ຜູ້ນຳ GVR ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຜູ້ນຳ ລາວ

17:22 | 02/07/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 28 ມິຖຸນາ​, ທ່ານ ເລ​ດິງ​ບືວຈີ໋, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VRG ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ແລະ ແລກປ່ຽນຂໍ້ມູນກັບ​ທ່ານ ເພັດ ພົມ​ພິ​ພັກ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສປປ ລາວ, ທັງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລາວ - ຫວຽດ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ລົງ​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດ​ຢູ່ ລາວ.

ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ
ຜູ້ນຳ GVR ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຜູ້ນຳ ລາວ

ທ່ານ ເລ​ດິງ​ບືວຈີ໋, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VRG ໄດ້​ແລກ​ປ່ຽນ​ຂໍ້​ມູນ​ກັບ​ທ່ານ ເພັດ ພົມ​ພິ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ​ລາວ, ທັງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລາວ - ຫວຽດ​ນາມ.

ຕາມຂໍ້ມູນໃນກອງປະຊຸມ, ທ່ານ ເລ​ດິງ​ບືວຈີ໋ ໃຫ້ຮູ້ວ່າ VRG ໄດ້ເລີ່ມຕົ້ນເຄື່ອນໄຫວການລົງທຶນປູກຢາງພາລາຢູ່ ລາວ ໃນປີ 2005 ດ້ວຍໂຄງການປູກຢາງພາລາ 10.000 ເຮັກຕາຢູ່ແຂວງ ຈຳປາສັກ, ລາວ. ປະຈຸບັນ, ມີ 6 ຫົວໜ່ວຍສະມາຊິກ VRG ປູກຢາງພາລາຢູ່ 5 ແຂວງຊາຍແດນ, ມີເນື້ອທີ່ປູກຢາງພາລາ 26.368 ເຮັກຕາ, ໃນນັ້ນ ຂຸດຄົ້ນ 22.474 ເຮັກຕາ. ໃນປີ 2023 ປະລິມານການຜະລິດຢາງພາລາບັນລຸໄດ້ 37.565 ໂຕນ, ການສົ່ງອອກບັນລຸໄດ້ 44.350 ໂຕນ, ມູນຄ່າການສົ່ງອອກ 63.83 ລ້ານ USD, ນຳໃຊ້ແຮງງານທ້ອງຖິ່ນ ລາວ 5.275 ຄົນ, ເງິນເດືອນສະເລ່ຍບັນລຸ 5.800.000 ກີບ/ຄົນ, ຈ່າຍງົບປະມານ 47.87 ຕື້ກີບ. ດ້ວຍ​ຍອດ​ຈຳນວນຕົ້ນ​ທຶນ​ການລົງທຶນ 151 ລ້ານ USD.

ບັນດາບໍລິສັດຢາງພາລາສະມາຊິກ VRG ໄດ້ຮັບການຕີລາຄາສູງຈາກສູນກາງ, ທ້ອງຖິ່ນຂອງ ລາວ ແລະ ລັດຖະບານຂອງສອງປະເທດຕໍ່ກັບມູນຄ່າຂອງບັນດາໂຄງການຢາງພາລາຢູ່ ລາວ. ສິ່ງ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ແມ່ນ​ປ່ຽນ​ແນວ​ຄິດ​ຂອງ​ຜູ້ອອກແຮງງານ​ຈາກການປູກຝັງແບບເຄື່ອນທີ່ ແລະ ກະແຈກກະຈາຍ ​ໄປ​ສູ່​ການ​ຜະລິດສິນຄ້າ​ຕາມທິດອຸດສາຫະກຳ​ການສົ່ງ​ອອກເປັນເທື່ອລະກ້າວ.

ຜູ້ນຳ GVR ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຜູ້ນຳ ລາວ

ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ, ທັງເປັນປະທານຄະນະກໍາມະການຮ່ວມມື ລາວ - ຫວຽດນາມ ໄດ້ຕີລາຄາສູງໂຄງການລົງທຶນຂອງ VRG ຢູ່ ລາວ.

ທ່ານ ເລ​ດິງ​ບືວຈີ໋ ສະເໜີວ່າ “​ເພື່ອ​ໃຫ້​ໂຄງການ​ປູກ​ຢາງພາລາ​ມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ​ສຸດ, ​ຮຽກຮ້ອງໃຫ້ເວລາ​ການລົງທຶນ​ຕ້ອງ​ບັນລຸ 2 ຮອບວຽນ​ຊີວິດຂອງ​ຕົ້ນ​ຢາງພາລາ, ກໍ່ຄື​ເໝາະ​ກັບ​ຮອບວຽນ​ການ​ດຳ​ເນີນ​ທຸລະ​ກິດ, ​ແຕ່ລະ​ຮອບວຽນ​ຕົ້ນ​ຢາງພາລາ, ການບົວລະບັດ ​ແລະ ການ​ເກັບ​ກ່ຽວ​ຢາງ​ແມ່ນ 25 ປີ, ໝາຍຄວາມວ່າ ໂຄງການປູກຢາງພາລາຕ້ອງໃຊ້ເວລາ 50 ປີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ, ນອກຈາກ​ໂຄງການ​ຂອງ​ບໍລິສັດ​ຢາງພາລາ ​ຫວຽດ​- ລາວ ​ແລ້ວ, ສອງ​ບໍລິສັດ​ຄື ບໍລິສັດ​ຢາງພາລາ ​ຫວຽດ​- ລາວ ​ແລະ ບໍລິສັດ ເຢີວຕ໋ຽງ ຫວຽດ - ລາວ ຂອງ VRG ຢູ່ ​ລາວ ​ກໍ່​ໄດ້​ຮັບ​ອະນຸຍາດ​ດ້ວຍ​ເວລາແຕ່ 30 – 40 ປີ, ​ແມ່ນ​ບໍ່​ພຽງ​ພໍໃຫ້ 2 ​ໄລຍະ​ດຳ​ເນີນ​ທຸລະ​ກິດ, ສ້າງຄວາມຫຍຸ້ງຍາກສໍາລັບບໍລິສັດໃນການຮັບປະກັນປະສິດທິຜົນຂອງໂຄງການ. ສະນັ້ນ, ສະເໜີໃຫ້ລັດຖະບານ ແລະ ທ້ອງຖິ່ນຂອງ ລາວ ພິຈາລະນາປັບປຸງຕໍ່ກຳນົດເວລາໃຫ້ແກ່ໂຄງການປູກຢາງພາລາຂອງ VRG ຢູ່ ລາວ ທີ່ໄດ້ຮັບອະນຸຍາດໜ້ອຍກວ່າ 50 ປີ ມາເປັນ 50 ປີ”.

