ຍສໝ - ກ່ອນນີ້ 2 ປີ, ຄອບຄົວຂອງທ່ານ ລີວັນນໍ້ (ອາຍຸ 34 ປີ, ຊາວເຜົ່າມົ້ງ, ຢູ່ໝູ່ບ້ານສີດ່ຽງ, ຕາແສງເທື່ອງໂທນ, ເມືອງ ຮ່າກວາງ, ແຂວງ ກາວບັ່ງ) ໄດ້ດຳລົງຊີວິດຢູ່ໃນເຮືອນທີ່ຊຸດໂຊມ, ຫຼັງຄາຮ່ົວ. ດ້ວຍການຊ່ວຍເຫລືອຂອງລັດຖະບານ ແລະ ຜູ້ມີໃຈບຸນ, ປະຈຸບັນ, ຄອບຄົວຂອງລາວມີເຮືອນຢູ່ທີ່ໝັ້ນຄົງ ແລະ ມີຄວາມອຸ່ນໃຈໃນການເຮັດໄຮ່ ພະຍາຍາມຫຼຸດພົ້ນອອກຈາກຄວາມທຸກຍາກ.
ຍສໝ - “ອີຣານ ມີຊື່ສຽງດ້ວຍບັນດາທິວທັດທຳມະຊາດທີ່ສວຍງາມ, ຫວຽດນາມ ພັດແມ່ນສະຖານທີ່ດຶງດູດ ດ້ວຍທິວທັດທຳມະຊາດທີ່ສວຍງາມມີເອກະລັກພິເສດຂອງທິດຕາເວັນອອກ. ປະຊາຊົນທັງສອງປະເທດ ມີຄວາມເປັນມິດ, ຮັກແພງແຂກຄົນ... ນັ້ນແມ່ນບັນດາຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດ ເພື່ອໃຫ້ 2 ຝ່າຍພັດທະນາການທ່ອງທ່ຽວຜ່ານການແລກປ່ຽນປະສົບການ ແລະ ການຮ່ວມມື”. ທ່ານ Ali Akbar Nazari, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ກ່າວຄຳປາໄສທີ່ລາຍການ “Roadshow ທ່ອງທ່ຽວ ອີຣານ - ອາຊີຕາເວັນອອກສ່ຽງໃຕ້ 2024 - ການສຳມະນາການທ່ອງທ່ຽວ ອີຣານ - ຫວຽດນາມ” ໄດ້ດຳເນີນໃນວັນທີ 1 ກໍລະກົດ ຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທຳອິດທີ່ ອີຣານ ຈັດຕັ້ງການສຳມະນາສົ່ງເສີມການທ່ອງທ່ຽວຢູ່ ຫວຽດນາມ.
ຍສໝ - ໂດຍຫ່າງຈາກເທດສະບານ ຫງວ່ຽນບິ່ງ (ເມືອງ ຫງວ່ຽນບິ່ງ, ແຂວງ ກາວບັງ) ປະມານ 20 ກິໂລແມັດ, ໝູ່ບ້ານ ຮວ່າຍຂ່າວ (ຕາແສງ ກວາງແທ່ງ, ເມືອງ ຫງວ່ຽນບິ່ງ) ຕັ້ງຢູ່ໃນຮ່ອມພູ. ຢູ່ທີ່ນີ້, ພີ່ນ້ອງຊົນເຜົ່າ ຢ້າວຕຽນ ຍັງຄົງຮັກສາສິລະປະທີ່ເປັນເອກະລັກສະເພາະຂອງການພິມລວດລາຍດ້ວຍຂີ້ເຜິ້ງ.
ຍສໝ - ຕອນບ່າຍວັນທີ 28 ມິຖຸນາ, ທ່ານ ເລດິງບືວຈີ໋, ຮອງຜູ້ອຳນວຍການໃຫຍ່ VRG ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ແລກປ່ຽນຂໍ້ມູນກັບທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ທັງເປັນປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ ກ່ຽວກັບສະພາບການລົງທຶນຂອງກຸ່ມບໍລິສັດຢູ່ ລາວ.
