ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ

10:03 | 01/07/2024

ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ

ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ
ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ

ດ້ວຍ​ຄຳ​ຂວັນ “​ເປັນເຈົ້າການ, ມີໄຫວພິບ, ຫົວຄິດ​ປະດິດ​ສ້າງ, ມີ​ປະສິດທິ​ຜົນ”, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ແທງ​ຮ໋ວາ ​ໄດ້​ປະຕິບັດວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມ ​ແລະ ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ປະເທດລາວ ທຸກຊັ້ນວັນນະ​ເປັນ​ຢ່າງ​ດີ​.

ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ

ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ແທງຮວ໊າ ມອບຂອງຂວັນໃຫ້ນັກສຶກສາລາວ ຢູ່ ແທງຮວ໊າ ເນື່ອງໃນໂອກາດບຸນປີໃໝ່. ພາບ: ຮວ່າງລານ

ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງໃນປີ 2009, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ແທງຮວ໊າ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ແລະມີຫົວຄິດປະດິດສ້າງໃນບັນດາການເຄື່ອນໄຫວ, ກາຍເປັນໜຶ່ງໃນ ບັນດາສະມາຊິກທີ່ຕັ້ງໜ້າຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ. ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ແລະ ແທງຮວ໊າ - ຫົວພັນ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງ ແທງຮວ໊າ ຍາມ​ໃດ​ກໍ່​ເປັນເຈົ້າການສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ, ຄະນະ, ຂະແໜງການ, ໝູ່ຄະນະ ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະຜູ້ແທນ, ໂອ້ລົມສົນທະນາ​ແບ່ງປັນ​ປະສົບ​ການ, ​ສົມທົບ ​ແລະຊ່ວຍ​ເຫຼືອ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ. ຄຽງຂ້າງນັ້ນ, ​ເນື່ອງ​ໃນ​ໂອກາດ​ບຸນ​ປີໃໝ່ ​ແລະວັນ​ຊາດ ສປປ ລາວ, ສະມາຄົມ​ໄດ້​ສົມທົບ​ກັບ​ຄະນະ​ກໍາມະການແນວໂຮມ ປະເທດຊາດ​ແຂວງ ​ແລະໂຮງຮຽນ ​ເພື່ອ​ຈັດ​ຕັ້ງ​ການ​ພົບ​ປະ ​ແລະ ​ແລກປ່ຽນ, ມອບ​ຂອງຂວັນ​ໃຫ້​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ພວມຄົ້ນຄວ້າ, ​ຮໍ່າຮຽນ​ຢູ່​ມະຫາວິທະຍາ​ໄລ ​ແລະມະຫາວິທະຍາ​ໄລໃນບໍລິເວນ​ແຂວງ.

ທ່ານ ເລ​ຮົ່ງ​ງວານ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂວງ ແທງຮວ໊າ, ຫົວ​ໜ້າ​ຄະ​ນະສື່ສານທະຫານ​ອາ​ສາ​ສະ​ໝັກ​ ແລະນັກ​ຊ່ຽວ​ຊານ​ການ​ທະ​ຫານຫວຽດນາມ ​ຊ່ວຍ​ເຫຼືອ ລາວ ແຂວງ ແທງ​ຮ​ວ໊າ ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີ​ຜ່ານມາ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວແຂວງ ແທງຮວ໊າ ໄດ້ໜູນຊ່ວຍແນວພັນ, ພືດ, ສັດລ້ຽງ ທີ່ເໝາະສົມກັບສະພາບ ແລະດິນຂອງປະເທດເພື່ອນ; ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ ແລະຖ່າຍ​ທອດ​ວິ​ທະ​ຍາ​ສາດ​-ເຕັກນິກໃນ​ການ​ຜະ​ລິດ; ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກວດ​-ປິ່ນປົວ​ພະຍາດ ​ແລະແຈກຢາຍ​ຢາ ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ຢູ່​ບັນດາ​ເມືອງ​ຊາຍ​ແດນ​ແຂວງ​ຫົວພັນ; ລະດົມ​ສະມາຊິກສະມາຄົມ ໜູນ ຊ່ວຍ ແລະ ຊ່ວຍ​ເຫຼືອ​ຊາວ​ລາວ ກໍ່ສ້າງເຮືອນແຫ່ງມິດຕະພາບ, ບໍລິຈາກໃຫ້​ບັນດາ​ນັກຮົບ​ເກົ່າ ​ແລະຄອບຄົວ​ທະຫານ​ລາວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ;... ບັນດາການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວໄດ້ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ແໜ້ນແຟ້ນກວ່າອີກ.

ເສີມຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ກິລາ, ການທ່ອງທ່ຽວ... ລະຫວ່າງ​ສອງ​ປະ​ເທດ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ແທງ​ຮວ໊າ ​ໄດ້​ເປັນເຈົ້າການສ້າງ​ສາຍ​ພົວພັນຮ່ວມມື​ມິດຕະພາບ ​ໃນ​ຫຼາຍ​ຂົງ​ເຂດ​ລະ​ຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລະ​ຫວ່າງ 2 ແຂວງ​ແທງ​ຮວ໊າ - ຫົວ​ພັນ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ແຂວງ​ນັບ​ມື້​ນັບ​ເຂົ້າສູ່ລວງເລິກ ​ແລະ ແທດ​ຈິງກວ່າອີກ. ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​ ​ປະສົບ​ການ, ​ຈັດຕັ້ງການເຈລະຈາ, ລົງ​ນາມ​ໃນ​ຂໍ້ຕົກລົງາ​ຮ່ວມ​ມື​ໄດ້​ຮັບ​ການ​ຮັກສາ​ເປັນ​ປະຈຳ; ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສືບ​ຕໍ່ມີບາດກ້າວ​ພັດ​ທະ​ນາ, ວົງເງິນການ​ຄ້າ​ສອງ​ສົ້ນ​ແຕ່​ແທງ​ຮ​ວ໊າ - ຫົວ​ພັນ​ ​ເຕີບ​ໂຕຢ່າງຕໍ່ເນື່ອງ. ແຂວງ​ແທງ​ຮວ໊າ ​ໄດ້ອຸປະຖໍາ​ໃຫ້​ແຂວງ​ຫົວພັນ ຫຼາຍ​ແຫຼ່ງກຳລັງ ​ເພື່ອ​ລົງທຶນ, ຍົກລະດັບ​ພື້ນຖານ​ໂຄງ​ລ່າງ, ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ. ຫຼາຍ​ໂຄງການ​ທີ່​ສະ​ແດງ​ໃຫ້​ເຫັນ​ອາລົມຈິດສັດຊື່ບໍລິສຸດ ​ແລະ​ອົບ​ອຸ່ນ​ຂອງ​ປະຊາຊົນ​ແຂວງ ແທງ​ຮວ໊າ ​ໃນ​ດິນແດນ ​ແຂວງ​ຫົວພັນ ​ວິລະ​ຊົນ ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ເປີດນຳ​ໃຊ້ ​ແລເສີມຂະຫຍາຍປະສິດທິຜົນ, ​ນັ້ນແມ່ນ: ສະໜາມ​ຫຼວງ​ມິດຕະພາບ​ລາວ​ຮຸ່ງ ຫົວພັນ - ​ແທງ​ຮວ໊າ, ສວນສາທາລະນະມິດຕະພາບ ຫົວພັນ-ແທງຮວ໊າ... ທີ່ແຂວງແທງຮວ໊າ, ໂຄງ​ການ​ຫໍ​ພັກນັກສຶກສາຕ່າງປະເທດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮົ່ງດຶກ ພ້ອມ​ກັບ​ບັນ​ດາ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ອື່ນ, ໄດ້​ປະ​ກອບ​ສ່ວນ​ນຳ​ເອົາ​ຮູບ​ພາບ​ທີ່​ດີງາມ​ກ່ຽວ​ກັບ​ປະ​ເທດ​ລ້ານ​ຊ້າງ​ມາ​ໃຫ້​ປະ​ຊາ​ຊົນ ແທງ​ຮວ໊າ.

ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໄດ້​ຮັບ​ການ​ເພີ່ມ​ທະວີ, ແທງຮວ໊າ ​ໄດ້​ໜູນ​ຊ່ວຍ​ຫົວ​ພັນ ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ບັນດາ​ຂົງ​ເຂດ: ​ເສດຖະກິດ, ການ​ເງິນ, ບຳລຸງ​ສ້າງ, ກະສິກຳ, ສາທາລະນະ​ສຸກ, ... ວຽກງານ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະປະສານ​ສົມທົບ​ການ​ລາດຕະ​ເວນ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ ​ແລະຫຼັກໝາຍຊາຍແດນໄດ້ ຮັບການຮັກສາ​ເປັນ​ປະຈຳ; ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທະຫານ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ ​ໄດ້​ຈັດ​ຕັ້ງ​ການ​ລາດຕະ​ເວນ​ສອງຝ່າຍ ເປັນ​ປະຈຳ, ປົກ​ປັກ​ຮັກສາເສັ້ນ​ຊາຍ​ແດນ, ຫຼັກໝາຍຊາຍແດນ, ຄວບ​ຄຸມ​ຄົນ​ເຂົ້າ​-ອອກເມືອງ​ຜິດ​ກົດໝາຍ. ຂະບວນການແຮກສ່ຽວສອງ​ຟາກ​ຊາຍ​ແດນ​ໄດ້​ຮັບ​ການ​ຍູ້ແຮງ; ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 17 ຄູ່ໝູ່​ບ້ານແຮກສ່ຽວ, ຜ່ານ​ນັ້ນ​ປະກອບສ່ວນ​ປັບປຸງ​ຄວາມ​ສາມັກຄີມິດຕະພາບ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ຟາກ​ຊາຍ​ແດນ. ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ ​ແລະສົ່ງ​ອັດຖິ​ນັກຮົບ​ອາສາ​ສະໝັກ ​ແລະນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດໃນປາງ ສົງຄາມ ​ຢູ່​ລາວ ກັບເມືອປະເທດ​ໄດ້ຮັບ​ຄວາມເອົາໃຈໃສ່. 5 ປີຜ່ານມາ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ກຳລັງ​ເຈົ້າໜ້າ​ທີ່ ​ແລະປະຊາຊົນ​ແຂວງ​ຫົວພັນ, ​ແຂວງ ແທງ​ຮວ໊າ ​ໄດ້​ຕ້ອນຮັບ​ອັດຖິນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 120 ຊຸດກັບເມື່ອ​ບ້ານ​ເກີດ​ເມືອງ​ນອນ.

ດ້ວຍຈິດໃຈແບ່ງປັນ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນ ພັດທະນາ, ການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ແທງຮວ໊າ ໃນຊຸມປີຜ່ານມາແມ່ນມີຄວາມໝາຍທີ່ສຸດ, ນຳມາເຊິ່ງ ຜົນປະໂຫຍດຢ່າງແທດຈິງຫຼາຍຢ່າງ. ຜ່ານ​ນັ້ນ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະເສີມຂະຫຍາຍສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ລາວ, ​ແທງ​ຮວ໊າ - ຫົວພັນ.

ບູນມີ

ເຫດການ
302 Found

Found

The document has moved here.