ຜູ້ນຳ GVR ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຜູ້ນຳ ລາວ

ທ່ານ ເລ​ດິງ​ບືວຈີ໋, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VRG (ທີ 2 ຈາກ​ຊ້າຍ) ອວຍພອນທ່ານ ເພັດ ພົມ​ພິ​ພັກ, ລັດ​ຖະ​ມົນ​ຕີ​​​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ລາວ, ທັງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລາວ - ຫວຽດ​ນາມ.

ທ່ານ ເພັດ ພົມ​ພິ​ພັກ ແບ່ງປັນວ່າ “ຂ້າພະເຈົ້າໄດ້ຕິດຕາມໂຄງການລົງທຶນຂອງ VRG ຢູ່ ລາວ ເປັນປະຈຳ ນັບຕັ້ງແຕ່ຂ້າພະເຈົ້າໄດ້ເຮັດວຽກຢູ່ກະຊວງກະສິກຳ ແລະ ປ່າໄມ້, ຫ້ອງວ່າການລັດຖະບານ ແລະ ປະຈຸບັນແມ່ນກະຊວງແຜນການ ແລະ ການລົງທຶນ. ຂ້າພະ​ເຈົ້າ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ຕໍ່​ຜົນສຳ​ເລັດ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ​ຢູ່​ ລາວ, ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ປະກອບສ່ວນແຫຼ່ງ​ເງິນຕາ​ຕ່າງປະ​ເທດ​ໃຫ້​ປະ​ເທດ​ ລາວ. ການຫັນປ່ຽນໄລຍະເວລາການເຊົ່າທີ່ດິນແມ່ນໄດ້ກໍານົດໄວ້ໃນກົດໝາຍ. ​ເຖິງຢ່າງ​ໃດ​ກໍ​ຕາມ, ພວກ​ຂ້າພະ​ເຈົ້າ​ສະໜັບສະໜູນ​ຢ່າງ​ສຸດໃຈ, ​ຂະ​ບວນການ​ນີ້​​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຂັ້ນ​ຕອນ​ຈາກ​ທ້ອງ​ຖິ່ນ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ​ໄດ້​ລາຍ​ງານ​ຕໍ່​ລັດຖະບານ​ເພື່ອ​ຕັດສິນ. ພະຍາຍາມໃຫ້ 2 ວິສາຫະກິດປະຕິບັດໃນເວລາດຽວກັນເພື່ອລາຍງານໃນໄລຍະດຽວກັນ. ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສະໜັບສະໜູນ ​ແລະ ຈະ​ຕິດຕາມ​ບັນຫາ​ນີ້​ຢ່າງ​ໃກ້ຊິດ”.

ແນວລາວສ້າງຊາດແຂວງຫົວພັນ ຢ້ຽມຢາມ ແລະ ອວຍພອນປີໃໝ່ແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ ແນວລາວສ້າງຊາດແຂວງຫົວພັນ ຢ້ຽມຢາມ ແລະ ອວຍພອນປີໃໝ່ແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ

ຍສໝ - ສະຫາຍນາງ ຮວ່າງທິເລືອງເຕີມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາເນື້ອໃນໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມໃຫ້ເປັນຢ່າງດີ.

ກອງບັນຊາການທະຫານແຂວງຫົວພັນ, ລາວ ຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງເຊີນລາ ກອງບັນຊາການທະຫານແຂວງຫົວພັນ, ລາວ ຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງເຊີນລາ

ຍສໝ - ຕາງໜ້າການນໍາກອງບັນຊາການທະຫານແຂວງຫົວພັນ, ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າກອງບັນຊາການທະຫານແຂວງຫົວພັນ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບທະຫານຊາຍແດນ ແລະກອງບັນຊາການທະຫານແຂວງເຊີນລາ; ພ້ອມດຽວກັນນັ້ນ ທ່ານກໍສະແດງຄວາມປາດຖະໜາຢາກໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍນັບມື້ນັບສະໜິດແໜ້ນ ແລະໝັ້ນຄົງເຂັ້ມແຂງ.

ມິງດຶກ

ເຫດການ
302 Found

Found

The document has moved here.