ສະຖານທູດຫວຽດນາມປະຈຳບາງປະເທດຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ

08:53 | 02/09/2021

ທ່ານຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Vladivostok ຫງວຽນຮ່ວາງຫວຽດ ໄດ້ຊີ້ແຈ້ງຄວາມໝາຍທີ່ຍິ່ງໃຫຍ່ຂອງວັນຊາດຫວຽດນາມ ທີ 2 ກັນຍາ, ຄວນຄືນປະຫວັດສາດອັນສະຫງ່າລາສີຂອງຊາດ.

ກຳ​ປູ​ເຈຍ ຍູ້​ໄວ​ແຜນກໍ່​ສ້າງເສັ້ນ​ທາງ​ຄວາມ​ໄວ​ສູງ​ໄປ​​ເຖິງ​ ຫວຽດ​ນາມ ກຳ​ປູ​ເຈຍ ຍູ້​ໄວ​ແຜນກໍ່​ສ້າງເສັ້ນ​ທາງ​ຄວາມ​ໄວ​ສູງ​ໄປ​​ເຖິງ​ ຫວຽດ​ນາມ
ອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ ອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ
undefined
ສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Vladivostok, ແຫ່ງສະຫະພັນລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ)

ວັນທີ 31 ສິງຫາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ Vladivostok, ແຫ່ງສະຫະພັນລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 - 02 ກັນຍາ 2021). ທີ່ພິທີ, ທ່ານຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Vladivostok ຫງວຽນຮ່ວາງຫວຽດ ໄດ້ຊີ້ແຈ້ງຄວາມໝາຍທີ່ຍິ່ງໃຫຍ່ຂອງວັນຊາດຫວຽດນາມ ທີ 2 ກັນຍາ, ຄວນຄືນປະຫວັດສາດອັນສະຫງ່າລາສີຂອງຊາດ, ຢືນຢັນວ່າ ຊາວຫວຽດນາມ ລຸ້ນຕ່າງໆໄດ້ຈົດຈຳບຸນຄຸນອັນໃຫຍ່ຂອງບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດເພື່ອພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ໃນວັນດຽວກັນ, ຢູ່ນະຄອນຫຼວງ Praha, ສະຖານທູດຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງສ.ເຊັກໂກ, ພໍ່ແມ່ຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ສ.ເຊັກໂກ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ທາຍຊວັນຢຸງ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຫວຽດນາມ, ຄອບໃຈລັດຖະບານ ແລະ ປະຊາຊົນສ.ເຊັກໂກ ມອບວັກຊິນກັນໂຄວິດ-19 ຈຳນວນ 250.000 ໂດສ ແລະ ມອບວັກຊິນ 500.000 ໂດສທີ່ຍັງບໍ່ທັນນຳໃຊ້ໃຫ້ແກ່ຫວຽດນາມ.

ແລະກໍ່ໃນວັນທີ 31 ສິງຫາ, ສະຖານທູດຫວຽດນາມ ປະຈຳ ຈີເລຍ ກໍ່ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ອານຸສາວະລີປະທານໂຮ່ຈີມິນ, ເຊິ່ງຖືກຕັ້ງຢູກອຸດທິຍານ ໂຮ່ຈີມິນ ຢູ່ນະຄອນຫຼວງ Santiago.

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 01 ກັນຍາ (ຕາມເວລາ ຮ່າໂນ້ຍ), ສະຖານກົງສູນ ຫວຽດນາມ ປະຈຳ ນະຄອນ San Francisco, ລັດ California (ອາເມລິກາ) ແລະ ອຳນາດການປົກຄອງນະຄອນ San Francisco ໄດ້ຈັດຕັ້ງພິທີຊັກທຸງຊາດ ຫວຽດນາມ ຢູ່ບໍລິເວນສຳນັກງານປົກຄອງຂອງນະຄອນ.

ສ່ວນຢູ່ ຍີ່ປຸ່ນ, ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ປະເທດນີ້ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 76 ປີ ເຊັ່ນດຽວກັນ.

vov.world.vn

ເຫດການ
302 Found

Found

The document has moved here.