ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19

11:43 | 18/06/2021

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເປີດການປຸກລະດົມເພື່ອບໍລິຈາກໃຫ້ແກ່ກອງທຶນວັກຊີນກັນ COVID-19.

ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19 ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19
VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19 VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ວູຮົ່ງນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການປະກອບສ່ວນຂອງພະນັກງານ, ລັດຖະກອນສະຖານທູດແຕ່ລະຄົນ ທັງໃນດ້ານວັດຖຸ ແລະ ຈິດໃຈຈະສ້າງກຳລັງແຮງໃຫ້ແກ່ພີ່ນ້ອງຮ່ວມຊາດໃນປະເທດ ເພື່ອຜ່ານຜ່າໂລກລະບາດ.

ໃນພິທີເປີດການປຸກລະດົມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ລະດົມເງິນໄດ້ຈຳນວນຫຼາຍກວ່າ 500 ລ້ານດົ່ງ. ໃນນັ້ນ, ພະນັກງານ, ລັດຖະກອນຂອງສະຖານທູດ ແລະ ບັນດາອົງການຕາງໜ້າຂອງຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ອຸປະຖຳເງິນເກືອບ 105 ລ້ານດົ່ງ; ບັນດານັກທຸລະກິດ ແລະ ຊາວຫວຽດນາມອາໄສຢູ່ຍີ່ປຸ່ນ ອຸປະຖຳຫຼາຍກ່ວາ 400 ລ້ານດົ່ງ.

ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19

ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19. (ພາບ: VOV)

ທ່ານ ຟານຈູງຮ໋ຽວ - ຊາວຫວຽດນາມທີ່ອາໄສຢູ່ຍີ່ປຸ່ນ ເປັນເວລາ 37 ປີ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເຂົ້າຮ່ວມພິທີເປີດການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19. ຂ້າພະເຈົ້າ ພ້ອມແລ້ວທີ່ຈະສະໜັບສະໜູນລັດ ແລະ ປະຊາຊົນໃນປະເທດ. ພວກເຮົາ, ຊາວຫວຽດນາມຢູ່ຍີ່ປຸ່ນ ຍາມໃດກໍ່ສະໜັບສະໜູນຂະບວນການປ້ອງກັນ ແລະ ຕ້ານ COVID-19.”

ທ່ານ ຫ່ວາງດີງຢາງ, ຊາວຫວຽດນາມອາໄສຢູ່ Nagoya ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ມີສ່ວນນ້ອຍໆທີ່ຈະສະໜັບສະໜູນກອງທຶນວັກຊີນກັນ COVID-19. ພວກຂ້າພະເຈົ້າຫວັງວ່າ ຈະມີຜູ້ໃຈບຸນໃຈກຸສົນ ສະໜັບສະໜູນກອງທຶນຫຼາຍກວ່າອີກ ເພື່ອໃຫ້ຫວຽດນາມ ສາມາດເອົາຊະນະໂລກລະບາດໄດ້ໃນໄວໆນີ້.”

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ວູຮົ່ງນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ, ອວຍພອນໃຫ້ຊາວຫວຽດນາມ ແລະ ຊາວຫວຽດນາມທີ່ອາໄສ ແລະ ເຮັດວຽກຢູ່ຍີ່ປຸ່ນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ມີຄວາມປອດໄພ.

ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ

ຍສໝ - ທີ່ກອງປະຊຸມຂ່າວໃນຕອນເຊົ້າວັນທີ 15 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Motegi Toshimitsu ໃຫ້ຮູ້ວ່າ, ວັກຊີນ AstraZeneca ຂອງອັງກິດ ຈຳນວນ ໜຶ່ງຕື້ ໂດສ ທີ່ຜະລິດຢູ່ຍີ່ປຸ່ນມາຮອດຫວຽດນາມໃນຕອນບ່າຍວັນທີ 16 ມິຖຸນາ.

ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19 ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19

ຍສໝ - ກອງທຶນ Steve Bui & Friends ແລະ ບັນດາບໍລິສັດ ໄດ້ບໍລິຈາກເງິນຈຳນວນ 50 ລ້ານດົ່ງ ແລະ ອຸປະກອນການແພດ ໃຫ້ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ, ແຂວງບັກນິງ ແລະ ແຂວງບັກຢາງ ເພື່ອສະໜັບສະໜູນການປ້ອງກັນການລະບາດ.

ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19 ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Maputo, ສະຖານທູດຫວຽດນາມປະຈຳໂມຊຳບິກ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19. ການລະດົມທຶນດັ່ງກ່າວນີ້ ໄດ້ດຳເນີນແຕ່ວັນທີ 9 - 19 ມິຖຸນາ 2021.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.