ຕັ້ງໜ້າຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ ກັບຄືນເມືອບ້ານເກີດເມືອງນອນ

15:41 | 01/07/2024

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດກອງປະຊຸມຄັ້ງທີ XXIX ກ່ຽວກັບການສືບຕໍ່ຊອກຫາ, ​​ທ້ອນ​ໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມກັບຄືນເມືອບ້ານເກີດເມືອງນອນ, ລະດູແລ້ງ ປີ 2024 – 2025.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ
ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ
ຕັ້ງໜ້າຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ ກັບຄືນເມືອບ້ານເກີດເມືອງນອນ

ບັນຍາກາດທີ່ກອງປະຊຸມ.

ທີ່ກອງປະຊຸມ, ທ່ານພົນໂທ ຫວໍມິນເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ໄດ້ຊົມເຊີຍບັນດາໝາກຜົນທີ່ພັກ, ລັດ ແລະປະຊາຊົນ ລາວ ບັນລຸໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ເຂັ້ມແຂງ ແລະ ປະສົບຜົນສຳເລັດໃນການສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.

ທ່ານພົນໂທ ຫວໍມິນເລືອງ ສະແດງຄວາມປິຕິຊົມຊື່ນເມື່ອຊຸມປີມໍ່ໆມານີ້ທີ່ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການພັດທະນາຢ່າງໝັ້ນຄົງ, ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ. ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ແມ່ນພື້ນຖານເພື່ອການພັດທະນາ, ສ້າງທີ່ຕັ້ງບົດບາດ ແລະ ອິດທິພົນໃນເວທີສາກົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ລາວ ເນັ້ນໜັກວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ລາວ ຕີລາຄາສູງພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ທີ່ໄດ້ຜັນຂະຫຍາຍບັນດາ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ ​ເປັນ​ກຳລັງ​ໜູນ​ເພື່ອ​ສູ້​ຊົນ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ຕັ້ງໜ້າ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ.

ທ່ານພົນໂທ ທອງລອຍ ສີລິວົງ ຢືນຢັນວ່າ, ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນ ລາວ ຍາມໃດກໍ່ຈົດຈໍາ ແລະ ຂອບໃຈການເສຍສະຫຼະເລືອດເນື້ອ, ວັດຖຸ ແລະ ຈິດໃຈອັນໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອ ລາວ ໃນໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ກໍຄືໄລຍະສ້າງສາ ແລະ ພັດທະນາປະເທດ ລາວ ໃນປັດຈຸບັນ.

ຕັ້ງໜ້າຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ ກັບຄືນເມືອບ້ານເກີດເມືອງນອນ

ທ່ານພົນໂທ ຫວໍມິນເລືອງ (ຂວາ) ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ທ່ານພົນໂທ ທອງລອຍ ສີລິວົງ (ຊ້າຍ), ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ລາວ ໄດ້ລົງນາມໃນ ແລະ ແລກປ່ຽນບົດບັນທຶກກອງປະຊຸມ.

ທີ່​ກອງ​ປະຊຸມ, ທັງ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ຕາມ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ XXVIII. ​ໃນ​ຂະນະ​ທີ່​ຂໍ້​ມູນ​ກ່ຽວ​ກັບ​ສະຖານ​ທີ່​ຝັງ​ສົບ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ນັບ​ມື້​ນັບ​ຫຍຸ້ງຍາກ, ແຕ່ວຽກ​ງານ​ຊອກ​​ຫາ, ​ທ້ອນ​ໂຮມ​ອັດຖິ​ຂອງ​ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ ​ທີ່​ເສຍສະລະ​ຊີວິດ​ຢູ່ ​ລາວ ​ໃນ​ສະ​ໄໝ​ສົງຄາມ​ ກໍ່ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ. ໃນລະດູແລ້ງ ປີ 2023 – 2024, ບັນດາໜ່ວຍງານທ້ອນໂຮມຂອງ ຫວຽດນາມ ໄດ້ຄົ້ນຫາ ແລະ ທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ລາວ 184 ອັດຖິ (ມີ 9 ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຮັບການຢັ້ງຢືນຊື່ ແລະ ນາມສະກຸນ, ບ້ານເກີດ).

