ສະຖານທູດບັງກະລາເທດ ໄດ້ມອບຂອງຂວັນໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດໂຄວິດ -19 ຢູ່ຮ່າໂນ້ຍ

19:00 | 25/08/2021

ຍສໝ - ສະຖານທູດບັງກະລາເທດ ປະຈໍາຫວຽດນາມ ໄດ້ຈັດຕັ້ງໂຄງການຮ່ວມແຮງຮ່ວມໃຈໜູນຊ່ວຍການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ -19 ຢູ່ເມືອງໄຕໂຮ, ຮ່າໂນ້ຍ.

ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ຊ່ວຍຫວຽດນາມໃນການຕ້ານການລະບາດພະຍາດ
ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ເຕືອນພົນລະເມືອງ ບໍ່ໃຫ້ຂ້າມຊາຍແດນຢ່າງຜິດກົດໝາຍ ເພື່ອກັບຄືນປະເທດ

ໂຄງການດັ່ງກ່າວ ໄດ້ປະຕິບັດເນື່ອງໃນໂອກາດອາໄລຫາວັນຄົບຮອບ 46 ປີການເສຍຊີວິດຂອງ ທ່ານ Bangabandhu Sheikh Mujibur Rahman, ຜູ້ນຳຂອງປະເທດບັງກະລາເທດ.

ຕາງໜ້າສະຖານທູດ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາຊົນບັງກະລາເທດ ປະຈຳຫວຽດນາມ Samina Naz ໄດ້ມອບຂອງຂວັນໃຫ້ຜູ້ຕາງໜ້າແນວໂຮມແຫ່ງຊາດຫວຽດນາມ ເມືອງໄຕໂຮ ໂດຍກົງ.

ສະຖານທູດບັງກະລາເທດ ໄດ້ມອບຂອງຂວັນໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດໂຄວິດ -19 ຢູ່ຮ່າໂນ້ຍ
ສະຖານທູດບັງກະລາເທດ ໄດ້ມອບຂອງຂວັນໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດໂຄວິດ -19 ຢູ່ຮ່າໂນ້ຍ

ທ່ານເອກອັກຄະລັດຖະທູດ Samina Naz ແບ່ງປັນວ່າ: “ຜ່ານການເຄື່ອນໄຫວນີ້, ສະຖານທູດ ປາດຖະໜາຢາກສະແດງຄວາມສາມັກຄີ ແລະ ມິດຕະພາບຂອງລັດຖະບານ ແລະ ປະຊາຊົນບັງກະລາເທດ ຕໍ່ກັບບັນດາກຳລັງແຖວໜ້າ ໃນການຕໍ່ສູ້ຕ້ານໂລກລະບາດ, ກັບຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງໄຕໂຮ ເວົ້າສະເພາະ ແລະ ຢູ່ໃນຫວຽດນາມ ເວົ້າລວມ. ຫວັງວ່າ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະເອົາຊະນະໂລກລະບາດ ແລະ ຜ່ານຜ່າໄລຍະຫຍຸ້ງຍາກນີ້ໄດ້ໂດຍໄວ”.

ທັນທີຫຼັງຈາກໄດ້ຮັບການໜູນຊ່ວຍ ຈາກສະຖານທູດບັງກະລາເທດ ປະຈໍາຫວຽດນາມ, ແນວໂຮມແຫ່ງຊາດຫວຽດນາມ ເມືອງໄຕໂຮ ກໍ່ໄດ້ມອບຂອງຂວັນ ແມ່ນສິ່ງເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ໃຫ້ແກ່ປ້ອມປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ແລະ ຄອບຄົວທີ່ມີຄວາມຫຍຸ້ງຍາກຢູ່ໃນ 8 ຕາແສງບໍລິເວນເມືອງ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.