ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ

16:38 | 03/09/2021

ວັນທີ 02 ກັນຍາ, ສະຖານທູດຫວຽດນາ ປະຈຳ ອີຢິບ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ.

ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້​າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ພິ​ທ​ີ​ປະ​ກາດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ຢູ່ ຖ໊າຍງວຽນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້​າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ພິ​ທ​ີ​ປະ​ກາດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ຢູ່ ຖ໊າຍງວຽນ
undefined
ພາບປະກອບ

ໃນວັນທີ 01 ກັນຍາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນອຸທິຍານ Montreau ຂອງນະຄອນ Montreau, ຊານນະຄອນຫຼວງ ປາຣີ. ທ່ານເອກອັກຄະລັດຖະທູດ ດິງຕ່ວານທັງ ເນັ້ນໜັກວ່າ, ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ ແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມ ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ, ຜູ້ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ການປະຕິວັດຫວຽດນາມ ແລະ ສ້າງບັນດາຂີດໝາຍ, ເຫດການດັງກອງກັງວານໃນຊຸມເດືອນປີເຄື່ອນໄຫວຢູ່ຝລັ່ງ.

ໃນວັນທີ 01 ກັນຍາ, ສະຖານທູດຫວຽດນາມ ປະຈຳອິນເດຍ, ອາຟະລິກາໃຕ້, ແອັດສະບາຍ… ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2021) ແລະ 76 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ (02 ກັນຍາ 1945 - 02 ກັນຍາ 2021) ເຊັນດຽວກັນ.

ວັນທີ 02 ກັນຍາ, ສະຖານທູດ, ບັນດາອົງການຜູ້ຕາງໜ້າພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ເມັກຊີໂກ ໄດ້ຈັດພິທີຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານໂຮ່ຈີມິນ ຢູ່ນະຄອນຫຼວງ ເມັກຊີໂກຊີຕີ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ ຫງວຽນແຮ່ງນັມ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຍິ່ງຂອງວັນຊາດໃນປະຫວັດສາດຂອງຊາດຫວຽດນາມ ພ້ອມກັບບັນດາຜົນງານຂອງຫວຽດນາມ ທີ່ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ.

ວັນທີ 02 ກັນຍາ, ສະຖານທູດຫວຽດນາ ປະຈຳ ອີຢິບ ໄດ້ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຈິ່ນແທັ່ງກົງ ໄດ້ເນັ້ນໜັກເຖິງປະຫວັດສາດຂອງການຕໍ່ສູ້ຍາດເອົາເອກະລາດ, ໂຮມປະເທດຊາດເປັນເອກະພາບ ແລະ ການພັດທະນາ, ຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈເມື່ອມີເພື່ອນມິດ ອີຢິບ ທີ່ໄວ້ເນື້ອເຊື່ອໃຈ, ເປັນມູນເຊື້ອໃນຕະຫຼອດ 58 ປີຜ່ານມາ. ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມ ແລະ ພວມມີກາລະໂອກາດຮ່ວມມື 2 ຝ່າຍຫຼາຍຢ່າງ ຢ່າງເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນໃນຫຼາຍຂົງເຂດ.

ໄຊພອນ

ເຫດການ
302 Found

Found

The document has moved here.