ຍສໝ - ຫວ່າງແລ້ວນີ້, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ຄະນະຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ພົບປະ ແລະ ມອບໜັງສືຜ່ານແດນໃຫ້ລູກເຮືອ 17 ຄົນທີ່ປະສົບອຸບັດຕິດເຫດໃນເຫດເຮືອຫຼົ້ມຢູ່ເກາະ Ulleung ສ.ເກົາຫຼີ ໃນວັນທີ 1 ທັນວາ 2021.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນບ່າຍວັນທີ 14 ທັນວາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມ ຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະພົບປະໂອ້ລົມກັບພະນັກງານພາລະກອນສະຖານທູດ ພ້ອມດ້ວຍຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຊາດປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2021), ຕອນບ່າຍວັນທີ 1 ທັນວາ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນກະຊວງການຕ່າງປະເທດໄປອວຍພອນສະຖານທູດລາວ ປະຈໍາ ຮ່າໂນ້ຍ.
ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີ່ນເທີ ໄດ້ຈັດພິທີມອບຮັບ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໂດຍສະຖານທູດໄອແລນ ໂດຍຜ່ານ Family Health International (FHI360/ອາເມລິກາ) ແລະ ສະໜັບສະໜູນໂດຍ Asian Venture Philanthropy Network Limited (AVPN) ໂດຍຜ່ານອົງການ Worldwide Orphans Foundation (WWO) ໃຫ້ບັນດາໂຮງໝໍ ແລະ ໜ່ວຍງານແນວໜ້າ ເພື່ອແບ່ງເບົາຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຄວບຄຸມໂລກລະບາດຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຫງວຽນເຟືອງງາ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ Gennady Bezdetko.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 118 ປີແຫ່ງວັນຊາດສາທາລະນະລັດ ປານາມາ (3 ພະຈິກ 1903 – 3 ພະຈິກ 2021), ສະຖານທູດ ສາທາລະນະລັດ ປານາມາ ປະຈຳ ຫວຽດນາມ ໄດ້ສົມທົບກັບສະຫະພັນ ລັດເຊຍ ບັນດາອົງການສະມາຄົມມິດຕະພາບຮ່າໂນ້ຍ (HAUFO) ມອບເຄື່ອງນຸ່ງອຸ່ນໃຫ້ເດັກນ້ອຍຢູ່ບ້ານເດັກ Birla ຮ່າໂນ້ຍ.
ຕອນບ່າຍວັນທີ 18 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ກູບາ.
ຍສໝ - ຫວ່າງແລ້ວນິ້, ທີ່ສໍານັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳປາຣີ, ທ່ານເອກອັກຄະລັດຖະທູດຫວຽດນາມ ດີງຕ່ວານຖັ້ງ ໄດ້ເປັນປະທານພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Jean-Charles Negre, ອະດີດຜູ້ປະສານງານຄະນະປະຈໍາພັກກອມມູນິດຝຣັ່ງ (PCF).
ຍສໝ - ທ່ານນາງ ພັນລະຍາຂອງເອກອັກຄະລັດຖະທູດລັດເຊຍ ປະຈໍາຫວຽດນາມ Elena Viktorovna Bezdetko ໄດ້ມອບຂອງຂວັນໂດຍສະຖານທູດລັດເຊຍປະຈໍາຫວຽດນາມ ໃຫ້ທ່ານນາງ ຫງວຽນທິ້ຮວ່າຍລິງ ຫົວໜ້າ ຄະນະສາກົນສູນກາງສະຫະພັນແມ່ຍິງຫວຽດນາມ.
ຍສໝ - ວັນທີ 31 ສິງຫາ, ທ່ານ ດັ້ງມິງຄອຍ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ມີການພົບປະກັບຜູ້ຕາງໜ້າບັນດາການນຳຂອງສະມາຄົມມິດຕະພາບລັດເຊຍ-ຫວຽດນາມ ແລະ ສະມາຄົມອະດີດຊ່ຽວຊານການທະຫານລັດເຊຍ ທີ່ເຄີຍເຂົ້າຮ່ວມການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມ ເພື່ອຊຸກຍູ້ວຽກງານການຕ່າງປະເທດປະຊາຊົນໃນສະພາບການໃໝ່.
