ຫວຽດນາມ ມອບກິດຈະກຳຊົນລະປະທານ​ໃຫ້​ແຂວງ​ ໄຊ​ສົມບູນ ຂອງລາວ

14:03 | 01/07/2024

ຍສໝ - ຫວ່າງແລ້ວນີ້, ຢູ່​ແຂວງ​ໄຊ​ສົມບູນ, ພາກ​ເໜືອ​ຂອງ​ລາວ ​ໄດ້ດຳເນີນ​ພິທີ​ເປີດສະຫຼອງ ແລະມອບ-ຮັບ​ໂຄງການ​ກໍ່ສ້າງ​ລະບົບ​ຊົນລະປະທານ 4 ​ແຫ່ງ ຢູ່​ເມືອງ​ ອະນຸ​ວົງ ​ແລະ ​ເມືອງ​ທ່າ​ໂທມ.

ນາມດິ້ງ ແລະ ແຂວງອຸດົມໄຊ ຂອງລາວ ຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ
ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ໂດຍ​ເຂົ້າ​ຮ່ວມ​ເຫດການ​ມີ​ຜູ້ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະແໜງການ​ ແລະ ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ການເປີດສະຫຼອງ, ມອບ-ຮັບ, ເປີດນຳໃຊ້ໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງຢູ່ເມືອງ ອະນຸວົງ ແລະ ເມືອງ ທ່າໂທມ ໃນຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການນຳທຸກຂັ້ນຂອງ 2 ປະເທດສຳລັບການຊຸກຍູ້ຄວາມໝັ້ນຄົງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊສົມບູນ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງ​ສອງ​ລັດຖະບານ, ຄະນະ​ກຳມະການ​ຮ່ວມ​ມື​ສອງ​ປະ​ເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ 2 ປະ​ເທດອີກດ້ວຍ.

ຫວຽດນາມ ມອບກິດຈະກຳຊົນລະປະທານ​ໃຫ້​ແຂວງ​ ໄຊ​ສົມບູນ ຂອງລາວ

ບັນດາຜູ້ແທນ ໄດ້ຕັດແຖບຜ້າເປີດສະຫຼອງໂຄງການ. ພາບ: ເຈີ່ນຕ໋ວນ

ທີ່ພິທີ, ໂດຍຕາງໜ້າ​ໃຫ້​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ, ທ່ານ ວຽງ​ຊັນ ຈັນທາ - ຫົວໜ້າຫ້ອງການຄະນະ​ກຳມະການ​ຮ່ວມ​ມື ລາວ-ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຮູ້ບຸນຄຸນ ​ແລະ ຂອບ​ໃຈ​ຢ່າງ​ຈິງໃຈເຖິງ​ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່​ຍາມໃດກໍ​ໃຫ້ການຮ່ວມ​ມື, ໜູນຊ່ວຍລາວ ​ຢ່າງ​ຮອບດ້ານ​ໃນ​ໄລຍະ​ຜ່ານ​ມາ, ​ພິເສດແມ່ນ​ການ​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ລາວ.

