ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ

09:51 | 01/09/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945 - 2/9/2021) ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສສ ຫວຽດນາມ ໄດ້ສົ່ງສານອວຍພອນ ໄປຍັງ ທ່ານ ​ເຈິນ ວັນ ຕຸຍ, ອະດີດກໍາມະການຄະນະບໍລິຫານງານສູນກາງພັກ, ອະດີດກໍາມະການຄະນະປະຈຳ ສະພາແຫ່ງຊາດ, ອະດີດປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ອະດີດຮອງຫົວໜ້າຄະນະຈັດຕັ້ງສູນກາງ, ປະທານ​ສູນກາງສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ.

ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການຕ້ອນຮັບທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການຕ້ອນຮັບທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ

ວາລະສານ ຍຸກສະໄໝ ຂໍຖືເປັນກຽດນໍາສະເໜີເນຶ້ອໃນຂອງສານຄືດັ່ງຕໍ່ໄປນີ້:

ສະຖານທູດລາວ ປະຈຳ ຫວຽດນາມ ອວຍພອນ 76 ປີແຫ່ງວັນຊາດຫວຽດນາມ

ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສສ ຫວຽດນາມ

"ຂ້າພະ​ເຈົ້າ​ຂໍຕາງໜ້າຄະນະນຳ, ພະນັກງານຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ແລະ ໃນນາມສ່ວນຕົວ, ຂໍສົ່ງ​ຄຳຊົມ​ເຊີຍ​ອັນອົບ​ອຸ່ນ ​ແລະ ອວຍພອນໄຊອັນປະເສີດ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍ ອ້າຍນ້ອງມາຍັງຄະນະນໍາ, ພະນັກງານຂອງສະມາຄົມ​ມິດຕະພາບຫວຽດນາມ-ລາວ ຂັ້ນ​ສູນ​ກາງ ທຸກຖ້ວນໜ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ (2/9/1945 - 2/9/2021).

ຂ້າພະເຈົ້າ ມີຄວາມປິ​ຕິ​ຍິນ​ດີເປັນຢ່າງຍິ່ງ ທີ່​ເຫັນ​ໄດ້​ວ່າ ​ໄລຍະຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດ ສ່ອງໃສຂອງພັກຄອມມູນິດຫວຽດນາມ, ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ໄດ້ຮັບຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົກປັກຮັກສາຄວາມເປັນເອກະລາດ ແລະ ຕໍ່ສູ້ເພື່ອທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໄລຍະສ້າງສາພັດທະນາປະເທດຊາດຫວຽດນາມ, ພິເສດ​ໃນ​ໄລຍະແຫ່ງການປ່ຽນແປງໃໝ່ ຊຶ່ງໄດ້ເຮັດໃຫ້ປະເທດຫວຽດນາມມີສະຖຽນລະພາບທາງການເມືອງຢ່າງໜັກ​ແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ມີຄວາມເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ​ເປັນ​ກ້າວໆ, ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງໃນເວທີ ພາກພື້ນ ແລະ ສາກົນ.

ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະລະຫວ່າງສອງສະມາຄົມ​ມິດຕະພາບ​ລາວ-​ຫວຽດນາມ ​ແລະ ຫວຽດນາມ-​ລາວ​, ພິ​ເສດລະຫວ່າງ ສະຖານທູດ ກັບສະມາຄົມ​ມິດຕະພາບຫວຽດນາມ-ລາວຂັ້ນ​ສູນ​ກາງ ແມ່ນມີຄວາມໜັກແໜ້ນ ແລະ ມີປະສິດທິຜົນ ຊຶ່ງ​ໄດ້ ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງ ແລະ ຈະເລີນງອກງາມເລື້ອຍໄປ.

ເນື່ອງໃນໂອກາດນີ້, ຂ້າພະ​ເຈົ້າຂໍຕາງໜ້າພັກ, ລັດ ​ແລະ ປະຊາຊົນລາວ ຂໍສະແດງຄວາມຮູ້​ບຸນຄຸນ ​ແລະ ຂອບ​ໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ ທີ່​ຍາມ​ໃດ​ກໍ​ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ​ແກ່ ສປປ ລາວ ຂອງ​ພວກ​ຂ້າພະ​ເຈົ້າ​ຕະຫຼອດ​ມາບໍ່​ວ່າ​ໃນ​ສະ​ໄໝຕໍ່ສູ້​ປົດປ່ອຍຊາດ ​ໃນເມືອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ, ​ໂດຍ​ສະ​ເພາະ ການ​ຊ່ວຍ​ເຫຼືອ​ອັນ​ລໍ້າ​ຄ່າ ​ແລະ ທັນ​ການ​ຂອງ ສສ ຫວຽດນາມ​ໃຫ້​ແກ່ ສປປ ລາວ ​ໃນ​ການ​ຮັບ​ມື​ກັບ​ການລະບາດ​ເຊື້ອ​ພະຍາດ​ໂຄ​ວິດ-19, ຊຶ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ທີ່​ມີ​ປະສິດທິ​ຜົນ​ສູງ​ປະກອບສ່ວນ​ເຮັດ​ໃຫ້ ສປປ ລາວ ສາມາດ​ຄວບ​ຄຸມ​ເຊື້ອ​ພະຍາດ​ດັ່ງກ່າວ​ໄດ້​ໃນ​ລະດັບ​ແນ່ນອນ.

ອວຍພອນໃຫ້ສະຫາຍ ​ແລະ ຜ່ານສະຫາຍໄປຍັງຄະນະນຳ, ພະນັກງານຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ-ລາວ ຂັ້ນ​ສູນ​ກາງ ທຸກຖ້ວນໜ້າ ຈົ່ງມີສຸຂະພາບ ພາລະນາໄມເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ວຽກງານອັນສູງສົ່ງຂອງຕົນ.

ອວຍພອນ​ໃຫ້ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-​ຫວຽດນາມ ຈົ່ງ​ຂຽວສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະ​ໜົງ​ແກ່ນ​ຕະຫຼອດ​ກາລະ​ນາ".

ໄຊພອນ

ເຫດການ
302 Found

Found

The document has moved here.