ຄະນະ​ປະຕິບັດ​ງານ​ພິ​ເສດ​​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ສອງ​ປະ​ເທດໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເປັນ​ປະຈຳ ​ແລະ ແກ້ໄຂຄວາມ​ຫຍຸ້ງຍາກ​ໃນ​ການຈັດ​ຕັ້ງ ​ແລະ ປະຕິບັດ​ໜ້າ​ທີ່​ຊອກ​​ຫາ ​ແລະ ​ທ້ອນໂຮມອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ ລາວ ກັບຄືນເມືອ ຫວຽດນາມ ຢ່າງທັນ​ການ​. ຝ່າຍ​ ລາວ ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ບັນດາ​ໜ່ວຍງານທ້ອນໂຮມຂອງ ​ຫວຽດນາມ ​ເປັນ​ປະຈຳ​ໃນ​ທຸກ​ການ​ເຄື່ອນ​ໄຫວ; ໂຄສະນາເຜີຍແຜ່ຢ່າງຕັ້ງໜ້າ, ຂົນຂວາຍປະຊາຊົນຈາກທຸກຊັ້ນຄົນເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບສະຖານທີ່ຝັງສົບຂອງບັນດານັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ, ຄະນະ​ປະຕິບັດ​ງານ​ພິ​ເສດ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງທຸກຂັ້ນ​ຂອງ​ສອງ​ປະ​ເທດ​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ແລະ ຊີ້​ນຳ​ຍູ້ແຮງວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນວັນນະ​ຂອງ 2 ປະ​ເທດ​ເພື່ອ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບ, ຍົກສູງປະສິດທິຜົນການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນບ້ານເກີດເມືອງນອນ ໃນໄລຍະຈະມາເຖິງ.

2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບວ່າ, ​ໃນ​ໂຄງການ​ຮ່ວມ​ມື​ລະດູ​ແລ້ງ ປີ 2024 – 2025 ຈະສືບ​ຕໍ່​ສົມທົບ​ກັນ​ຊີ້ນຳໃນ​ການ​ຊອກ​​ຫາ, ​ທ້ອນ​ໂຮມ ​ແລະ ສົ່ງອັດຖິຂອງ​ທະຫານ​ອາສາ​ສະໝັກ ແລະ ນັກ​ຊ່ຽວຊານ​ ຫວຽດນາມ ທີ່​ເສຍສະລະ​ຊີວິດ​ຢູ່ ​ລາວ​ ໃນ​ສະໄໝສົງຄາມກັບຄືນບ້ານເກີດເມືອງນອນ ຈົນເຖິງເວລາບໍ່ມີຂໍ້ມູນເພີ່ມເຕີມກ່ຽວກັບບ່ອນຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ລາວ. ພ້ອມ​ກັນ​ນັ້ນ, ກໍ່ຍູ້ແຮງການໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນ 2 ປະ​ເທດ​ສະໜອງ​ຂໍ້​ມູນ​​ກ່ຽວ​ກັບ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຂຸມຝັງສົບ​ຂອງ​ບັນດາ​ນັກຮົບ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ ທີ່​ເສຍ​ສະຫຼະຊີວິດ​ຢູ່​ ລາວ ​ໃນ​ສະ​ໄໝ​ສົງຄາມ.

ຄະນະປະຕິບັດງານພິເສດ ແລະ ກອງບັນຊາການທະຫານຂັ້ນແຂວງຂອງສອງຝ່າຍ ຕ້ອງມີການແລກປ່ຽນ, ຖອດຖອນບົດຮຽນ, ເອົາໃຈໃສ່ຊີ້ນໍາ - ນໍາພາ, ຍູ້ແຮງວຽກງານຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນຢ່າງເປັນປະຈໍາ; ເພີ່ມທະວີການສົມທົບກັນກວດກາ, ຕີລາຄາໝາກຜົນ, ຍ້ອງຍໍ ແລະ ມອບລາງວັນຢ່າງທັນການໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

