ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

14:40 | 01/07/2024

Ngày 26/6, tại Đại lễ đường Nhân dân, thủ đô Bắc Kinh, Trung Quốc, trong khuôn khổ chuyến công tác tham dự Hội nghị thường niên các nhà tiên phong lần thứ 15 của Diễn đàn Kinh tế thế giới Đại Liên và làm việc tại Trung Quốc, Thủ tướng Chính phủ Phạm Minh Chính đã hội kiến Tổng Bí thư Ban Chấp hành Trung ương Đảng Cộng sản Trung Quốc, Chủ tịch nước Cộng hòa nhân dân Trung Hoa Tập Cận Bình. ຍສໝ - ວັນ​ທີ 26 ມິຖຸນາ​, ​ນະຄອນຫຼວງ ​ປັກ​ກິ່ງ, ​ຈີນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ປະຕິບັດງານ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງບັນດາຜູ້​ນຳໜ້າ ຄັ້ງ​ທີ 15 ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກຕ້າຫຼຽນ ​ແລະ​ ເຮັດ​ວຽກ​ຢູ່​ຈີນ, ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ​ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດສາທາລະນະລັດປະຊາຊົນຈິນ ສີ​ຈິ້ນ​ຜິງ.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ. (ພາບ: ເຢື່ອງຢາງ)

ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ສົ່ງ​ຄຳ​ຢ້ຽມຢາມ, ຄຳອວຍ​ພອນ​ອັນ​ດີ​ງາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ໂຕເລິມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີ່ນແທງເໝີ໊ນ ແລະ ການ​ນຳ​ພັກ, ລັດ​ ຫວຽດ​ນາມ ມາຍັງ​ສະ​ຫາຍ ສີ​ຈິ້ນ​ຜິງ.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຢືນ​ຢັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ແບບ​ໝັ້ນ​ຄົງ, ຍືນ​ຍົງ, ຍາວ​ນານ​ກັບ​ຈີນ ແມ່ນ​ ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການແບບພາວະວິໄສ, ທາງ​ເລືອກ​ຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນທິດທາງການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ການຫັນເປັນຫຼາຍ​ຝ່າຍ, ຫຼາຍຮູບຫຼາຍແບບຂອງ​ ຫວຽດ​ນາມ. ຫວຽດນາມ ໄດ້​ສະໜັບສະໜູນ ​ຈີນ​ ພັດທະນາ, ປະຕິບັດ​ສຳ​ເລັດເປົ້າ​ໝາຍ "100 ປີ​ທີ 2", ສ້າງສາ​ສັງຄົມ​ນິຍົມ​ທີ່​ມີເອກະລັກພິເສດ ຈີນ ຢ່າງມີຜົນສຳເລັດ.

