ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ- ກຳປູເຈຍ

17:12 | 02/07/2024

ຍສໝ - ​ເພີ່ມ​ທະວີ​ວຽກງານຊາວ​ໜຸ່ມ​ສາກົນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ຄະນະຊາວໜຸ່ມແຂວງໃຫ້​ຄວາມ​ສົນ​ໃຈ, ຮັກສາຕະຫຼອດໄລຍະໃນການປະຕິບັດງານຂອງຄະນະ​ ແລະ ຂະບວນການ​ຊາວ​ໜຸ່ມ. ບັນດາ​ໂຄງການ, ການເຄື່ອນໄຫວໄດ້ປະກອບສ່ວນ​ຢືນຢັນ ​ແລະ ຍົກ​ສູງທີ່​ຕັ້ງ​ຂອງ​ຊາວ​ໜຸ່ມ ຫວຽດນາມ ​ໃນ​ເວທີ​ສາກົນ, ​ເພີ່ມ​ທະວີການ​ເປີດກ້ວາງແນວໂຮມສາມັກຄີ, ​ເຕົ້າ​ໂຮມ​ຊາວ​ໜຸ່ມ.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ
ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ

ສູນວັດທະນະທຳ, ກິລາ, ຊາວໜຸ່ມເຍົາວະຊົນແຂວງ ມີຄວາມຄຶກຄື້ນກວ່າປົກກະຕິ. ນັກສຶກສາ, ໄວໜຸ່ມແຕ່ລະກຸ່ມ ໄດ້ລຽນແຖວກັນເປັນແຖວຍາວ, ເປັນລະບຽບຮຽບຮ້ອຍ, ເຂົ້າໃນຫ້ອງປະຊຸມຕາມລຳດັບ. ນັກສຶກສາ, ຊາວໜຸ່ມ 50 ຄົນ ເຂົ້າຮ່ວມ “ວັນບຸນນັກສຶກສາຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ” ປີ 2024 ໄດ້ໂອ້ລົມ, ແລກປ່ຽນ, ແນະນຳກ່ຽວກັບບັນດາລັກສະນະວັດທະນະທຳ, ປະຊາຊົນປະເທດຂອງຕົນ.

“ວັນບຸນນັກສຶກສາຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ” ແມ່ນລາຍການໄດ້ຈັດຕັ້ງປະຈຳປີດ້ວຍບັນດາການເຄື່ອນໄຫວທີ່ແທດຈິງ, ຜ່ານນັ້ນ ກໍ່ໄດ້ສ້າງສະພາບແວດລ້ອມ ເພື່ອນັກສຶກສາ, ຊາວໜຸ່ມຂອງ 3 ປະເທດທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລເວນແຂວງກອນຕູມ ພົບປະແລກປ່ຽນວັດທະນະທຳ, ແລກປ່ຽນປະສົບ​ການ​ໃນ​ການ​ຮໍ່າຮຽນ, ຫຼໍ່ຫຼອມ, ບຳລຸງ​ທັກ​ສະ​ສັງຄົມ; ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມ 3 ປະ​ເທດ.

ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ- ກຳປູເຈຍ

ນັກສຶກສາ, ສະມາຊິກຊາວໜຸ່ມ, ຊາວໜຸ່ມເຂົ້າຮ່ວມການແຂ່ງຂັນປຸງແຕ່ງອາຫານ. ພາບ: T.T

ໂດຍຜ່ານວັນບຸນ, ຄະນະຊາວໜຸ່ມ​ແຂວງ ກອນ​ຕູມ ​ໄດ້​ໂຄສະນາ​ເຜີຍ​ແຜ່, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແຈ້ງໃຫ້ນັກ​ສຶກສາ, ​ຊາວໜຸ່ມ​ກ່ຽວ​ກັບ​ແນວທາງ​, ນະໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ​ ຫວຽດນາມ ກ່ຽວ​ກັບວຽກງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຄະນະຈັດຕັ້ງໂຄງການ ໄດ້ສຸມໃສ່ເຂົ້າໃນເນື້ອໃນຕົ້ນຕໍຄື: ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ; ອະທິປະ​ໄຕ​ຢູ່​ທະ​ເລ ​ແລະ ໝູ່​ເກາະ, ການແບ່ງເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດຊາດ; ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ ຫວຽດນາມ - ລາວ ​ແລະ ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ.

“ວັນ​ບຸນ​ນັກ​ສຶກ​ສາ​ສາມປະເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ” ປີ 2024 ໄດ້ດຳ​ເນີນ​ໄປ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ກິລາບານ​ສົ່ງ; ການແຂ່ງຂັນລອຍນໍ້າ ມີ 2 ປະເພດຄື: ລອຍນໍ້າ freestyle stroke 50 ແມັດຊາຍ ແລະ 50 ແມັດຍິງ; ລາຍງການແລກປ່ຽນວັດທະນະທໍາກັບການສະແດງພື້ນເມືອງ; ການ​ແຂ່ງ​ຂັນ​ປຸງ​ແຕ່ງ​ອາ​ຫານ​.

