ການ​ພົວ​ພັນ​ຫວຽດ​ນາມ - ສ.​ເກົາ​ຫຼີ ​ເໝືອນດັ່ງ “ຄອບ​ຄົວດຽວກັນ”

16:01 | 01/07/2024

ການ​ພົວ​ພັນ​ຫວຽດ​ນາມ - ສ.​ເກົາ​ຫຼີ ​ເໝືອນດັ່ງ “ຄອບ​ຄົວດຽວກັນ”

ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ​ແລ້ວ: ຫວຽດນາມ - ສ.​ເກົາຫຼີ ບໍ່​ມີ​ຄວາມ​ຂັດ​ແຍ່ງ​ດ້ານ​ຜົນ​ປະ​ໂຫຍ​ດ; ການ​ພົວ​ພັນ​ສອງ​ປະ​ເທດ​ແມ່ນ​ເພີ່ມ​ເຕີມ​ໃຫ້ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສ.​ເກົາຫຼີ ​ແບ່ງປັນ​ປະສົບ​ການ​ພັດທະນາ​ເສດຖະກິດ​ກັບ​ຫວຽດນາມ ​ແລະ ຫວຽດນາມ ​ແບ່ງປັນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ອຸດົມສົມບູນ​ກັບ ສ.​ເກົາຫຼີ. ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ​ກໍ່ໄດ້ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ທີ່​ສຸດ ຍ້ອນ​ຄວາມ​ໃກ້​ຄຽງ​ດ້ານ​ພູມ​ສາດ ​ແລະຄວາມ​ຄ້າຍຄື​ກັນ​ດ້ານ​ວັດທະນະທຳ.

ການ​ພົວ​ພັນ​ຫວຽດ​ນາມ - ສ.​ເກົາ​ຫຼີ ​ເໝືອນດັ່ງ “ຄອບ​ຄົວດຽວກັນ”

ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Choi Young Sam. ພາບ: VGP

“ການ​ພົວພັນ​ດັ່ງກ່າວ​ຈະ​ປະກອບສ່ວນ​ຊ່ວຍ​ໃຫ້​ຫວຽດນາມ ກາຍ​ເປັນ​ປະ​ເທດ​ພັດທະນາທີ່​ມີ​ລາຍ​ຮັບ​ສູງ​ ​ໃນ​ປີ 2045, ​ໃນ​ຂະນະ​ທີ່ ສ.​ເກົາຫຼີ ສາມາດ​ຫັນການປະຕິບັດ 'ວິ​ໄສ​ທັດແຫ່ງຊາດ​ສຳຄັນ​ໃນ​ທົ່ວ​ໂລກ' ປະກົດຜົນເປັນຈິງ, ປະກອບສ່ວນ​ເຂົ້າ​ໃນ​ອິດສະຫຼະພາບ, ສັນຕິພາບ ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ລວມ.

ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ໄດ້ລື່ນກາຍການພົວພັນຄູ່ຮ່ວມມືກາຍ ເປັນການພົວພັນແບບພິເສດ ເໝືອນດັ່ງ “ຄອບຄົວດຽວກັນ”, ທ່ານ ເອກອັກຄະລັດຖະທູດ Choi Young Sam ແບ່ງປັນກັບນັກຂ່າວ.

​ໃນ​ເວລາ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສໍານັກຂ່າວສານຫວຽດນາມ​ກ່ຽວ​ກັບ​ການ​ຢ້ຽມຢາມ​ ສ.​ເກົາຫຼີ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິ໊ງ ​ແລະການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ Han Duck Soo ກໍ່​ເນັ້ນ​ໜັກ​ເຖິງ​ການ​ປະກອບສ່ວນ​ຂອງ​ບັນດາ​ຄອບຄົວ​ຫຼາຍ​ວັດທະນະທຳ​ໃນ​ການ​ຊຸກຍູ້​ການພົບປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ​ເກົາຫຼີ.

ການ​ພົວ​ພັນ​ຫວຽດ​ນາມ - ສ.​ເກົາ​ຫຼີ ​ເໝືອນດັ່ງ “ຄອບ​ຄົວດຽວກັນ”

ໂຄງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ - ສ.​ເກົາ​ຫຼີ ສໍາລັບ​ບັນ​ດາ​ຄອບ​ຄົວຫຼາຍ​ວັດ​ທະ​ນະ​ທຳ​ຫວຽດ​ນາມ - ສ​.ເກົາ​ຫຼີ ຢູ່ Jeonnam (ສ.​ເກົາ​ຫຼີ). ພາບ: korea.net

ທ່ານ​ ກ່າວ​ວ່າ: ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ຢ່າງ​ກວ້າງຂວາງ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ກຳລັງ​ໜູນຊຸກຍູ້​ການພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ແບບ​ຍືນ​ຍົງ. ຫວຽດນາມ ວາງເປົ້າໝາຍ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສູງ​ຮອດ​ປີ 2045, ສ.​ເກົາຫຼີ ປາດ​ຖະໜາ​ຢາກ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດນາມ ​ເພື່ອ​ບັນລຸ​ໄດ້ເປົ້າໝາຍ​ດັ່ງກ່າວ. ພິ​ເສດ, ພວກ​ຂ້າພະເຈົ້າມີຄວາມປິຕິຊົມຊື່ນ​ທີ່ “ສະ​ຖາ​ບັນ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ສ.​ເກົາຫຼີ-ຫວຽດ​ນາມ (VKIST)” ແມ່ນ​ສັນ​ຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ ແລະເຕັກ​ໂນ​ໂລ​ຊີ ສ.​ເກົາຫຼີ - ຫວຽດ​ນາມ ດ້ວຍ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ 35 ລ້ານໂດລາສະຫະລັດ, ໄດ້​ຮັບ​ການເປີດນໍາໃຊ້​ໃນ​ປີ​ກາຍ.