2 ຝ່າຍ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ອົງການ​ປະຈຳ​ຂອງ​ແຕ່ລະ​ຝ່າຍ​ຕັ້ງໜ້າເປັນ​ເສນາທິການ, ​ສະ​ເໜີ​ບັນດາ​ເນື້ອ​ໃນ ​ແລະ ວິທີການ​ແກ້​ໄຂ ​ເພື່ອ​ແນ​ໃສ່​ຍູ້​ແຮງການ​ຊອກ​ຫາ ​ແລະ ​ທ້ອນ​ໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ​; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ສົມທົບກັນກວດກາ, ເກັບກໍາຂໍ້ມູກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບຂອງບັນດານັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ; ສຳຫຼວດ, ກວດກາ ​ແລະ ຕີ​ລາຄາ​ບັນດາ​ໝາກຜົນ​ແຫ່ງ​ການ​ສົມທົບກັນ​ຂອງ​ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ບັນດາ​ທ້ອງ​ຖິ່ນ​​ສອງ​ປະ​ເທດ ​ແລະ ບັນດາ​ກຳລັງ​ຊອກ​​ຫາ, ​ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຄຽງຂ້າງນັ້ນ, ສອງຝ່າຍກໍ່​ສົມທົບ​ກັນ​​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊີ້​ນຳ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​​ ​ເພື່ອຊີ້ນຳບັນດາທ້ອງຖິ່ນທີ່ມີ​​ອະນຸສອນ​ສະຖານ “ນ້ຳໃຈສາມັກຄີຮ່ວມ​ສຳພັນສູ້ຮົບ ​ຫວຽດນາມ - ລາວ” ​ແຫ່ງ​ໃໝ່ ໃຫ້ໄດ້​ຮັບ​ການ​ກໍ່ສ້າງ, ສ້ອມ​ແປງ, ບູລະນະ ເພື່ອການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຕາມ​ລະບຽບ​ການ​ຂອງ​ລັດຖະບານ ແລະ ຮີດຄອງປະເພນີຂອງປະຊາຊົນ ລາວ; ຕັ້ງໜ້າ​ໂຄສະນາ​ເຜີຍ​ແຜ່​ນ້ຳ​ໃຈ​ສາມັກຄີ, ການຮ່ວມສຳພັນສູ້​ຮົບຂອງ​ກອງທັບ ​ແລະ ປະຊາຊົນ ​ຫວຽດນາມ - ລາວ; ຈັດຕັ້ງ ​ແລະ ຮັບ​ໃຊ້​ບັນດາ​ກຸ່ມ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ມາ​ຢ້ຽມຢາມ​ອະນຸສາວະລີໃຫ້ເປັນ​ຢ່າງ​ດີ. ໂດຍຜ່ານ​ນັ້ນ, ກໍ່ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ.

ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ. ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ.

ຍສໝ - ນັ້ນ​ແມ່ນ​ເນື້ອ​ໃນ​ຈິດ​ໃຈ​ຕົ້ນຕໍ​ໃນ​ການ​ໃຫ້​ສຳພາດ​ຕໍ່​ວາລະສານ ຍຸກສະໄໝ ​ໂດຍ​ທ່ານ​ຮອງ​ສາດສະດາຈານ, ປະລິນຍາ​ເອກ, ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ, ທ່ານ ຟ້າມວັນລີງ ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ລາວ ​ໃນ​ການ​ຮ່ວມ​ມື​ກໍ່ສ້າງ​ພື້ນຖານ​ອຸດົມ​ການ ​ແລະ ກໍ່ສ້າງ​ພັກ.

ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ

ຍສໝ - ໃນວັນທີ 23 ກັນຍາ, ຄ້າຍທະຫານຊາຍແດນເຮື໊ອງເລິບ (ທະຫານຊາຍແດນແຂວງກວ໋າງຈິ) ໄດ້ຈັດຕັ້ງລາຍການ “ເຍົາວະຊົນ ຫວຽດນາມ-ລາວ ຫຼິ້ນບຸນໄຫວ້ພະຈັນຢູ່ເຂດຊາຍແດນ ຄັ້ງທີ 2” ໃຫ້ຊາວໜຸ່ມ, ເຍົາວະຊົນອະນຸຊົນໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນຕາແສງເຮື໊ອງເລິບ, ເຮື໊ອງຫວຽດ (ເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ) ແລະໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນບ້ານອາເວຍ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.