ຍສໝ - ເຂົ້າຮ່ວມກອງປະຊຸມ ມີທ່ານນາງ ຫງວຽນເຟືອງງາ ເລຂາຄະນະພັກ, ປະທານ VUFO,ທ່ານ ຟານແອັງເຊີນ ຮອງປະທານ ເລຂາທິການໃຫຍ່ VUFO ແລະ ບັນດາກຳມະການຄະນະປະຈຳຄະນະປະທານ VUFO, ຜູ້ຕາງໜ້າບາງກະຊວງ, ຂະແໜງການຂັ້ນສູງການ.
ຍສໝ - ແຕ່ລະຊຸດຂອງຂວັນປະກອບມີເຄື່ອງຂອງຕ່າງໆ, ເຊັ່ນ: ໝໍ້, ໝໍ້ປາກເຫວີ, ຜ້າມ່ານ, ຜ້າຫົ່ມ, ຖັງນ້ຳ, ຜ້າເຊັດໜ້າ, ເຄື່ອງລ້າງຈານ, ສານຊັກຜ້າ, ສະບູ...
ຫວ່າງແລ້ວນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ. ລາວ ປະຈຳ ສສ.ຫວຽດນາມ ພ້ອມດ້ວຍຄະນະ ຈາກສະຖານທູດລາວ, ສະຖານກົງສຸນໃຫຍ່ລາວ ທີ່ນະຄອນໂຮ່ຈິມິນ ແລະ ນະຄອນດານັງ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ແອດ ຮອງປະທານຄະນະກໍາມະການປະຊາຊົນແຂວງເລິມດົ່ງ ແລະ ທ່ານ ເລ ຫງອກ ຕວນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນແຂວງກອນຕູມ ແຫ່ງ ສສ. ຫວຽດນາມ.
ຍສໝ - ບັນດາເຈົ້າໜ້າທີ່ຂອງອົງການ IMF ກ່າວເນັ້ນວ່າ ປະສົບການຕ້ານການລະບາດຂອງຫວຽດນາມ ສາມາດນຳໃຊ້ໄດ້ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ເຊິ່ງພຽງແຕ່ອີງໃສ່ການສັກຢາວັກຊີນເທົ່ານັ້ນ.
ຍສໝ - ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ນະໂຍບາຍປ່ຽນແປງໃໝ່ ໄດ້ນຳມາເຊິ່ງບັນດາຜົນງານຢ່າງຈະແຈ້ງໃຫ້ແກ່ຫວຽດນາມ ໂດຍໄດ້ນອນໃນກຸ່ມບັນດາປະເທດນຳໜ້າໂລກກ່ຽວກັບຄວາມໄວໃນການເຕີບໂຕເສດຖະກິດ
ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.
ຍສໝ - ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີັ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື:
10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານນາງ Catherine Wong ເອກອັກຄະລັດຖະທູດສິງກະໂປເມື່ອໄດ້ປະຕິບັດສຳເລັດອາຍຸການປະຕິບັດໜ້າທີ່ທາງການທູດຂອງຕົນຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບຮອບດ້ານ ແລະ ມີປະສິດທິຜົນ.
ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ພິເສດແມ່ນໃນໝາກຜົນຂອງການເຈລະຈາຂັ້ນສູງທາງອອນລາຍລະຫວ່າງນາຍົກລັດຖະມົນຕີສອງປະເທດໃນວັນທີ 21 ທັນວາ 2020.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະແດງຄວາມຊົມເຊີຍເມື່ອການແລກປ່ຽນດ້ານການຄ້າ ລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນ ນັບທັງໃນສະພາບການໂລກລະບາດໂຄວິດ - 19 ກໍ່ຜົນສະທ້ອນຕໍ່ການເຕີບໂຕເສດຖະກິດໂລກ.
ຍສໝ - ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ພາຍຫຼັງມະຕິເລກທີ 1373 ໄດ້ຮັບຮອງເອົາ, ສະພາຄວາມໝັ້ນຄົງ ປສຊໄດ້ຊຸກຍູ້ກອບລະບອບລະບຽບການກ່ຽວກັບການຕ້ານການກໍ່ການຮ້າຍທົ່ວໂລກໃນຫຼາຍຂົງເຂດ, ການຕ້ານການກໍ່ການຮ້າຍກໍ່ບັນລຸໄດ້ໝາຜົນທີ່ສຳຄັນຫຼາຍຢ່າງ.
ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ 10 ຄົນ, ໃນນັ້ນ ເປັນເພດຊາຍ 7 ຄົນ, ທັງໝົດ ແມ່ນຖືກນຳເຂົ້າໄປຈຳກັດບໍລິເວນຢູ່ ສູນທີ່ຄະນະສະເພາະກິດກຳນົດໄວ້.
ໃນວັນທີ 12 ມັງກອນ 2021 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ອີງຕາມບົດລາຍງານ ຂອງທະນາຄານໂລກ ແຈ້ງໃຫ້ຮູ້ວ່າ: ການຂະຫຍາຍຕົວ ຂອງເສດຖະກິດ ສປປ ລາວ ຈະຫົດຕົວໃນປີ 2020 ເຊິ່ງຖືເປັນຄັ້ງທໍາອິດ ໃນໄລຍະສອງທົດສະວັດ, ແຕ່ເສດຖະກິດລາວ ພ້ອມທີ່ຈະຟື້ນ ຕົວໃນປີ 2011 ແລະ ສືບຕໍ່ການຟື້ນຕົວ ໃນໄລຍະກາງ ຖ້າສາມາດຄວບຄຸມ ຜົນກະທົບຂອງພະຍາດລະບາດ ໂຄວິດ-19 ໄດ້ ແລະ ການຄ້າກັບ ບັນດາປະເທດ ຄູ່ຄ້າກັບຄືນສູ່ສະພາບປົກກະຕິ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານ ເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການ ປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການ ບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນ ຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ.
ຍສໝ - ວັນທີ 12 ມັງກອນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານສປປ.ເກົາຫຼີ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ Kim Jong-un.
ຍສໝ - ລັດຖະບານເຢຍລະມັນກໍ່ຄືກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນຈະໜູນຊ່ວຍຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ ຢ່າງມີປະສິດທິຜົນ ໃນນັ້ນມີສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າອັນດີງາມລະຫວ່າງສອງຝ່າຍໃຫ້ຫຼາຍກ່ວາອີກ
ຍສໝ - ບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ ແລະ Eu ຢັ້ງຢຶນໄດ້ຈິດໃຈຄູ່ຮ່ວມມືຍຸດທະສາດ, ມິດຕະພາບ, ພ້ອມກັນແບ່ງປັນວິໄສທັດຍາວນານຂອງທັງສອງຝ່າຍໃນການຍົກສູງການພົວພັນຄູ່ຮ່ວມມືສອງຝ່າຍ, ກໍ່ຄືມານະພະຍາຍາມປະກອບສ່ວນເຂົ້າໃນສັນຕິພາບ, ຮ່ວມມື, ພັດທະນາຢູ່ສອງພາກພື້ນ ແລະ ໃນໂລກ