ຍສໝ - ໃນ 9 ເດືອນຕົ້ນປີ 2025, ຮ່າໂນ້ຍ ຕ້ອນຮັບກວ່າ 26 ລ້ານເທື່ອແຂກທ່ອງທ່ຽວ, ດ້ວຍລາຍຮັບເກືອບ 100 ພັນຕື້ດົ່ງ. ຂະແໜງທ່ອງທ່ຽວນະຄອນຫຼວງ ຍາມໃດກໍ່ສຸມໃສ່ຄຸ້ມຄອງການບໍລິການ, ພັດທະນາຜະລິດຕະພັນໃໝ່, ຊຸກຍູ້ການຫັນເປັນດີຈີຕອນ, ສົ່ງເສີມຮູບພາບ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ມຸ່ງໄປເຖິງເປົ້າໝາຍກາຍເປັນຈຸດໝາຍປາຍທາງແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ຕີລາຄາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ມົງໂກລີ ພວມຢູ່ໃນໄລຍະພັດທະນາທີ່ດີງາມທີ່ສຸດ.
ຍສໝ - ຈາກບັນດາໂຄງການແລກປ່ຽນວັດທະນະທຳ-ສິລະປະເຖິງການຮ່ວມມືອະນຸລັກຮັກສາມໍລະດົກ ແລະ ພັດທະນາການທ່ອງທ່ຽວ, ຫວຽດນາມ ແລະ ລາວ ພວມສືບຕໍ່ຢືນຢັນສາຍພົວພັນມິດຕະພາບແບບພິເສດ, ຮ່ວມກັນເພື່ອຊຸກຍູ້ບັນດາຄຸນຄ່າແບບຍືນຍົງໃນໄລຍະໃໝ່.
ຍສໝ - ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ, ໄດ້ຈັດພິທີມອບເງິນຊ່ວຍເຫຼືອໃຫ້ແກ່ຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບເງິນຊ່ວຍເຫຼືອນີ້.
ຍສໝ - ໃນຂອບເຂດການປະຕິບັດງານຢູ່ ບຸນກາຣີ, ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດບຸນກາຣີ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Nikolay Pavlov ຮອງລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ.
ຍສໝ - ຕາມບົດບັນທຶກຊ່ວຍຈຳແລ້ວ, ແຕ່ລະປີ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ມອບທຶນສຶກສາປະລິນຍາໂທເຕັມທຶນໃຫ້ແກ່ພະນັກງານແນວລາວສ້າງຊາດ 1 ທຶນ ແລະ ທຶນສຶກສາປະລິນຍາຕີເຕັມທຶນໃຫ້ນັກສຶກສາລາວ 3 ຄົນ ຢູ່ນະຄອນຫຼວງວຽງຈັນ.
ຍສໝ - ຕອນເຊົ້າວັນທີ 27 ກັນຍາ, ກົມແຫ່ງຊາດ ຫວຽດນາມ ສົມທົບກັບໜັງສືພິມວັດທະນະທຳ ໄດ້ຈັດພິທີມອບລາງວັນທ່ອງທ່ຽວ ຫວຽດນາມ ປີ 2025. ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນລາງວັນທີ່ມີອິດທິພົນຊື່ສຽງທີ່ສຸດຂອງຂະແໜງທ່ອງທ່ຽວ ຫວຽດນາມ.
ຍສໝ - ກອງປະຊຸມສຳມະນາໄດ້ນຳມາເຊິ່ງບັນດາຄວາມຮູ້ຕົວຈິງ, ວິທີການຜັນຂະຫຍາຍການສຶກສາ STEM ໃຫ້ແກ່ຄູສອນ ແລະ ນັກຮຽນລາວ, ພ້ອມທັງເປີດໂອກາດຮ່ວມມືໃໝ່ ລະຫວ່າງບັນດາຮາກຖານການສຶກສາສອງປະເທດ.
ຍສໝ - ຕອນຄ່ຳວັນທີ 12 ຕຸລາ, ຢູ່ກຳແພງພະລາຊະວັງທັງລອງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີປິດງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ ປີ 2025.