ຍສໝ - ອຳນາດການປົກຄອງນະຄອນ Busan ປະກາດໃນວັນທີ 31 ສິງຫາ ວ່າ ໄດ້ພິມຈຳໜ່າຍໜັງສືພິມສະບັບພິເສດ ດ້ວຍພາສາຫວຽດນາມ ເປັນຄັ້ງທຳອິດຢູ່ ສ.ເກົາຫຼີ ໃນວັນທີ 1 ກັນຍາ ...
ຍສໝ - ຫວ່າງແລ້ວນີ້, ຢູ່ ບຣາຊິນ, ສະຖານທູດຫວຽດນາມ ປະຈຳບຣາຊິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ (2/9/1945 - 2/9/2021).
ວັນທີ 02 ກັນຍາ, ສະຖານທູດຫວຽດນາ ປະຈຳ ອີຢິບ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ.
ທ່ານຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Vladivostok ຫງວຽນຮ່ວາງຫວຽດ ໄດ້ຊີ້ແຈ້ງຄວາມໝາຍທີ່ຍິ່ງໃຫຍ່ຂອງວັນຊາດຫວຽດນາມ ທີ 2 ກັນຍາ, ຄວນຄືນປະຫວັດສາດອັນສະຫງ່າລາສີຂອງຊາດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945 - 2/9/2021) ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສສ ຫວຽດນາມ ໄດ້ສົ່ງສານອວຍພອນ ໄປຍັງ ທ່ານ ເຈິນ ວັນ ຕຸຍ, ອະດີດກໍາມະການຄະນະບໍລິຫານງານສູນກາງພັກ, ອະດີດກໍາມະການຄະນະປະຈຳ ສະພາແຫ່ງຊາດ, ອະດີດປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ອະດີດຮອງຫົວໜ້າຄະນະຈັດຕັ້ງສູນກາງ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ.
ຍສໝ - ສະຖານທູດບັງກະລາເທດ ປະຈໍາຫວຽດນາມ ໄດ້ຈັດຕັ້ງໂຄງການຮ່ວມແຮງຮ່ວມໃຈໜູນຊ່ວຍການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ -19 ຢູ່ເມືອງໄຕໂຮ, ຮ່າໂນ້ຍ.
ຍສໝ - ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຫາກໍ່ສົ່ງຈົດໝາຍ ເຖິງປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ, ຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈໜູນຊ່ວຍ ບ້ານເກີດເມືອງນອນຂອງຕົນໃນການຕໍ່ສູ້ຕ້ານພະຍາດ ໂຄວິດ - 19
ຍສໝ - ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ສືບຕໍ່ລະດົມເງິນໄດ້ຫຼາຍຮ້ອຍລ້ານກີບ ເພື່ອອຸປະຖຳຫວຽດນາມ ໃນການຕ້ານການລະບາດຂອງພະຍາດ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເປີດການປຸກລະດົມເພື່ອບໍລິຈາກໃຫ້ແກ່ກອງທຶນວັກຊີນກັນ COVID-19.
ຍສໝ - ແຈ້ງການຂອງສະຖານທູດຫວຽດນາມ ປະຈຳກຳປູເຈຍ ໃຫ້ຮູ້ວ່າ: ກິດຈະກຳແກ່ດຶງ ແລະ ນຳເອົາຊາວຫວຽດນາມ ມາກຳປູເຈຍເຮັດວຽກ “ເບົາບາງ ແຕ່ມີລາຍໄດ້ສູງ” ໂດຍມີຄົນຈີນຈໍານວນໜຶ່ງເປັນຫົວໂປ່, ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມ ແລະ ກຳປູເຈຍ…