Tổng Bí thư, Chủ tịch Tập Cận Bình gửi lời thăm hỏi thân thiết đến Tổng Bí thư Nguyễn Phú Trọng, Chủ tịch nước Tô Lâm và các đồng chí Lãnh đạo Đảng, Nhà nước Việt Nam; chúc mừng những thành tựu phát triển kinh tế - xã hội của Việt Nam; khẳng định Trung Quốc coi trọng cao độ và luôn coi quan hệ với Việt Nam là hướng ưu tiên trong tổng thể chính sách ngoại giao láng giềng; khẳng định ủng hộ Việt Nam bảo vệ độc lập dân tộc và tôn nghiêm quốc gia; kiên định ủng hộ Việt Nam dưới sự lãnh đạo của Đảng Cộng sản Việt Nam sẽ thực hiện thắng lợi Nghị quyết Đại hội XIII của Đảng, tổ chức thành công Đại hội Đảng lần thứ XIV, xây dựng thành công chủ nghĩa xã hội phù hợp với tình hình đất nước.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສົ່ງຄຳຢ້ຽມຢາມອັນສະໜິດສະໜົມມາຍັງທ່ານ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານ ປະທານປະເທດຫວຽດນາມ ໂຕເລິມ ແລະ ບັນດາການນຳຂອງພັກ, ລັດ ຫວຽດນາມ; ໄດ້ສະແດງຄວາມຊົມເຊີຍບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ; ຢືນຢັນ​ວ່າ ຈີນ ໄດ້​ຖືເປັນສຳຄັນສູງສຸດ ​ແລະ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ ​ຫວຽດນາມ ​ແມ່ນທິດ​ບຸລິມະສິດ​ໃນ​ນະ​ໂຍບາຍການ​ຕ່າງປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ລວມ; ຢືນຢັນ​ການ​ສະໜັບສະໜູນ ​ຫວຽດນາມ ​ແມ່ນເພື່ອປົກ​ປັກ​ຮັກສາ​ເອກະລາດ ​ແລະ ກຽດ​ສັກ​ສີ​ຂອງ​ຊາດ; ສະໜັບສະໜູນ ຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ຢ່າງແນ່ວແນ່ ຈະປະຕິບັດໄຊຊະນະມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກຢ່າງສຳເລັດຜົນ, ກໍ່ສ້າງສັງຄົມນິຍົມທີ່ເໝາະສົມກັບສະພາບການຂອງປະເທດ ຢ່າງສຳເລັດຜົນ.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສະແດງຄວາມຊົມເຊີຍບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ; ຢືນຢັນ​ວ່າ ຈີນ ໄດ້​ຖືເປັນສຳຄັນສູງສຸດ ​ແລະຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ ​ຫວຽດນາມ ​ແມ່ນທິດ​ບຸລິມະສິດ​ໃນ​ນະ​ໂຍບາຍການ​ຕ່າງປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​; ຢືນຢັນ​ການ​ສະໜັບສະໜູນຫວຽດນາມ ​ແມ່ນເພື່ອປົກ​ປັກ​ຮັກສາ​ເອກະລາດ. (ພາບ: ເຢື່ອງຢາງ)

Cùng ôn lại quan hệ hữu nghị truyền thống tốt đẹp giữa hai Đảng, hai nước, hai Nhà lãnh đạo bày tỏ vui mừng trước đà phát triển tích cực của quan hệ Việt - Trung thời gian qua; nhất trí tiếp tục cụ thể hóa nhận thức chung cấp cao, nhất là Tuyên bố chung Việt Nam - Trung Quốc về việc tiếp tục làm sâu sắc và nâng tầm quan hệ Đối tác hợp tác chiến lược toàn diện, xây dựng Cộng đồng chia sẻ tương lai Việt Nam - Trung Quốc có ý nghĩa chiến lược theo phương hướng “6 hơn”.

ພ້ອມກັນຫວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ, ການນຳ 2 ປະເທດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ - ຈີນ ໃນໄລຍະທີ່ຜ່ານມາ; ກໍ່ໄດ້​ເຫັນ​ດີເປັນເອກະພາບ​ສືບ​ຕໍ່ຫັນເປັນຄວາມຮັບຮູ້ລວມຂັ້ນສູງລະອຽດ, ພິ​ເສດ​ແມ່ນ​ຖະ​ແຫຼ​ງການລວມ ຫວຽດນາມ - ຈີນ ກ່ຽວ​ກັບ​ການ​ສືບ​ຕໍ່​ ເຮັດໃຫ້ເລິກເຊິ່ງ ​ແລະຍົກສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ກໍ່ສ້າງ​ປະຊາ​ຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດຕາມທິດທາງ “6 ກວ່າ".

ທ່ານ ສີ​ຈິ້ນ​ຜິງ​ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ, ຮັກ​ສາ​ການ​ພົບ​ປະແລກປ່ຽນ​ຂັ້ນ​ສູງ​ເປັນປະຈຳ, ເສີມຂະຫຍາຍກົນ​ໄກ​ຂອງ​ຄະ​ນະ​ກຳມະການຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ ​ຫວຽດ​ນາມ - ຈີນ ເປັນຢ່າງດີ, ຍູ້​ແຮງການ​ພົບປະ, ແລກ​ປ່ຽນ​ບັນ​ດາ​ຊ່ອງ​ທາງ​ຂອງ​ພັກ​ ແລະ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະແໜງການ​ທີ່​ສຳ​ຄັນ​ຄື ວຽກງານການຕ່າງປະເທດ, ປ້ອງກັນຊາດ, ຕຳຫຼວດ...; ຍົກສູງປະສິດທິຜົນຂອງການຮ່ວມມືແທດຈິງ; ​ເພີ່ມ​ທະວີ​ການພົບປະ​ແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ກັບ​ລຸ້ນໜຸ່ມ; ຄວບ​ຄຸມ ​ແລະ​ ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໄດ້​ດີ​ຂຶ້ນ; ສົມທົບ​ກັນ​​ເປັນ​ຢ່າງ​ດີຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ປະກອບສ່ວນເຂົ້າໃນ​ພັດທະນາ​ພາກ​ພື້ນ ​ແລະ ​ໂລກ.

ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ສະ​ເໜີ​ໃຫ້ 2 ຝ່າຍ​ຮ່ວມ​ມື​ສ້າງ​ບັນ​ດາກິດຈະການ​ໃຫຍ່, ມີ​ສັມີລັກສະນະເປັນ​ສັນຍາ​ລັກ​ສູງ​ ແລະມີປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ, ຍືນ​ຍົງ; ສະເໜີສອງຝ່າຍຍູ້ໄວການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ພິເສດແມ່ນການຮ່ວມມືເຊື່ອມຕໍ່ທາງລົດໄຟ, ຖະໜົນຫົນທາງ, ດ່ານຊາຍແດນໃນຂອບເຂດການເຊື່ອມຕໍ່ “ສອງແລວທາງ, ໜຶ່ງເສັ້ນທາງ” ກັບ “ແລວທາງ ແລະ ເສັ້ນທາງ”; ໄດ້ສະແດງຄວາມຊົມເຊີຍ ການ​ເພີ່ມ​ທະວີ​ການ​ລົງທຶນ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ ຈິນ ເຂົ້າໃນ ​ຫວຽດນາມ. ​ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຄ້າ​ກະສິກຳ​ຕໍ່​ປະຊາຊົນ, ຜູ້​ບໍລິ​ໂພ​ກ ​ແລະ ວິສາຫະກິດ​ຂອງ​ສອງ​ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ທ່ານ​ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຈີນ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຜະລິດ​ຕະພັນ​ທີ່​ຕົ້ນຕໍ່​ຂອງ​ ຫວຽດນາມ ​ເຊັ່ນ: ໝາກຖຸລຽນແຊ່ແຂງ, ໝາກ​ພ້າວ​ສົດ, ​ເຂົ້າສານ..., ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສິນຄ້າ​ຂອງ​ ຫວຽດນາມ ໄປຍັງ ອາຊີກາງ ແລະ ເອີຣົບ ໂດຍຜ່ານ ຈີນ. ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດນາມ ໃຫ້ຮູ້ວ່າ ຫວຽດ​ນາມ ​ສະ​ໜັບ​ສະ​ໜູນ​ ຈີນ ​ສະ​ໝັກ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບດ້ານ ແລະ ກ່າວໜ້າຂ້າມ​ ປາ​ຊີ​ຟິກ, ສະເໜີໃຫ້​ສອງ​ຝ່າຍ​ຮັກ​ສາ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຢືນ​ຢັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ແບບ​ໝັ້ນ​ຄົງ, ຍືນ​ຍົງ, ຍາວ​ນານ​ກັບ​ຈີນ ແມ່ນ​ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການແບບພາວະວິໄສ, ທາງ​ເລືອກ​ຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນທິດທາງການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ການຫັນເປັນຫຼາຍ​ຝ່າຍ, ຫຼາຍຮູບຫຼາຍແບບຂອງ​ ຫວຽດ​ນາມ. (ພາບ: ເຢື່ອງຢາງ)

ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ໃຫ້​ກາຍ​ເປັນ​ກຳລັງຜັກດັນເຕີບ​ໂຕ​ໃໝ່, ຄົ້ນຄວ້າການກໍ່ສ້າງທົດ​ລອງບັນດາ​ເຂດ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາຍ​ແດນ, ເປີດກ້ວງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ດ່ານ​ຊາຍ​ແດນ​; ກໍ່ສ້າງ​ດ່ານ​ຊາຍ​ແດນອັດສະລິຍະ; ບັນດາທ້ອງ​ຖິ່ນ​ອື່ນໆ ເປັນເຈົ້າການໃນການເພີ່ມ​ທະວີ​ການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ​ພາກ​ພື້ນ; ເປີດກ້ວາງການ​ຮ່ວມ​ມື​ດ້ານ​ການ​ເງິນ, ການ​ທະນາຄານ, ການ​ສຶກສາ, ສາທາລະນະ​ສຸກ...

