ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 39

11:31 | 01/07/2024

ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ພ້ອມດ້ວຍຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈໍາປີຄັ້ງທີ 39 ຢູ່ ບັງກອກ (ໄທ).

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຫົວໜ້າກົມໃຫຍ່ພາສີ ອາຊຽນ ຄັ້ງທີ 33
ເວທີປາໄສ “ແນວຄິດ ໂຮ່ຈີມິນ ກັບ ວັດທະນະທຳທາງທຸລະກິດ”
ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 39

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ​ແລະ ບນດາ​ຫົວໜ້າຄະນະ​ ​ຖ່າຍຮູບ​ຮ່ວມ​ກັນ.

ທີ່​ເວທີ​ປາ​ໄສ, ບັນດາ​ປະ​ເທດ​ໄດ້​ຊົມ​ເຊີຍ​ກອງ​ປະຊຸມຂັ້ນສູງ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ ອາ​ຊຽນ - ຍີ່ປຸ່ນ (​ໂຕ​ກຽວ, ​ເດືອນ ທັນວາ ປີ 2023) ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ດີງາມ ​ແລະ ມີ​ຄວາມ​ໝາຍ​ເປັນ​ພິ​ເສດ, ​ເປີດກາລະ​ໂອກາດການ​ຮ່ວມ​ມືໃໝ່​ໃນ​ການພົວພັນຄູ່ຮ່ວມມືສອງ​ຝ່າຍໃນໄລຍະຂອງການພັດທະນາຕໍ່ໄປ.

ຍີ່ປຸ່ນ​ ເຫັນ​ດີ​ເປັນເອກະພາບຈະສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກັບ ​ອາ​ຊຽນ ​ເພື່ອ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງແບບ​ໃໝ່ ​ແລະ ການ​ຮ່ວມ​ມື​ທາງ​ທະ​ເລ. ອາ​ຊຽນ ຄາດ​ວ່າ ຍີ່​ປຸ່ນ ຈະ​ຫັນເປັນລະອຽດບັນ​ດາ​ຂໍ້​ລິ​ເລີ່ມ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Fumio Kishida ໃນ​ກອງ​ປະ​ຊຸມ​ຂັ້ນສູງ​ສະ​ເຫຼີ​ມສະຫຼອງ ໂດຍ​ຜ່ານ​ບັນ​ດາ​ລາຍການ ແລະ ໂຄງ​ການ​ຮ່ວມ​ມື​ທີ່ລະອຽດ.