ທີ່​ວັນ​ບຸນ, ຄະນະ​ຊາວໜຸ່ມແຂວງ ກອນ​ຕູມ ​ໄດ້​ມອບ​ທຶນການ​ສຶກສາ​ໃຫ້​ນັກ​ສຶກສາ 20 ຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນໃນການຮ່ຳຮຽນ; ມອບ​ໃບ​ຢັ້ງ​ຢືນ​ໃຫ້​ນັກ​ສຶກ​ສາ, ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ວັນ​ບຸນ​ນັກ​ສຶກ​ສາ 3 ປະ​ເທດ​ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ; ຍ້ອງຍໍ​ ​ແລະ ມອບ​ລາງວັນ​ໃຫ້​ບັນດາ​ນັກ​ສຶກສາ, ສະມາຊິກຄະນະຊາວໜຸ່ມ, ຊາວ​ໜຸ່ມ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ຂະບວນການ​ທີ່​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ບຸນ.

ຕາມ​ຄະນະຊາວໜຸ່ມແຂວງກອນ​ຕູມ ​ແລ້ວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫຼາຍ​ໂຄງການ​ແລກປ່ຽນ​ລະຫວ່າງ​ນັກສຶກສາ, ​ຊາວ​ໜຸ່ມ​ຂອງ 3 ປະ​ເທດ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ປະຈຳ, ແທດຈິງຈາກຄະນະທຸກຂັ້ນໃນບໍລິເວນແຂວງ​ຄື: ​​ຈັດ​ຕັ້ງ​ການ​ແລກປ່ຽນ​ກິລາ; ບັນດາການເຄື່ອໄຫວຮັບປະກັນຊີວິດສັງຄົມ; ລາດຕະເວນກວດກາຊາຍແດນ, ຢ້ຽມ​ຢາມ ແລະ ​ເຮັດ​ຄວາມ​ສະ​ອາດເຂດ​ຫຼັກ​ໝາຍ​ສາມແຍກຊາຍ​ແດນ ​ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ; ການແຂ່ງຂັນຊອກຮູ້ກ່ຽວກັບສະມາຄົມບັນດາປະເທດຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ຜ່ານ​ນັ້ນ, ກໍ່ສ້າງ​ໂອກາດ​ອັນ​ດີ ເພື່ອ​ໃຫ້​ນັກສຶກສາ, ຊາວໜຸ່ມ ກໍ່​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ, ປະຫວັດສາດ​ແຫ່ງ​ການ​ພົວພັນ​ອັນ​ດີງາມ, ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ 3 ປະ​ເທດ.

ທ່ານ ຫງວຽນ​ບ໋າວ​ເຕີນ - ຮອງ​ເລຂາ​ຄະນະ​ຊາວໜຸ່ມແຂວງ ກ່າວວ່າ ​ໃນ​ໄລຍະ​ຜ່ານ​ມາ, ການ​ເຊື່ອມ​ໂຍງ​ເສດຖະກິດ, ສາກົນ ​ແລະ ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ກຳປູ​ເຈຍ ​ແລະ ຫວຽດນາມ - ລາວ ຍາມ​ໃດ​ກໍ່​ໄດ້​ຮັບ​ການຍູ້ແຮງ. ໃນນັ້ນ ບົດບາດ​ຂອງ​ນັກສຶກສາ, ຊາວໜຸ່ມ ​ແມ່ນ​ປັດ​ໄຈ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ຄວາມຮັກແພງທີ່ຕິດພັນຂອງສາມປະ​ເທດ. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ສ້າງສາ​ປະ​ເທດຊາດໃຫ້​ຮັ່ງມີ ແລະ ​ຈະ​ເລີ​ນຮຸ່ງ​ເຮືອງ, ມຸ່ງ​ໄປ​ເຖິງເປົ້າໝາຍ​ສ້າງ​ປະຊາ​ຄົມ​ ອາ​ຊຽນ ​ແຫ່ງ​ຄວາມ​ສາມັກຄີ, ສັນຕິພາບ ​ແລະ ພັດທະນາ.

