VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ

19:02 | 27/11/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານນາງ ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ຫງວຽນ​ເຟືອງງາ ​ໄດ້​ໃຫ້ການ​ຕ້ອນຮັບ ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສະຫະພັນ​ລັດ​ເຊຍ ປະຈຳ ຫວຽດນາມ Gennady Bezdetko.

​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ
ຫວຽດ​ນາມ ພວມ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວິ​ວັດ​ຂະ​ບວນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ ຫວຽດ​ນາມ ພວມ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວິ​ວັດ​ຂະ​ບວນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ
VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ
VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ.

ທີ່​ການ​ພົບ​ປະ, ທ່ານນາງ ​ປະທານ VUFO ຫງວຽນ​ເຟືອງ​ງາ ໄດ້ສະແດງຄວາມຍິນດີນຳ ​ທ່ານ Gennady Bezdetko ​ທີ່ໄດ້​ຮັບ​ໜ້າທີ່​ໃໝ່​ຢູ່ ຫວຽດນາມ, ພ້ອມກັນນັ້ນ ກໍ່ອວຍພອນ​ໃຫ້​ທ່ານປະສົບ​ຜົນສຳ​ເລັດ, ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລັດ​ເຊຍ ​ໃຫ້​ພັດທະນາ​ຢ່າງ​ດີງາມ ໃນອະຍຸການປະຕິບັດງານນີ້.

ໂດຍສະແດງຄວາມຂອບ​ໃຈ ​ທ່ານ​ນາງ ປະທານ VUFO ຫງວຽນ​ເຟືອງ​ງາ ທີ່​ໄດ້​ສະຫຼະ​ເວລາ​ໃຫ້ການຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູດ Bezdetko Gennady ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ພັດທະນາ​ກ່ວາ​ອີກ, ພິ​ເສດ​ແມ່ນ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວັງ​ວ່າ ການ​ຢ້ຽມ​ຢາມ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຂອງ ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຈະ​ສ້າງ​ກຳ​ລັງ​ໜຸນໃໝ່ໃຫ້​ການ​ພັດ​ທະ​ນາ​ຂອງ 2 ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ.

ໄຊພອນ

ເຫດການ
302 Found

Found

The document has moved here.