ລາວ ​ຈະຜັນຂະຫຍາຍບໍລິການຊຳລະດ້ວຍລະຫັດ QR Code ກັບ ​ຫວຽດ​ນາມ ໃນ​ໄຕ​ມາດ​ທີ 3

06:34 | 01/07/2024

ຍສໝ - ລາວ ແລະ ຫວຽດນາມ ຈະເປີດບໍລິການຊຳລະຂ້າມຊາຍແດນດ້ວຍລະຫັດ QR Code ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຄາດວ່າ ຈະຜັນຂະຫຍາຍໃນໄຕມາດທີ 3 ທີ່ຈະມາເຖິງ.

ສປປ.ລາວ ໄດ້ເພີ່ມທະວີການປະຕິບັດມາດຕະການ ເພື່ອເຮັດໃຫ້ລາຄາໃນຕະຫຼາດ ສະຫງົບປົກກະຕິ
ລາວ​ພວມ​ກະກຽມ​ປັບປຸງ​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳມະນູນປີ 2015

ກ່າວຄຳປາໄສທີ່ການປະຊຸມ ຄັ້ງທີ 7, ສະພາແຫ່ງຊາດລາວ ຊຸດທີ 9 ທີ່ພວມດຳເນີນ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ, ຜູ້ວ່າການທະນາຄານແຫ່ງລັດລາວ ໃຫ້ຮູ້ວ່າ: ການຜັນຂະຫຍາຍບໍລິການຊຳລະຂ້າມຊາຍແດນກັບປະເທດບ້ານໃກ້ເຮືອນຄຽງຈຳນວນໜຶ່ງ ດ້ວຍລະຫັດ QR Code ເປັນໜຶ່ງໃນບັນດາຄວາມ​ພະ​ຍາ​ຍາມ​ ເພື່ອ​ຊຸກຍູ້ຂະແໜງການ​ທ່ອງ​ທ່ຽວ​. ພິເສດແມ່ນຊ່ວຍໃຫ້ນັກທ່ອງທ່ຽວເມື່ອເຂົ້າມາລາວ ສາມາດນຳໃຊ້ສະມາດໂຟນ ເພື່ອຊໍາລະຄ່າບໍລິການຕ່າງໆໄດ້ໂດຍບໍ່ຈໍາເປັນຕ້ອງໄປບ່ອນແລກປ່ຽນເງິນຕາ, ຜ່ານນັ້ນ ຈຶ່ງຈະສາມາດຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດໃນທ້ອງຕະຫຼາດໄດ້ດີຂຶ້ນ.

ລາວ ​ຈະຜັນຂະຫຍາຍບໍລິການຊຳລະດ້ວຍລະຫັດ QR Code ກັບ ​ຫວຽດ​ນາມ ໃນ​ໄຕ​ມາດ​ທີ 3

ຮ້ານຄ້າສ່ວນໃຫຍ່ໃນນະຄອນຫຼວງວຽງຈັນສາມາດຊໍາລະດ້ວຍ QR Code

"ການສ້າງເຄືອຂ່າຍການຊຳລະທີ່ທັນສະໄໝ ສາມາດເຊື່ອມຕໍ່ກັບລະບົບທະນາຄານຂອງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນເຊັ່ນ ການພັດທະນາ ​ໂປແກຼມແລກປ່ຽນເງິນຕາ ເພື່ອເປົ້າໝາຍຊ່ວຍໃຫ້ນັກທ່ອງທ່ຽວຊຳລະຢ່າງສະດວກກ່ວາ ແລະ ແຮງງານລາວ ຢູ່ຕ່າງປະເທດ ກໍ່ສາມາດໂອນເງິນກັບບ້ານໄດ້". ປະຈຸ​ບັນ​ ພວກຂ້າພະເຈົ້າ ໄດ້​ສຸມ​ໃສ່ເພື່ອເຮັດສຳ​ເລັດ​ລະບົບ​ຊຳລະດ້ວຍລະຫັດ QR Code ກັບ​ ຫວຽດນາມ ​ແລະ ​ໄທ ​ໃນ​ໄຕ​ມາດ​ທີ 3 ຂອງ​ປີ​ນີ້”, ທ່ານ ບຸນເຫຼືອ ​ກ່າວ.