ຍສໝ - ຕອນຄ່ຳວັນທີ 10 ຕຸລາ, ຢູ່ກຳແພງພະລາຊະວັງ ທັງລອງ (ສູນອະນຸລັກມໍລະດົກ ທັງລອງ, ຮ່າໂນ້ຍ) ໄດ້ດຳເນີນພິທີເປີດງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ.
ຍສໝ - ແຕ່ວັນທີ 10-12 ຕຸລາ 2025, ຢູ່ກຳແພງພະລາຊະວັງທັງລອງ , ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງ “ງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ”. ນີ້ແມ່ນເຫດການການທູດວັດທະນະທຳສຳຄັນຂອງຫວຽດນາມ ໃນປີ 2025, ໂດຍມີຄວາມໝາຍເປັນພິເສດໃນການເຊີດຊູບັນດາຄຸນຄ່າວັດທະນະທຳທີ່ຫຼາກຫຼາຍ, ເພີ່ມທະວີການແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ, ມິດຕະພາບລະຫວ່າງຫວຽດນາມ ແລະ ເພື່ອນມິດສາກົນ.
ຍສໝ - ແຕ່ວັນທີ 3-5 ຕຸລານີ້, ຢູ່ເຂດຮ່ອງຮອຍສູນກາງກຳແພງພະລາຊະວັງທັງລອງ (ຮ່າຸໂນ້ຍ), ງານບຸນວັດທະນະທຳໂລກຄັ້ງທຳອິດຈະດຳເນີນໄປດ້ວຍການເຂົ້າຮ່ວມຂອງ 48 ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ສູນວັດທະນະທຳຕ່າງປະເທດປະຈຳຫວຽດນາມ. ນີ້ແມ່ນຂໍ້ລິເລີ່ມໃໝ່ເພື່ອຢັ້ງຢືນບົດບາດຂອງວັດທະນະທຳໃນການເຊື່ອມຕໍ່ມະນຸດ, ຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ຍສໝ - ວັນທີ 25 ກັນຍານີ້, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ອອກແຜນການສະບັບເລກທີ 260/KH-UBND ກ່ຽວກັບການສົມທົບກັນຈັດຕັ້ງ “ວັນວັດທະນະທຳໂລກຢູ່ຮ່າໂນ້ຍ” ຄັ້ງທຳອິດ. ນີ້ແມ່ນເຫດການວັດທະນະທຳການທູດລະດັບສາກົນ, ມຸ່ງໄປເຖິ່ງສ້າງການເຄື່ອນໄຫວປະຈຳປີ, ຢືນຢັນບົດບາດຂອງຮ່າໂນ້ຍ ແມ່ນສູນກາງແລກປ່ຽນວັດທະນະທຳສາກົນ.
ຍສໝ - ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ເນັ້ນໜັກວ່າ: ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານ ເຈີ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ມີຄວາມໝາຍສຳຄັນໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນໜັງສືພິມປະຊາຊົນລາວ ນໍາໂດຍທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນລາວ ໄດ້ມີການພົບປະ ແລະເຮັດວຽກກັບສໍານັກຂ່າວສານຫວຽດນາມ.
ຍສໝ - ໃນຂອບເຂດການພົບປະເຈລະຈາ, WIPO ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MoU).
ຍສໝ - ລັດຖະມົນຕີ 2 ທ່ານໄດ້ເປັນເອກກະພາບກັນຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃນເວລາຈະມາເຖິງ
ຍສໝ - ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຕົນ ແລະ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືສຳຄັນຢູ່ລະດັບທ້ອງຖິ່ນ.
ຍສໝ - ຕາມນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳລາວ, ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2025) ແລະ ວັນບຸນປະເພນີຂອງຂະແໜງການທູດຫວຽດນາມ, ຕອນບ່າຍວັນທີ ວັນທີ 19 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດ ຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງງານມະຫາກຳກິລາບານເຕະມິດຕະພາບຫວຽດນາມ - ລາວ 2025.
ຍສໝ - ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.