ທ່ານ ວຽງ​ຊັນ ຈັນທາ ສະເໜີໃຫ້ອຳນາດການປົກຄອງ​ແຂວງ ໄຊ​ສົມບູນ ເປັນເຈົ້າການໃນການສົມທົບ​ກັບ​ບັນດາ​ກະຊວງ, ຄະນະ, ຂະແໜງການ​ທີ່​ກ່ຽວຂ້ອງ​ຂອງ​ລາວ ແລະ ຫວຽດນາມ ສືບ​ຕໍ່​ສ້າງແຜນ​ການຈັດຕັ້ງການຜັນຂະຫຍາຍວຽກ​ງານ​ຄຸ້ມ​ຄອງ, ບຳລຸງຮັກສາ ເພື່ອຮັບປະກັນການນຳໃຊ້ໂຄງການໃຫ້ມີປະສິດທິຜົນສູງສຸດ ແລະ ຍາວນານ, ພ້ອມດຽວກັນນັ້ນ ກໍເອົາໃຈໃສ່ເຖິງການບຳລຸງສ້າງຖັນແຖວພະນັກງານເພື່ອຮັບໃຊ້ການຄຸ້ມຄອງຢ່າງມີປະສິດທິຜົນ; ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງມີວິທີການ ແລະ ແຜນການນຳໃຊ້ໂຄງການນີ້ໃຫ້ສົມກັບຄວາມມຸ່ງມາດປາດຖະໜາຂອງ 2 ພັກ, 2 ລັດ, ເພື່ອປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ , ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງຢູ່ 2 ເມືອງ ອະນຸວົງ ແລະ ເມືອງ ທ່າໂທມ ຂຶ້ນກັບແຂວງໄຊສົມບູນ ມີມູນຄ່າການລົງທຶນທັງໝົດ 159.298 ຕື້ດົ່ງ, ໃນນັ້ນ ທຶນຊ່ວຍເຫຼືອຂອງລັດຖະບານ ຫວຽດນາມ 157.298 ຕື້ດົ່ງ; ທຶນສົມທົບຂອງລາວ ແມ່ນ 2 ຕື້ດົ່ງ. ເຈົ້າຂອງໂຄງການຢູ່ຝ່າຍ ຫວຽດນາມ ແມ່ນບໍລິສັດໃຫຍ່ຮ່ວມມືເສດຖະກິດ COECCO, ຝ່າຍລາວ ແມ່ນອຳນາດການປົກຄອງແຂວງ ໄຊສົມບູນ.

ໂຄງ​ການ​ດັ່ງ​ກ່າວ​ ປະ​ກອບ​ມີ​ບັນ​ດາລາຍການ​ເຊັ່ນ​: ລະ​ບົບ 4 ​ເສັ້ນທາງນ້ຳລົ້ນຕົ້ນ​ຕໍ​ ແລະ ສຳຮອງ​ໃນ 4 ບ້ານ​; ດຳເນີນການກໍ່ສ້າງ, ຕິດຕັ້ງບັນດາກິດຈະກຳວານແບ່ງນ້ຳ, ທໍ່ນ້ຳ, ຂົວ, ທໍ່ລະບາຍນ້ຳ...

ໂຄງ​ການທີ່ໄດ້ນຳ​ເຂົ້າສູ່ການເຄື່ອນໄຫວ ຈະ​ຮັບ​ໃຊ້​ຂົງເຂດການ​ຜະລິດ​ກະສິກຳ, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ຜະລິດ​ສິນຄ້າ ​ເພື່ອຄ່ອຍໆ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ.

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ຍສໝ - ວັນ​ທີ 17 ເມສາ, ຢູ່​ແຂວງ ດົ່ງ​ນາຍ ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 2. ຢູ່ທີ່​ນີ້, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ອາຍຸການ 2024 – ...

ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ ຮັກສາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ແຂວງ​ ລາຍ​ເຈົາ ກັບ ​ແຂວງ​ ຜົ້ງ​ສາລີ,​ ​ອຸ​ດົມ​ໄຊ

ຍສໝ - ຕອນ​ເຊົ້າ​ວັນ​ທີ 14 ມີນານີ້, ຢູ່​ຫໍ​ປະຊຸມ​ວັດທະນະທຳ​ແຂວງ​ ລາຍ​ເຈົາ ​ໄດ້​ດຳ​ເນີນ​ການ​ພົບປະເຈລະຈາລະຫວ່າງ​ຄະນະ​ຜູ້​ແທນ​ແຂວງ ​ລາຍ​ເຈົາ ກັບ​ຄະນະ​ຜູ້​ແທນ​ແຂວງ ​ຜົ້ງ​ສາລີ, ​ແຂວງ​ ອຸ​ດົມ​ໄຊ (ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.