ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ.

11:56 | 21/02/2020

ຍສໝ - ໃນການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ແຈ້ງຂ່າວກ່ຽວກັບສະພາບ ແລະ ຄວາມບຸກບືນໃນວຽກງານປ້ອງກັນເຊື້ອພະຍາດ Covid-19.

ເນືອງໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການຕ່າງປະເທດ ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງຄັ້ງທີ 5 ແລະ ກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນກ່ຽວກັບການຮ່ວມມືກັນຮັບມືກັບເຊື້ອພະຍາດ Covid-19 ໄດ້ຈັດຕັ້ງຢູ່ນະຄອນຫຼວງວຽງຈັນ, ລາວ, ໃນຕອນແລງວັນທີ 19 ເດືອນກຸມພາ ທ່ານຮອງນາຍົກລັດຖະມົນຕີ ເຊິ່ງເປັນລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ໄດ້ມີການພົບປະສອງຝ່າຍກັບ ທ່ານກຳມະການລັດຖະບານ - ລັດຖະມົນຕີການຕ່າງປະເທດຈີນ ເວືອງຫງີ້ ແລະ ລັດຖະມົນຕີການຕ່າງປະເທດລາວ ທ່ານສະເຫຼີມໄຊ ກົມມະສິດ.

ໃນການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ທ່ານ ເວືອງຫງີ້, ສອງຝ່າຍໄດ້ແຈ້ງຂ່າວສະພາບການກໍ່ຄືຄວາມບຸກບືນຂອງແຕ່ລະປະເທດໃນວຽກງານສະກັດກັ້ນຄວາມລະບາດຂອງເຊື້ອ Covid-19, ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ຢືນຢັນວ່າ ຫວຽດນາມຈະສຶບຕໍ່ສົມທົບຢ່າງຕັ້ງໜ້າກັບບັນດາປະເທດສະກັດກັ້ນຄວາມລະບາດຂອງເຊື້ອພະຍາດດັ່ງກ່າວ ແລະ ແບ່ງປັນປະສົບການໃນການປິ່ນປົວ. ທ່ານກໍ່ຕີລາຄາສາຍພົວພັນຫວຽດນາມ - ຈີນ ກຳລັງພັດທະນາ; ນຳສະເໝີ 2 ຝ່າຍເພີ່ມທະວີຄວາມເຊື່ອຖືກັບການເມືອງ; ຊຸກຍຸບັນດາການຢ້ຽມຢາມ; ສຳຜັດຊັ້ນສູງ; ຍົກສູງປະສິດທິຜົນຂອງການຮ່ວມມືກັນໃນທຸກດ້ານ. ກ່ຽວກັບບັນຫາຢູ່ທະເລຕາເວັນອອກ ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໃຫ້ຮູ້ວ່າສອງຝ່າຍຕ້ອງບຸກບືນຊອກຫາວິທີການແກ້ໄຂທີ່ເໝາະສົມ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ.

ການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ທ່ານ ເວືອງຫງີ້. (ພາບ: vov.vn)

ລັດຖະມົນຕີການຕ່າງປະເທດຈີນ ທ່ານ ເວືອງຫງີ້ໄດ້ສະແດງຄວາມຂອບໃຈເຖິງຫວຽດນາມທີ່ໝູນຊ່ວຍຈີນໃນວຽກງານປ້ອງກັນເຊື້ອພະຍາດ Covid-19, ນຳສະເໝີການໄປມາຂອງພົນລະເມືອງຈີນມາຫວຽດນາມໄດ້ຟື້ນຟູຢ່າງວ່ອງໄວ. ຫວັງວ່າສອງຝ່າຍຈະສືບຕໍ່ການຮ່ວມມືກັນໃນທຸກດ້ານ. ທ່ານ ເວືອງຫງີ້ກໍ່ຢືນຢັນວ່າຈີນຈະສະໜັບສະໜູນຫວຽດນາມຮັບພາລະໜ້າທີ່ປະທານອາຊຽນໃນປີ 2020 ແລະ ເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄລຍະ 2020 - 2021.

ໃນການພົບປະສອງຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໂຊ ກົມມະສິດ, ຮອງນາຍົກລັດຖະມົນຕີຫວຽດນາມ - ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ຕີລາຄາສູງບົດບາດເປັນເຂົ້າຂອງບ້ານຂອງລາວໃນການຈັດຕັ້ງບັນດາກອງປະຊຸມຄັ້ງນີ້ ໃນສະພາບການທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍ ຂອງອາຊຽນ ແລະ ທົ່ວເຂດ. ແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ, ລັດຖະມົນຕີສອງປະເທດໄດ້ຕີລາຄາສູງຜົນສຳເລັດຂອງບັນດາເຄືອນໄຫວທາງການທູດທີ່ສຳຄັນຂອງສອງປະເທດ. ເອກະສັນກັນສົມທົບຊຸກຍູ້ການດຳເນີນບັນດາຂໍ້ຕົກລົງຂອງຄະນະການນຳຊັ້ນສູງ, ໃນນັ້ນ ຖືເປັນສຳຄັນຢ່າງພິເສດຕໍ່ການຍົກສູງປະສິດທິຜົນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ອົບຮົມ, ການຄົມມະນາຄົມ - ຂົນສົ່ງ, ການທ່ອງທ່ຽວ, ການໂຄສະນາ ແລະ ອື່ນໆ. ສືບຕໍ່ການພົບປະແລກປ່ຽນຂອງຄະນະຂັ້ນສູງ ແລະ ບັນດາຂັ້ນຕ່າງໆ. ຈັດຕັ້ງນຳກັນບັນດາເຫດການທີ່ສຳຄັນຂອງສອງປະເທດ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ.

ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໂຊ ກົມມະສິດ ແລະ ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ. (ພາບ: vov.vn)

ສອງຝ່າຍໄດ້ເນັ້ນໜັກຜົນສຳເລັດທີ່ດີງາມຢູ່ການປຶກສາ ແລະ ຟັງຄວາມຄິດເຫັນຂັ້ນລັດຖະມົນຕີການຕ່າງປະເທດຄັ້ງທີ 6 ຢູ່ແຂວງກ້ວາງນີງ, ໄດ້ເອກະສັນກັນດຳເນີນຢ່າງມີປະສິດທິຜົນຂໍ້ຕົກລົງການຮ່ວມມືຂອງ ກະຊວງການຕ່າງປະເທດຂອງສອງປະເທດ ໃນໄລຍະ 2014 - 2020; ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນເວທີສາກົນ ແລະ ໃນເຂດ. ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ກໍ່ຕີລາຄາສູງການປະກອບຢ່າງຕັ້ງໜ້າຂອງລາວ ໃນກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ຍາຈາງ. ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ປະກາດຄວາມບູຣິມະສິດຂອງລາວໃຫ້ບັນດາເຂດນ້ອຍ, ເອກະສັນກັນສະໜັບສະໜູນຂໍ້ປະດິດສ້າງຂອງຫວຽດນາມກ່ຽວກັບການຈັດຕັ້ງເຈລະຈານະໂຍບາຍອາຊຽນກັບບັນດາຄູ່ຮ່ວມມືກ່ຽວກັບການພັດທະນາເຂດແມ່ນໍ້າຂອງເພື່ອນຳມາຄຸນປະໂຫຍດໃຫ້ບັນດາເຂດນ້ອຍ.

ລັດຖະມົນຕີສອງປະເທດກໍ່ໄດ້ແລກປ່ຽນກ່ຽວກັບບັນຫາໃນເຂດ ແລະ ທົ່ວໂລກທີ່ສົນໃຈ, ໃນນັ້ນມີສະພາບທີ່ສັບສົນຂອງເຊື້ອພະຍາດ Covid-19; ຖືວ່າບັນດາປະເທດອາຊຽນຕ້ອງສົມທົບຢ່າງແໜ້ນແຟ້ນ, ປະຕິບັດຢ່າງທັນທີເພື່ອຮັບມືທີ່ມີປະສິດທິຜົນ.

(ຄຳຮຸ່ງ)

302 Found

Found

The document has moved here.