ການນໍາກະຊວງການຕ່າງປະເທດຫວຽດນາມ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດວັນຊາດລາວ

06:26 | 03/12/2021

ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຊາດປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2021), ຕອນບ່າຍວັນທີ 1 ທັນວາ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນກະຊວງການຕ່າງປະເທດໄປອວຍພອນສະຖານທູດລາວ ປະຈໍາ ຮ່າໂນ້ຍ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ
ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ
ທ່ານ ຫງວຽນກວກຢຸ້ງ ແລະທ່ານ ແສງເພັດ ຮຸ່ງບຸນຍວງ ຖ່າຍຮູບເປັນທີ່ລະນຶກພ້ອມກັບຄະນະຜູ້ແທນກະຊວງການຕ່າງປະເທດ, ພະນັກງານ, ພາລະກອນສະຖານທູດລາວ. ພາບ: ກວາງຮວ່າ.
ທ່ານ ຫງວຽນກວກຢຸ້ງ ແລະທ່ານ ແສງເພັດ ຮຸ່ງບຸນຍວງ ຖ່າຍຮູບເປັນທີ່ລະນຶກພ້ອມກັບຄະນະຜູ້ແທນກະຊວງການຕ່າງປະເທດ, ພະນັກງານ, ພາລະກອນສະຖານທູດລາວ. ພາບ: ກວາງຮວ່າ.

ຕາງໜ້າການນໍາກະຊວງ, ທ່ານ ຫງວຽນກວກຢຸ້ງ ອວຍພອນທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ພ້ອມກັບພະນັກງານ, ພາລະກອນທຸກຄົນຂອງສະຖານທູດລາວ; ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ລາວ ບັນລຸໄດ້ໃນກິດຈະການສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດໃນຕະຫຼອດ 46 ປີຜ່ານມາ, ພິເສດແມ່ນພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່.

ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ກໍ່ໄດ້ຕີລາຄາສູງຕໍ່ການປະກອບຂອງທ່ານ ແສງເພັດ ຮຸ່ງບຸນຍວງ ໃນການເພີ່ມທະວີສາຍພົວພັນການຮ່ວມມືລະຫວ່າງສອງປະເທດ, ຫວັງວ່າໃນໄລຍະຈະມາເຖິງ, ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດຫວຽດນາມ ໃນການກະກຽມໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດສໍາຄັນລະຫວ່າງສອງປະເທດ.

ທ່ານ ແສງເພັດ ຮຸ່ງບຸນຍວງ ຂອບໃຈຕໍ່ການຕີລາຄາອັນດີງາມກ່ຽວກັບສາຍພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມ ກໍ່ຄືໃນນາມສ່ວນຕົວເອກອັກຄະລັດຖະທູດ ແລະພະນັກງານສະຖານທູດລາວ; ທ່ານຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດຫວຽດນາມ ໃນການເພີ່ມພູນຄູນສ້າງ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ແໜ້ນແຟ້ນກວ່າອີກ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.