ຕໍ່ໜ້າສະພາບການຄວາມ​ເຄັ່ງ​ຕຶງ, ຄວາມ​ຮຸນ​ແຮງ ​ແລະ ການ​ປະ​ທະ​ກັນ​ເພີ່ມຂຶ້ນຢູ່​ຫຼາຍ​ພາກ​ພື້ນ​ໃນ​ໂລກ, ຄື: ແຫຼມ​ເກົາຫຼີເໜືອ, ​ທະ​ເລ​ຕາ​ເວັນ​ອອກ, ການ​ປະ​ທະ​ກັນ​ລະຫວ່າງ ລັດ​ເຊຍ - ຢູ​ແກຼນ, ຕາ​ເວັນ​ອອກ​ກາງ... ບັນດາປະເທດໜັກເນັ້ນວ່າ ຈະເພິ່ມທະວີການສົມທົບກັນ ເພື່ອມານະພາຍາຍາມຮັບປະກັນຄວາມສັນຕິພາບ ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ຢູ່​ທະ​ເລ​ຈີນ ຕາເວັນອອກ ​ແລະ ທະ​ເລ​ຕາ​ເວັນ​ອອກ, ສ້າງ​ສະພາບ​ແວດ​ລ້ອມ​ສະດວກໃຫ້ແກ່​ການ​ຮ່ວມ​ມື ​ແລະ ພັດທະນາ, ຍົກສູງການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ, ການ​ປະ​ທະ​ກັນ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດ​ບັດ​ ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ໃນນັ້ນມີສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ກ່າວ​ຄຳ​ປາໄສ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ລັດຖະມົນຕີ ຫວຽດນາມ ໂດ໊ຮຸ່ງຫວຽດ ຢືນຢັນຄວາມປາຖະໜາ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ອາ​ຊຽນ - ຍີ່ປຸ່ນ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຕີບ​ໂຕ​ແບບ​ກວມລວມ ເພື່ອມຸ່ງໄປເຖິງອະນາຄົດທີ່ພັດທະນາຢ່າງໝັ້ນຄົງຂອງບັນດາ​ປະ​ເທດ ​ແລະ ປະຊາຊົນ​ສອງ​ພາກພື້ນ, ຕາມ​ນັ້ນ​ແລ້ວ ກໍ່ຮຽກຮ້ອງໃຫ້ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເຊື່ອມ​ໂຍງ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄຸນ​ນະພາ​ບສູງ, ​ລວມມີ ຂອບ​ເຂດ​ການ​ຮ່ວມ​ມື​ແມ່​ນ້ຳຂອງ - ຍີ່ປຸ່ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ ​ອາ​ຊຽນ, ພ້ອມ​ກັນ​ນັ້ນ​ ກໍ​່ຮຽກຮ້ອງ​ໃຫ້​ ຍີ່​ປຸ່ນ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ບັນດາປະເທດ ອາ​ຊຽນ ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ກາກ​ບອນ, ຊຸກຍູ້​ການ​ຫັນປ່ຽນ​ພະລັງງານ, ຕອບ​ສະໜອງ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ ໂດຍຜ່ານ​ບັນດາ​ກົນ​ໄກ ​ແລະ ຂໍ້​ລິ​ເລີ່​ມ​ເຊັ່ນ: ຂໍ້​ລິ​ເລີ່ມ​ປະຊາຄົມ​ ອາຊີ ປ່ອຍ​ອາຍ​ພິດ​ສຸດ​ທິເຫຼືອ "0" (AZEC) ຂອງລັດຖະບານ ​ຍີ່ປຸ່ນ, ຂໍ້​ລິ​ເລີ່​ມການ​ຫັນປ່ຽນ​ພະລັງງານ​ ອາຊີ ​ແລະ ຂໍ້​ລິ​ເລີ່ມ​ພະລັງງານ​ສະອາດ​ໃນ​ອະນາຄົດ ອາຊຽນ.

ກ່ຽວ​ກັບ​ສະພາບ​ການ​ໃນໂລກ ​ແລະ ພາກ​ພື້ນ, ທ່ານ​ຮອງ​ລັດຖະມົນຕີ ຫວຽດນາມ ໂດ໊ຮຸ່ງຫວຽດ ຮຽກຮ້ອງໃຫ້ ຍີ່ປຸ່ນ ສືບ​ຕໍ່​ສະໜັບສະໜູນ​ຫຼັກ​ໝັ້ນ​ລວມ​ຂອງ ອາ​ຊຽນ ກ່ຽວ​ກັບ​ ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ບັນດາ​ຫຼັກການ​ອົດ​ກັ້ນ, ແກ້​ໄຂ​ຂໍ້​ຂັດແຍ້ງໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ UNCLOS 1982, ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຈລະຈາ​ເພື່ອ​ກໍ່ສ້າງປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ ​ແລະ ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ UNCLOS 1982, ປະກອບສ່ວນ​ກໍ່ສ້າງ​ ທະ​ເລ​ຕາ​ເວັນ​ອອກ​ ເປັນເຂດ​ທະ​ເລທີ່​ມີສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ

ຍສໝ - ຕາມ​ຂ່າວສານ​ຫວຽດນາມ, ວັນ​ທີ 17 ທັນວາ, ຢູ່​ນະຄອນຫຼວງ​ໂຕ​ກຽວ ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແລະ ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຍີ່ປຸ່ນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ອາ​ຊຽນ - ຍີ່ປຸ່ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.