ຍສໝ - ເພີ່ມທະວີວຽກງານຊາວໜຸ່ມສາກົນ ແມ່ນໜຶ່ງໃນບັນດາເນື້ອໃນທີ່ຄະນະຊາວໜຸ່ມແຂວງໃຫ້ຄວາມສົນໃຈ, ຮັກສາຕະຫຼອດໄລຍະໃນການປະຕິບັດງານຂອງຄະນະ ແລະ ຂະບວນການຊາວໜຸ່ມ. ບັນດາໂຄງການ, ການເຄື່ອນໄຫວໄດ້ປະກອບສ່ວນຢືນຢັນ ແລະ ຍົກສູງທີ່ຕັ້ງຂອງຊາວໜຸ່ມ ຫວຽດນາມ ໃນເວທີສາກົນ, ເພີ່ມທະວີການເປີດກ້ວາງແນວໂຮມສາມັກຄີ, ເຕົ້າໂຮມຊາວໜຸ່ມ.
ຍສໝ - ທີ່ລາຍການເເນະນຳການທ່ອງທ່ຽວ ຫວຽດນາມ (“Vietnam Tourism Roadshow”) ໄດ້ດຳເນີນຢູ່ Paris ວັນທີ 25 ມິຖຸນາ, ມີຫຼາຍຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກພິເສດ, ສະເພາະຂອງຫວຽດນາມ ໄດ້ຮັບການແນະນຳໂດຍກົມທ່ອງທ່ຽວແຫ່ງຊາດ ໄປເຖິງນັກທ່ອງທ່ຽວຊາວ ຝຣັ່ງ.
ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານນາງ Alessandra Priante, ຜູ້ອຳນວຍການອົງການທ່ອງທ່ຽວແຫ່ງຊາດ ອີຕາລີ (ENIT) ທີ່ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ໂດຍກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອີຕາລີ, ຈັດຂຶ້ນໃນວັນທີ 27 ມີຖຸນາ, ຢູ່ນະຄອນ Milan (ອິຕາລີ).
ຍສໝ - ນັ້ນແມ່ນສິ່ງທີ່ທ່ານນາງ Nhu-Tarnawska ຮວ່າກິມເງິນ ໄດ້ແບ່ງປັນກັບນັກຂ່າວຈາກວາລະສານ ເທີຍດ້າຍ. ທ່ານຫາກໍ່ໄດ້ຮັບນາມມະຍົດສາດສະດາຈານຈາກ ທ່ານປະທານາທິບໍດີປະເທດ ໂປແລນ Andrzej Duda ແລະ ແມ່ນນັກວິທະຍາສາດຍິງທີ່ມີເຊື້ອຊາດ ຫວຽດນາມ ຜູ້ທຳອິດ ແລະ ນັກວິທະຍາສາດຄົນທີ 5 ທີ່ມີເຊື້ອຊາດ ຫວຽດນາມ ຢູ່ ໂປແລນ ບັນລຸໄດ້ຜົນງານດັ່ງກ່າວ.
ຍສໝ - ວັນທີ 29 ມິຖຸນາ, ຢູ່ນະຄອນ ດົງເຫີຍ, ຄະນະຜູ້ແທນຂັ້ນສູງແຂວງ ກວາງບິ່ງ (ຫວຽດນາມ) ແລະ ແຂວງຄໍາມ່ວນ (ລາວ) ໄດ້ພົບປະເຈລະຈາ ແລະ ລົງນາມໃນບົດບັນທຶກຮ່ວມມື. ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ຄວາມປອດໄພ ແລະຊາຍແດນແມ່ນບັນດາຂົງເຂດທີ່ສອງຝ່າຍຫວັງວ່າ ຈະຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
ການພົວພັນຫວຽດນາມ - ສ.ເກົາຫຼີ ເໝືອນດັ່ງ “ຄອບຄົວດຽວກັນ”
ຍສໝ - ການຈັດຕັ້ງບັນດາຊຸດຮຽນວັດທະນະທຳ, ພາສາເກົາຫຼີ, ສອນມວຍTaekwondo, K-Pop Dance… ແມ່ນບັນດາການເຄື່ອນໄຫວທີ່ອາສາສະໝັກຂອງມະຫາວິທະຍາໄລແຫ່ງຊາດ Gyeongsang (ສ.ເກົາຫຼີ) ໄດ້ນຳມາໃຫ້ນັກຮຽນໂຮງຮຽນປະຖົມ ດາແທງ (ນະຄອນ ດາຫຼາດ, ເລິມດົງ). ຍ້ອນເຫດນັ້ນ, ນັກຮຽນມີໂອກາດໄດ້ຮູ້ຈັກບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ສ.ເກົາຫຼີ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດກອງປະຊຸມຄັ້ງທີ XXIX ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມກັບຄືນເມືອບ້ານເກີດເມືອງນອນ, ລະດູແລ້ງ ປີ 2024 – 2025.
