ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ

15:30 | 23/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ, ຄະນະ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດນາມ ປະຈຳ ສ.​ເກົາຫຼີ ​ໄດ້​ພົບ​ປະ ​ແລະ ມອບ​ໜັງສືຜ່ານ​ແດນ​ໃຫ້ລູກ​ເຮືອ 17 ຄົນ​ທີ່​ປະ​ສົບ​ອຸ​ບັດ​ຕິດ​ເຫດ​ໃນ​ເຫດ​ເຮືອ​ຫຼົ້ມຢູ່​ເກາະ Ulleung ສ.​ເກົາຫຼີ ​ໃນ​ວັນ​ທີ 1 ທັນວາ 2021.

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ, ອິນ​ເດຍ ຢ່າງ​ເປັນ​ທາງ​ການ ປ​ະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ, ອິນ​ເດຍ ຢ່າງ​ເປັນ​ທາງ​ການ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ
ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ
ມອບ​ໜັງ​ສື​ຜ່ານ​ແດນ​ໃຫ້​ແກ່​ລູກ​ເຮືອ (ພາບ: TTXVN)

ຍ້ອນ​ເຮືອຫຼົ້ມ ​ດັ່ງ​ນັ້ນ, ເຮັດໃຫ້ເອກະສານປະຈໍາຕົວຂອງລູກເຮືອຖືກສູນເສຍທັງຫມົດ. ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ໜູນຊ່ວຍການອອກໜັງສືຜ່ານແດນຄືນໃໝ່ ແລະ ໜູນຊ່ວຍການ​ປະ​ຕິ​ບັດ​ລະ​ບຽບ​ການ​ເພື່ອໃຫ້ລູກເຮືອໄດ້ກັບຄືນປະ​ເທດໂດຍໄວ. ຄາດ​ວ່າ​, ລູກ​ເຮືອ​ຈະ​ກັບ​ຄືນ​ບ້ານ​ໃນ​ຖ້ຽວ​ບິນ ​ວັນ​ທີ 25 ທັນວາ​ນີ້.

ກ່ຽວ​ກັບ​ເຫດການ​ເຮືອ​ຫຼົ້ມ, ບໍລິສັດ INLACO-HP ທີ່​ສະໜອງ ​ແລະ ຄຸ້ມ​ຄອງລູກ​ເຮືອ 18 ຄົນ​ໃຫ້​ກຳ​ປັ່ນ Houei Crystal ຂອງ ​ປາ​ນາ​ມາ ​ໄດ້ ແລະ ພວມ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ເຈົ້າ​ຂອງ​ກຳ​ປັ່ນ ​ເພື່ອ​ແກ້​ໄຂ​ສິດຜົນ​ປະ​ໂຫຍດ​ຂອງລູກເຮືອ ຫວຽດນາມ.

ກຳ​ປັ່ນ Houei Crystal ​ຂຶ້ນ​ທະບຽນ​ຢູ່​ປະ​ເທດ ປາ​ນາ​ມາ ດ້ວຍ​ນ້ຳໜັກ 5.765 ໂຕນ ທີ່ໂດຍສານ​ລູກ​ເຮືອ ຫວຽດນາມ 18 ຄົນ ​ໄດ້​ຈົມນ້້ຳ​ຢູ່​ເຂດ​ນ່ານນ້ຳ​​ທະ​ເລຊາຍ​ແດນ​ລະຫວ່າງ ສ.​ເກົາຫຼີ, ສປປ.​ເກົາຫຼີ ​ແລະ ຍີ່ປຸ່ນ.

ພວກລູກເຮືອໄດ້ຖືກພົບເຫັນ ຫຼັງຈາກທີ່ລອຍເຂົ້າໄປໃນເຂດນ່ານນ້ຳຂອງ ສ.ເກົາຫຼີ ແລະ ກູ້ໄພຂອງກຳລັງຕຳຫຼວດ​ທະ​ເລ ສ.ເກົາຫຼີ ໄດ້ພາມາທີ່ທ່າເຮືອ Donghae ແຂວງ Gangwon ໃນວັນທີ 2 ທັນວາ. ປັດຈຸບັນ ຍັງ​ມີ​ລູກ​ເຮືອ​ຄົນຫ​ນຶ່ງຖືກ​ຫາຍ​ສາບ​ສູນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.