ຜູ້ວ່າການທະນາຄານແຫ່ງລັດລາວ ຍັງໄດ້ເນັ້ນໜັກວ່າ ປະຈຸບັນ ປະເທດນີ້ ພວມປະເຊີນກັບສະພາບເງິນຕາພາຍໃນປະເທດອ່ອນຄ່າລົງ ໂດຍໂຄງປະກອບເສດຖະກິດ ແລະ ການຜະລິດຂອງປະເທດ ຍັງບໍ່ຕອບສະໜອງຄວາມຕ້ອງການໄດ້ພຽງພໍ, ເຊິ່ງກໍ່ໃຫ້ເກີດຜົນກະທົບໃນໄລຍະຍາວ.

ປະຈຸ​ບັນ, ລັດຖະບານ ​ແລະ ທະນາຄານ​ແຫ່ງ​ລັດລາວ ພວມຜັນຂະຫຍາຍຫຼາຍ​ມາດ​ຕະການ​ຄຸ້ມ​ຄອງ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ທ້ອງຕະຫຼາດ​ເງິນຕາ​ຕ່າງປະ​ເທດກວ່າອີກ, ພ້ອມ​ທັງ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ-ສົ່ງ​ອອກ​ເປີດ​ບັນຊີ​ຊຳລະ​ຢູ່​ທະນາຄານ ​ເພື່ອ​ສະກັດ​ກັ້ນ​ໄພ​ເງິນ​ເຟີ້.

ອີງຕາມຂໍ້ມູນສະຖິຕິ, ອັດຕາເງິນເຟີ້ໃນລາວ ໃນເດືອນພຶດສະພາ ແມ່ນໄດ້ບັນທຶກຢູ່ລະດັບ 25,8%, ເພີ່ມຂຶ້ນ 0,9% ເມື່ອທຽບກັບເດືອນເມສາ, ສາເຫດແມ່ນຍ້ອນເງິນຕາພາຍໃນຍັງສືບຕໍ່ອ່ອນຄ່າລົງ ແລະ ລາຄາຜະລິດຕະພັນກະເສດເພີ່ມຂຶ້ນ.

ລະດູບານໃໝ່ໄປວັດບູຊານົບໄຫວ້​-ຄວາມ​ງາມດ້ານ​ວັດ​ທະ​ນະ​ທໍາ​ຂອງ​ຊາວ​ຫວຽດ​ນາມ ລະດູບານໃໝ່ໄປວັດບູຊານົບໄຫວ້​-ຄວາມ​ງາມດ້ານ​ວັດ​ທະ​ນະ​ທໍາ​ຂອງ​ຊາວ​ຫວຽດ​ນາມ

ຍສໝ - ​ໄປວັດບູຊານົບໄຫວ້​ໃນ​ຕົ້ນ​ປີ​ແມ່ນ​ວັດທະນະທຳ​ພື້ນ​ເມືອງ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ໄດ້​ສ້າງ​ສີສັນ​ວັດທະນະທຳ​ທີ່​ຫຼາກຫຼາຍ ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຊາດ​ຂອງ​ຊາວ​ຫວຽດນາມ. ໃນຊຸມວັນຕົ້ນລະດູບານໃໝ່, ຫຼາຍ​ຄອບຄົວ​ໄປ​ວັດ​ວາອາ​ຮາມ​ເພື່ອ​ພາວະນາ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ ​ແລະ​ໂຊກ​ດີ​ໃນ​ປີ​ໃໝ່.

ປະ​ຊາ​ຊົນນະ​ຄອນ​ໂຮ່​ຈີ​ມິນ​ນຳ​ໃຊ້ລະ​ຫັດ QR ເປັນ​ເອ​ກະ​ພາບ ປະ​ຊາ​ຊົນນະ​ຄອນ​ໂຮ່​ຈີ​ມິນ​ນຳ​ໃຊ້ລະ​ຫັດ QR ເປັນ​ເອ​ກະ​ພາບ

ຍ​ສ​ໝ - ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ນຳ​ໃຊ້ລະ​ຫັດ QR ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ປະ​ເທດ. ລະ​ຫັດ​ນີ້​ຈະ​ໄດ້​ນຳ​ໃຊ້ Scan ຢູ່​ບັນ​ດາ​ສະ​ຖານ​ທີ່​ຄື ​ຕະຫຼາດ, ສະ​ຖານ​ທີ່​ຊື້​ເຄື່ອງ, ປິ່ນ​ປົວ​ພະ​ຍາດ, ຂົນ​ສົ່ງ​ສິນ​ຄ້າ, ຈໍ​ລະ​ຈອນ.

ມິງດຶກ

302 Found

Found

The document has moved here.