ຜ່ານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງກ່າວ, ສ.​ເກົາຫຼີ ກໍ່ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ສີມື ​ແລະວິຊາສະເພາະ​ທີ່​ຈຳ​ເປັນ​ເພື່ອ​ພັດທະນາ​ອຸດສາຫະກຳ​ຂອງ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ.

ປະຈຸ​ບັນ, ສ.ເກົາຫຼີ ແລະຫວຽດນາມ ແຕ່ລະຝ່າຍມີປະຊາຄົມຊາວ ຫວຽດນາມ ແລະປະຊາຄົມຊາວ ສ.ເກົາຫຼີ ດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ປະເທດຂອງກັນແມ່ນປະມານ 200.000 ຄົນ, ໃນນັ້ນ ຕ້ອງນັບທັງ 90.000 ຄອບຄົວຫຼາຍວັດທະນະທຳ ສ.ເກົາຫຼີ - ຫວຽດນາມ.

ທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ ໃຫ້ຮູ້ວ່າ “ປະຊາຄົມນີ້, ລວມມີບັນດາຄອບຄົວຫຼາຍວັດທະນະທຳ, ພວມສວມ ບົດບາດເປັນຂົວຕໍ່, ປະກອບສ່ວນຊຸກຍູ້ການຮ່ວມມືການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ ແລະພັດທະນາແຫຼ່ງຊັບພະຍາກອນ ມະນຸດລະຫວ່າງ 2 ປະເທດ”.

ກໍ່ຕາມທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ ແລ້ວ, ແຮງງານຫວຽດນາມ ທີ່ໄປເຮັດວຽກຢູ່ ສ.ເກົາຫຼີ ໄດ້ມີການປະກອບສ່ວນ ສຳຄັນເຂົ້າໃນການພັດທະນາຂະແໜງອຸດສາຫະກຳຂະໜາດໃຫຍ່ ເຊັ່ນ: ຂະແໜງຕໍ່ກຳປັ່ນຂອງ ສ.ເກົາຫຼີ.

ຂອບຂະ​ຫນາດ​ການ​ແລກ​ປ່ຽນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ໄດ້​ຟື້ນ​ຕົວ​ຢ່າງ​ວ່ອງ​ໄວ​ໃນ​ລະ​ດັບ​ກ່ອນໂລກລະບາດໂຄວິດ-19 ເກີດຂຶ້ນ, ບັນ​ທຶກ 4,1 ລ້ານ​ເທື່ອການ​ຢ້ຽມ​ຢາມ​ເຊິ່ງ​ກັນ ​ແລະ​ກັນ​ໃນ​ປີ 2024 ຄາດ​ວ່າ​ຈະ​ບັນ​ລຸ 5 ລ້ານ​ເທື່ອການ​ຢ້ຽມ​ຢາມ​ເຊິ່ງກັນ ແລະ​ກັນ​ໃນ​ປີ 2024, ລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ.

ລັດຖະບານ ສ.​ເກົາຫຼີ ພວມ​ສະໜອງບັນດາການບໍລິການໜູນຊ່ວຍ​​ຢ່າງຮອບດ້ານ​ນັບ​ແຕ່​ໄລຍະ​ກະກຽມ​ການ​ແຕ່ງງານ​ຢູ່ ຫວຽດນາມ ຈົນຮອດການ​ໄປ​ຕັ້ງ​ຖິ່ນ​ຖານ ​ຢູ່ ສ.​ເກົາຫຼີ ຢ່າງ​ຖາ​ວອນ ​ເພື່ອ​ໜູນ​ຊ່ວຍ​ຊາວ ຫວຽດນາມ ​ເຂົ້າ​ເມືອງ​ຢູ່ ສ.​ເກົາຫຼີ ຕາມຮູບແບບການສົມລົດຫັນຊີວິດການເແັນຢູ່ຢູ່ ສ.ເກົາຫຼີ ເປັນປົກກະຕິ.

​ສ.ເກົາຫຼີ ກໍ່​ເພີ່ມ​ທະວີ​ການ​ສຶກສາ​ສອງ​ພາສາ ​ແລະ ໜູນ​ຊ່ວຍ​ການ​ຮຽນ​ວິຊາ​ອາຊີບ​ເປັນ​ພາສາ ສ.​ເກົາຫຼີ ​ແລະຫວຽດນາມ ​ເພື່ອ​ໃຫ້​ເດັກນ້ອຍ​ໃນ​ບັນດາ​ຄອບຄົວ​ຫຼາຍ​​ວັດທະນະທຳ ສ.​ເກົາຫຼີ - ຫວຽດນາມ ​ໄດ້​້ເຕີບໃຫຍ່​ຢ່າງ​ມີ​ຢ່າງ​​ແຂງແຮງ, ​ເປັນ​ຂົວ​ຕໍ່​ລະຫວ່າງ ສ.​ເກົາຫຼີ ​ແລະ ຫວຽດນາມ. ນອກຈາກນັ້ນ, ເດັກນ້ອຍກັບຄືນຫວຽດນາມ ພາຍຫຼັງອາໄສຢູ່ ສ.ເກົາຫຼີ ກໍ່ໄດ້ຮັບການໜູນຊ່ວຍດ້ານທີ່ພັກ ແລະເບິ່ງແຍງຢູ່ສູນຊ່ວຍເຫຼືອຢູ່ ຫາຍຟ່ອງ ເພື່ອຮັບປະກັນບໍ່ໃຫ້ເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກໃນເວລາດຳລົງຊີວິດຢູ່ທີ່ນີ້.

ບູນມີ

ເຫດການ
302 Found

Found

The document has moved here.