ໂດຍຕີລາຄ່າສູງບັນດາ​ຂໍ້​ສະ​ເໜີ​ຮ່ວມ​ມື​ຂອງ​ທ່ານ​ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານ​ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈິນ ສີຈີ້ນຜິງ ຢືນຢັນ​ວ່າ ຈີນ ສະໜັບສະໜູນ ຫວຽດນາມ ​ໃນ​ການ​ຍູ້​ແຮງການ​ປະຕິບັດການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ການ​ທັນເປັນ​ທັນສະ​ໄໝ​ຂອງ​ປະ​ເທດ, ພ້ອມກັນ​ກັບ​ ຈີນ ​ແລະ ບັນດາ​ປະ​ເທດ​ກໍ່ສ້າງ​ ບັນດາລະບົບສະໜອງ ​ແລະ ​ບັນດາລະບົບ​ການ​ຜະລິດ​ຢ່າງ​ໝັ້ນຄົງ, ຍືນຍົງຢູ່ພາກ​ພື້ນ ​ແລະ ​ໃນ​​ໂລກ​. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ເສີມຂະຫຍາຍຄວາມຊ່ວຍຊູກັນ ແລະ ຄວາມໄດ້ປຽບທາງດ້ານພູມສາດທີ່ໃກ້ຊິດລະຫວ່າງ 2 ພື້ນຖານເສດຖະກິດ; ພິ​ຈາ​ລະ​ນາ​​ເລືອກເປົາ​ໃນ​ການຜັນຂະຫຍາຍ​ທົດ​ລອງ​​ຂອງ​ເຂດ​ເສດ​ຖະ​ກິດ​ຂ້າມ​ຊາຍ​ແດນ​; ຢືນຢັນ​ວ່າ ຈີນ​ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ກວ້າງ​ການ​ນຳ​ເຂົ້າ​ສິນຄ້າ​ທີ່ມີຄຸນ​ນະພາ​ບສູງ​ຈາກ ​ຫວຽດນາມ.

ຢືນຢັນ​ວ່າ ຈີນ ​ຈະ​ສືບ​ຕໍ່​ເຂົ້າສູ່ລົງ​ເລິກ​ການ​ປະຕິ​ຮູບ​ຮອບດ້ານ, ຊຸກຍູ້​ການ​ພັດທະນາ​ກຳລັງ​ການ​ຜະລິດ​ທີ່​ມີ​ຄຸນ​ນະພາ​ບໃໝ່, ສິ່ງນີ້ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ ເພື່ອ​ໃຫ້​ສອງ​ຝ່າຍຜັນຂະຫຍາຍການ​ຮ່ວມ​ມື​ດ້ານ​ການ​ຄ້າ, ​ການ​ຮ່ວມ​ມື​ເຊື່ອມຕໍ່ຕົມມະນາຄົມທາງບົກ, ທາງ​ລົດ​ໄຟ, ການ​ເຊື່ອມ​ຕໍ່​ເສດຖະກິດ​ດີ​ຈີ​ຕອນ. ລັດຖະບານ​ ຈີນ​ ສະໜັບສະໜູນ​ວິ​ສາ​ຫະກິດ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າໃນ ​ຫວຽດນາມ, ພິເສດ ແມ່ນ​ໃນບັນດາຂົງເຂດ​ເຕັກ​ໂນ​ໂລ​ຢີສູງ, ວິຊາອາຊີບທີ່ຫາກໍ່ເກີດຂຶ້ນໃໝ່ໄດ້.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ. (ພາບ: ເຢື່ອງຢາງ)

2 ຝ່າຍ​ກໍ່​ປຶກສາ​ຫາລືກ່ຽວກັບ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຫັນ​ດີ​ເປັນ​ເອກະພາບ​ກັນ​ຄວບ​ຄຸມ ​ແລະ ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ່ງ​ກັນໄດ້ເໝາະສົມຕາມຄວນ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ. ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍ ປະຕິບັດຢ່ຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ເຄົາລົບຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດຕາມກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໃນປີ1982, ບໍ່ປະໃຫ້ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.