Ngày 26/6, tại Đại lễ đường Nhân dân, thủ đô Bắc Kinh, Trung Quốc, trong khuôn khổ chuyến công tác tham dự Hội nghị thường niên các nhà tiên phong lần thứ 15 của Diễn đàn Kinh tế thế giới Đại Liên và làm việc tại Trung Quốc, Thủ tướng Chính phủ Phạm Minh Chính đã hội kiến Tổng Bí thư Ban Chấp hành Trung ương Đảng Cộng sản Trung Quốc, Chủ tịch nước Cộng hòa nhân dân Trung Hoa Tập Cận Bình.
ຍສໝ - ວັນທີ 26 ມິຖຸນາ, ນະຄອນຫຼວງ ປັກກິ່ງ, ຈີນ, ໃນຂອບເຂດການຢ້ຽມຢາມປະຕິບັດງານ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີຂອງບັນດາຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກຕ້າຫຼຽນ ແລະ ເຮັດວຽກຢູ່ຈີນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈິນ ສີຈິ້ນຜິງ.
ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງໄຊສົມບູນ, ພາກເໜືອຂອງລາວ ໄດ້ດຳເນີນພິທີເປີດສະຫຼອງ ແລະມອບ-ຮັບໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງ ຢູ່ເມືອງ ອະນຸວົງ ແລະ ເມືອງທ່າໂທມ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ພ້ອມດ້ວຍຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈໍາປີຄັ້ງທີ 39 ຢູ່ ບັງກອກ (ໄທ).
ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ
ຍສໝ - ລາວ ແລະ ຫວຽດນາມ ຈະເປີດບໍລິການຊຳລະຂ້າມຊາຍແດນດ້ວຍລະຫັດ QR Code ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຄາດວ່າ ຈະຜັນຂະຫຍາຍໃນໄຕມາດທີ 3 ທີ່ຈະມາເຖິງ.
ຍສໝ - ວັນທີ 27 ມິຖຸນາ, ຢູ່ ສະວິດ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະ ຫວຽດນາມ ປະຈໍາ Geneva ມາຍຟານຢຸ໊ງ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາຄັ້ງທີ 53 ຂອງຄະນະບໍລິຫານງານສູນການກະທຳລູກລະເບີດໝາກມິນມະນຸດສະທໍາຂອງ Geneva (ສູນກາງສາກົນ ນະຄອນເຈນິວາ ສຳລັບການເກັບກູ້ລະເບີດເພື່ອມະນຸດສະທຳ - GICHD) ແລະ ໄດ້ຮັບເລືອກຕັ້ງກາຍເປັນສະມາຊິກຂອງສະພາ.
ຍສໝ - ຕອນບ່າຍວັນທີ 25 ມິຖຸນາ ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.
ຍສໝ - ວັນທີ 24 ມິຖຸນາ, ຢູ່ມະຫາວິທະຍາໄລ ເກີ່ນເທີ ໃຕ້ ໄດ້ຈັດພິທີເປີດຕົວພະແນກແພດສາດສາກົນ DNC ຂອງມະຫາວິທະຍາໄລ ເກີ່ນເທີ ໃຕ້. ນີ້ກໍ່ແມ່ນມະຫາວິທະຍາໄລແຫ່ງທີ 2 ນອກຈາກມະຫາວິທະຍາໄລແພດສາດ ແລະ ການຢາ ເກີນເທີ ທີ່ບຳລຸງສ້າງການແພດສາກົນຢູ່ນະຄອນ ເກີນເທີ.