![]() | ນຳນ້ຳສະອາດມາໃຫ້ເດັກນ້ອຍຢູ່ເຂດພູດອຍ ມິງຮ່ວາ (ກວາງບິ່ງ) |
![]() | Save the Children ໜູນຊ່ວຍຄອບຄົວທຸກຍາກ, ເຂດທີ່ຜົນສະທ້ອນຈາກໄພທຳມະຊາດຢູ່ ກວາງບິ່ງ |
ຕາມບົດບັນທຶກຮ່ວມມືທີ່ໄດ້ລົງນາມແລ້ວ, ແຕ່ລະປີ ສອງແຂວງຈະຈັດຕັ້ງການພົບປະເຈລະຈາຄະນະຜູ້ແທນຂັ້ນສູງຢ່າງໜູນວຽນ; 2 ປີເທື່ອໜຶ່ງ ຈະແລກປ່ຽນເນື້ອໃນແລະ ລົງນາມໃນບົດບັນທຶກຮ່ວມມືລະຫວ່າງບັນດາອົງການພັກ, ອຳນາດການປົກຄອງ, ໝູ່ຄະນະ, ບັນດາທ້ອງຖິ່ນທີ່ມີຊາຍແດນລວມຂອງ 2 ແຂວງ. ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາລຸ້ນໜຸ່ມກ່ຽວກັບຄວາມມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ລະຫວ່າງສອງແຂວງ ກວາງບິ່ງ-ຄຳມ່ວນ.
![]() |
ຄະນະຜູ້ແທນຂັ້ນສູງແຂວງ ກວາງບິ່ງ ແລະ ແຂວງຄຳມ່ວນ ດຳເນີນການເຈລະຈາ. (ພາບ: qbtv.vn) |
ສອງແຂວງ ໄດ້ສືບຕໍ່ຊຸກຍູ້ລັດຖະບານສອງປະເທດໃຫ້ສຳເລັດໂດຍໄວກ່ຽວກັບບັນດາຂົ້ນຕອນອະນຸມັດເສັ້ນທາງ 12 ແລະ ຄູ່ດ່ານຊາຍແດນສາກົນ ຈາລໍ-ນາເພົາ ເຂົ້າສູ່ສັນຍາ GMS-CBTA; ສືບຕໍ່ຮ່ວມມືໃນຂົງເຂດການຂົນສົ່ງ; ຊີ້ນຳບັນດາອົງການທີ່ມີໜ້າທີ່ ເພື່ອຊຸກຍູ້, ໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດເພີ່ມທະວີການຮ່ວມມືບົນຂົງເຂດເສດຖະກິດ; ຈັດຕັ້ງການໂຄສະນາ, ແນະນຳ ແລະ ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ, ນັກລົງທຶນຮ່ວມມືໃນບັນດາຂົງເຂດການຄ້າ, ການທ່ອງທ່ຽວ, ການບໍລິການ, ການຜະລິດສິນຄ້າ, ການປູກຝັງ, ລ້ຽງສັດ ທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະແຂວງ.
![]() |
![]() |
![]() |
![]() |
ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ |
ສອງແຂວງ ໄດ້ເອົາໃຈໃສ່ໜູນຊ່ວຍເຊິ່ງກັນ ແລະກັນ ເມື່ອປະສົບກັບຄວາມຫຍຸ້ງຍາກຍ້ອນໄພທຳມະຊາດ, ພະຍາດລະບາດ; ຊຸກຍູ້ ແລະ ສະໜັບສະໜູນບັນດາເມືອງທີ່ມີຊາຍແດນລວມ ເພື່ອຮ່ວມມືໜູມຊ່ວຍເຊິ່ງກັນ ແລະ ກັນເພື່ອພັດທະນາລວມ. ໂຄສະນາ, ສຶກສາປະຊາຊົນສອງຝັ່ງຊາຍແດນ ເພື່ອປະຕິບັດບັນດາດຳລັດ, ສັນຍາກ່ຽວກັບຂົງເຂດຊາຍແດນ; ປະຕິບັດຕາມກົດໝາຍຂອງແຕ່ລະປະເທດຢ່າງເຂັ້ມງວດ; ປະສານສົມທົບ ເພື່ອແກ້ໄຂຢ່າງມີປະສິດທິຜົນ, ຖືກຕາມລະບຽບການຂອງບັນດາບັນຫາ, ເຫດການທີ່ກ່ຽວຂ້ອງເຖິງສອງຝັ່ງຊາຍແດນ. ເພີ່ມທະວີການຊີ້ນຳບັນດາກຳລັງປະຕິບັດໜ້າທີ່ ເພື່ອແລກປ່ຽນສະພາບການເປັນປະຈຳ, ສົມທົບລາດຕະເວນກວດການສອງຝ່າຍ ເພື່ອປົກປັກຮັກສາເຂດຊາຍແດນ, ຫຼັກໝາຍແຫ່ງຊາດ; ປະສານງານປ້ອງກັນ, ຕ້ານພະຍາດລະບາດ, ໄພທຳມະຊາດ, ກູ້ໄພ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຄວາມປອດຢູ່ເຂດຊາຍແດນ.
ຕາມຂໍ້ມູນທີ່ການເຈລະຈາແລ້ວ, ຫວ່າງມໍ່ໆມານີ້, ແຂວງກວາງບິ່ງ ແລະ ແຂວງຄຳມ່ວນ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອພັດທະນາລວມ. ວົງເງິນການນຳເຂົ້າ-ສົ່ງອອກສິນຄ້າທັງໝົດ ຜ່ານດ່ານຊາຍແດນສາກົນ ຈ່າລໍ-ນາເໝົາ ແຕ່ເດືອນເມສາ 2023 ຫາ ເດືອນມິຖຸນາ 2024 ບັນລຸໄດ້ 1.980 ພັນໂຕນ, ດ້ວຍມູນຄ່າ 617 ລ້ານ USD.
ປີ 2024, ແຂວງ ກວາງບິ່ງ ໄດ້ຮັບອັດຖິນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງ ຄຳມ່ວນ 16 ຊຸດ ກັບຄືນ ແລະປົງອັດຖິຢູ່ກວາງບິ່ງ. ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົງໃນເຂດຊາຍແດນລະຫວ່າງສອງແຂວງໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ.
![]() | ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງບິ່ງ ໄດ້ຈັດພິທີມອບຮັບ, ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໄດ້ກັບຄືນບ້ານເກີດ ແລະ ... |
![]() | ກວາງບິ່ງ, ດົ່ງນາຍ ໄປຢ້ຽມຢາມ, ອວຍພອນປີໃໝ່ ແຂວງ ຈຳປາສັກ ແລະ ແຂວງ Kampong Thom. ຍສໝ - ຄະນະປະຕິບັດງານຂອງ 02 ແຂວງ ກວາງບິ່ງ, ດົ່ງນາຍ (ຫວຽດນາມ) ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈຳປາສັກ (ລາວ) ແລະ ແຂວງ Kampong Thom (ກຳປູເຈຍ) ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol chnam ... |
ມີງດຶກ