ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

15:59 | 01/07/2024

ຍສໝ - ການຈັດ​ຕັ້ງ​ບັນດາ​ຊຸດ​ຮຽນ​ວັດທະນະທຳ, ພາສາ​ເກົາຫຼີ, ສອນ​ມວຍTaekwondo, K-Pop Dance… ​ແມ່ນບັນດາການເຄື່ອນໄຫວທີ່​ອາສາ​ສະໝັກ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ Gyeongsang (ສ.​ເກົາຫຼີ) ​ໄດ້​ນຳ​ມາ​ໃຫ້​ນັກຮຽນ​ໂຮງຮຽນ​ປະຖົມ ດາແທງ (ນະຄອນ ດາຫຼາດ, ເລິມດົງ). ຍ້ອນ​ເຫດ​ນັ້ນ, ​ນັກຮຽນມີ​ໂອກາດ​ໄດ້​ຮູ້ຈັກ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ສ.​ເກົາຫຼີ.

ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ
ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ
ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

ວັນ​ທີ 26 ມິຖຸນາ​, ຄະນະ​ອາຈານສອນ​ ​ແລະ ນັກ​ສຶກສາ​ອາສາ​ສະໝັກຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ Gyeongsang ​ໄດ້​ຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ວັດທະນະທຳ ​ແລະ ການເຄື່ອນໄຫວລົງຕົວຈິງ​ຢູ່​ໂຮງຮຽນ​ປະຖົມ ​ດາແທງ. (ພາບ: ໜັງສືພິມກົດໝາຍຫວຽດນາມ)

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

ໃນລະຫວ່າງ 7 ວັນ (ແຕ່ວັນທີ 26 ມິຖຸນາ ຫາ ວັນທີ 2 ກໍລະກົດ), ນັກສຶກສາ ແລະ ອາຈານສອນ 40 ຄົນ ຈາກມະຫາວິທະຍາໄລແຫ່ງຊາດ Gyeongsang ໄດ້ມີບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເຊັ່ນ: ເປີດຊຸດຮຽນພາສາເກົາຫຼີ, ຕີມວຍ Taekwondo, K-Pop Dance, ການສຶກສາທັກສະຊີວິດສໍາລັບນັກຮຽນ. (ພາບ: ໜັງສືພິມກົດໝາຍຫວຽດນາມ)

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

ນອກ​ນີ້, ສະມາຊິກ​ໃນຄະນະ ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ສ້ອມ​ແປງ​ຫ້ອງ​ນ້ຳ, ຕົບແຕ່ງບັນດາຝາ​ຫ້ອງ​ຂອງລະບຽງບັນດາ​ຫ້ອງ​ຮຽນ​ຂອງ​ໂຮງຮຽນ​ປະຖົມ​ ດາ​ແທງ. (ພາບ: TTXVN)

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ອາຈານສອນ ​ແລະ ນັກສຶກສາ​ຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ Gyeongsang ​ໄດ້​ມອບ​ຄອມ​ພິວ​ເຕີ 14 ໜ່ວຍ ​ໃຫ້​ໂຮງຮຽນ​ປະຖົມ ດາ​ແທງ.

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຂອງ​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ Gyeongsang ​ໄດ້​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສຳຜັດ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຫຼາຍ​ຢ່າງ​ກັບ​ບັນດາ​ນັກຮຽນຢູ່ນະຄອນ ດາ​ຫຼາດ ​ໃນ​ລະດູ​ຮ້ອນ.

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

​ໂຄງການ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກຮຽນ​ຂອງ​ໂຮງຮຽນ​ປະຖົມ ດາ​ແທງ ​ໄດ້​ພົບ​ປະ ​ແລະ ແລກປ່ຽນກັບ​ບັນດາ​ນັກ​ສຶກສາ ສ.​ເກົາຫຼີ, ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສຳຜັດທີ່​ຫຼາກ​ຫຼາຍ​ໃນ​ບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ, ຮ່ຳຮຽນ, ຈາກ​ນັ້ນ ກໍ່ປະກອບສ່ວນ​ພັດທະນາ​ການ​ພົວພັນ​ມິດຕະພາບອັນດີງາມ​ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ.

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ

ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ແຂວງ ເລິມດົງ ກັບ​ບັນ​ດາ​ແຂວງ, ນະ​ຄອນ ສ.ເກົາ​ຫຼີ ນັບ​ມື້​ນັບ​ສະ​ໜິດ​ສະ​ໜົມ. ພິ​ເສດ​ແມ່ນ​ໃນ​ປີ 2023, ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່ມາ​ນະຄອນ​ ດາຫຼາດ ກໍ່​ເພີ່ມ​ຂຶ້ນ​ຢ່າງແຮງ, ​ໃນ​ນັ້ນ​ ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ກວມ 80%.

ມິງດຶກ

ເຫດການ
302 Found

Found

The document has moved here.