍ່ຄືປະເທດຫວຽດນາມ.

ຊາວຫວຽດນາມຕ່າງປະເທດຢູ່ລາວ ໄດ້ສະຫຼອງປີໃໝ່ປະຈຳຊາດ 2020

ບັນດາຜູ້ແທນເຂົ້າຮ່ວມສະເຫຼີມສະຫຼອງປີໃໝ່ປະຈຳຊາດປີ 2020. (ພາບ: VOV)

ຕາງໜ້າສະຖານທູດ ຫວຽດນາມ ປະຈຳລາວ, ທ່ານ ຫງວຽນແທງຕຸງ ໄດ້ຕີລາຄາສູງຕໍ່ບັນດາຄວາມນ້ຳໃຈ ແລະ ການປະກອບສ່ວນຂອງຊາວຫວຽດນາມຢູ່ຕ່າງປະເທດໃນນະຄອນຫຼວງວຽງຈັນເວົ້າສະເພາະ ແລະ ຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ ໃນປີທີ່ຜ່ານມາ. ທ່ານ ຫງວຽນແທງຕຸງ ຫວັງວ່າ ບັນດາປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບພັກ, ລັດ ແລະ ປະຊາຊົນໃນທົ່ວປະເທດ ເພື່ອຮັດແໜ້ນປັບປຸງຄວາມມະຫາສາມັກຄີແຫ່ງຊາດ, ຄວາມຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງຊຸມຊົນໃຫ້ນັບມື້ນັບເຂັ້ມແຂງ, ປະກອບສ່ວນສົ່ງເສີມມິດຕະພາບແບບພິເສດຫວຽດນາມ - ລາວ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.