ກ່ຽວ​ກັບວຽກງານ​ຊາວ​ໜຸ່ມ​ສາກົນ, ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຄະນະ​ຊາວໜຸ່ມແຂວງ ​ກອນ​ຕູມ ຍາມ​ໃດ​ກໍ່​ປະຕິບັດ​ຕາມ​ທິດ​ນຳ​ຂອງ​ຄະນະ​ສູນ​ກາງ, ຄະນະ​ພັກ​ແຂວງ​ກ່ຽວ​ກັບວຽກ​ງານ​ການ​ຕ່າງປະ​ເທດ, ​ເປັນເຈົ້າການໃນການສ້າງແຜນການ​ຜັນຂະຫຍາຍວຽກງານຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ສະເໜີບັນດາການເຄື່ອນໄຫວ, ໂຄງການທີ່ເໝາະສົມກັບສະພາບຕົວຈິງໃນແຕ່ລະບໍລິເວນ ເພື່ອຊີ້ນຳບັນດາກະຊວງ, ຄະນະທີ່ຂຶ້ນກັບ ຜັນຂະຫຍາຍປະຕິບັດ; ຍູ້​ແຮງ​ການ​ເຄື່ອນ​ໄຫວ​, ລາຍການການ​ຕ່າງປະ​ເທດ ​ປະຕິບັດບົດ​ບັນທຶກ​ຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ບັນດາ​ຫົວໜ່ວຍ​ຂອງ​ລາວ ​ແລະ ກຳປູ​ເຈຍ; ເຂົ້າຮ່ວມງານມະໂຫລານຊາວຫນຸ່ມໂລກ; ກອງ​ປະ​ຊຸມ​ຊາວ​ໜຸ່ມ​ເຂດ​ສາມ​ຫຼ່ຽມ​ພັດ​ທະ​ນາ​ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2024.

ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ- ກຳປູເຈຍ

ມອບທຶນການສຶກສາໃຫ້ນັກຮຽນເກັ່ງ. ຮູບພາບ: TT

ຄະນະຊາວໜຸ່ມແຂວງ ໄດ້ແຈ້ງ, ໍແລກປ່ຽນກວຽງານຄະນະ ແລະ ຂະບວນການຊາວໜຸ່ມກັບຄະນະຊາວໜຸ່ມແຂວງ ອັດຕະປື, ແຂວງ ເຊກອງ (ລາວ) ແລະ ສະມາຄົມຊາວໜຸ່ມແຂວງ Rattanakiri (ກຳປູເຈຍ). ພ້ອມ​ກັນ​ນັ້ນ, ຄະນະຊາວໜຸ່ມ​​ແຂວງ ​ກໍ່ໄດ້​ສົ່ງ​ຈົດໝາຍ​ຊົມ​ເຊີຍ, ຢື້ຢາມຖາມຂ່າວ​ບັນດາ​ໜ່ວຍ​ງານ​ໃນ​ເວລາທີ່​ມີ​ເຫດການ​ສຳຄັນ, ວັນ​ບຸນໃຫຍ່​ຕ່າງໆ​ຢູ່​ບັນດາປະ​ເທດ​ຕ່າງໆ, ຜ່ານນັ້ນ ກໍ່ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມ​ຢູ່​ບັນດາ​ແຂວງ​ຊາຍ​ແດນ​ ເວົ້າ​ສະ​ເພາະ ​ແລະ ຊາວ​ໜຸ່ມ 3 ປະ​ເທດ ເວົ້າລວມ.

​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນປະຈຸ​ບັນ, ຄະນະແຂວງຊາວໜຸ່ມກອນ​ຕູມ ຍາມ​ໃດ​ກໍ່​ສຸມ​ໃສ່​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ ເປີດກ້ວາງ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫັນ​ເປັນ​ຄວາມ​ຫຼາກ​ຫຼາຍ​ຂອງ​ພັກ ​ແລະ ລັດ. ບັນດາຂັ້ນ​ຂອງຄະນະຊາວໜຸ່ມໃນບໍລິເວນ​ແຂວງ ​ໄດ້ເພີ່ມ​ທະວີ​ການ​ແລກປ່ຽນ, ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ຍູ້ແຮງ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​​ຊາວ​ໜຸ່ມ​ສາກົນ; ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ເພີ່ມພູນຄູນສ້າງ​ຄວາມຮັກແພງ​ຂອງ​ຊາວ​ໜຸ່ມ 3 ປະ​ເທດ​ໃຫ້​ນັບ​ມື້​ນັບ​ມີ​ຄວາມ​ສາມັກຄີ​ທີ່ໜຽວແໜ້ນ.

ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ມິຖຸນາ, ທີ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເມືອງ ຫງອກໂຮຍ, ຄະນະ​ພັກ​ແຂວງ - ສະພາ​ປະຊາຊົນ - ຄະນະກຳມະການປະຊາຊົນ - ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ກອນຕູມ ​ໄດ້​ຈັດ​ພິທີ​ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 15 ອັດຖິນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ...

ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ

ຍສໝ - 300 ຮ້ານ​ຂອງ 120 ວິ​ສາ​ຫະ​ກິດ​ຂອງ​ ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ລາວ ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາ​ກົນ ຕິງບຽນ ຈັດ​​ໂດຍ​ແຂວງ ອານຢາງ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.