ກອງບັນຊາການທະຫານແຂວງສະຫວັນນະເຂດ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ

11:37 | 18/01/2020

ຍສໝ - ຫວ່າງແລ້ວນີ້ , ກອງບັນຊາການທະຫານແຂວງສະຫວັນນະເຂດ ນໍາໂດຍທ່ານພັນໂທ ວັນທອງ ບຸດສະດາ, ຫົວໜ້າຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ.

ກອງບັນຊາການທະຫານແຂວງສະຫວັນນະເຂດ ອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ

ກອງບັນຊາການທະຫານແຂວງສະຫວັນນະເຂດ ມອບຂອງຂວັນ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ. (ພາບ: netnews.vn)

ທີ່ການຕ້ອນຮັບ, ທ່ານພັນໂທ ວັນທອງ ບຸດສະດາ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກວ໋າງບີ່ງ. ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ກອງບັນຊາການທະຫານສອງແຂວງສະຫວັນນະເຂດ ແລະແຂວງກວ໋າງບີ່ງ ສືບຕໍ່ຮັກສາ, ພັດທະນາສາຍພົວພັນອັນໝັ້ນແກ່ນລະຫວ່າງສອງກົມກອງ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຄວາມໝັ້ນຄົງດ້ານການເມືອງ.

ທີ່ການຕ້ອນຮັບ, ຜູ້ຕາງໜ້າກອງບັນຊາການທະຫານແຂວງກວ໋າງບີ່ງ ໄດ້ສົ່ງຄໍາຂອບໃຈ ແລະເນັ້ນໜັກວ່າ, ໃນຜົນງານລວມຂອງກໍາລັງປະກອບອາວຸດແຂວງກວ໋າງບີ່ງ ມີການປະກອບສ່ວນ, ການສົມທົບຊ່ວຍເຫຼືອຂອງກອງບັນຊາການທະຫານແຂວງສະຫວັນນະເຂດ. ພ້ອມທັງປາດຖະໜາວ່າ ກອງບັນຊາການທະຫານສອງແຂວງສືບຕໍ່ສົມທົບກັນ, ຊ່ວຍເຫຼືອກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດເປັນຢ່າງດີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.