ສະຖານທູດຫວຽດນາມ ປະຈຳລັດເຊຍ ຊຸກຍູ້ການຕ່າງປະເທດປະຊາຊົນໃນສະພາບການໃໝ່

16:52 | 07/09/2021

ຍສໝ - ວັນທີ 31 ສິງຫາ, ທ່ານ ດັ້ງມິງຄອຍ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ມີການພົບປະກັບຜູ້ຕາງໜ້າບັນດາການນຳຂອງສະມາຄົມມິດຕະພາບລັດເຊຍ-ຫວຽດນາມ ແລະ ສະມາຄົມອະດີດຊ່ຽວຊານການທະຫານລັດເຊຍ ທີ່ເຄີຍເຂົ້າຮ່ວມການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມ ເພື່ອຊຸກຍູ້ວຽກງານການຕ່າງປະເທດປະຊາຊົນໃນສະພາບການໃໝ່.

ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ
ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19 ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນການປຸກລະດົມ ເພື່ອສະໜັບສະໜູນກອງທຶນວັກຊີນກັນ COVID-19

ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ໄດ້ກ່າວສະພາບການຂອງປະຊາຄົມຊາວຫວຽດນາມຢູ່ລັດເຊຍໂດຍສັງເຂບ ເຊິ່ງໃຫ້ຮູ້ວ່າ ມີຫຼາຍຄົນໄດ້ຮັບສັນຊາດລັດເຊຍ ແລະ ຖືລັດເຊຍແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງເຂົາເຈົ້າ. ກ່ອນການລະບາດຂອງພະຍາດ COVID-19, ໃນແຕ່ລະປີ ມີຊາວລັດເຊຍຫຼາຍກວ່າ 600,000 ຄົນເດີນທາງມາທ່ອງທ່ຽວຢູ່ຫວຽດນາມ ແລະ ນີ້ເປັນປັດໄຈສໍາຄັນທີ່ສຸດ ເພື່ອຊຸກຍູ້ການເຄື່ອນໄຫວການຕ່າງປະເທດປະຊາຊົນ ລະຫວ່າງສອງປະເທດ.

ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ໄດ້ຕີລາຄາສູງການເຄື່ອນໄຫວຂອງສະມາຄົມມິດຕະພາບລັດເຊຍ - ຫວຽດນາມ, ໃນນັ້ນມີສະມາຊິກຫຼາຍຄົນ ເຖິງວ່າມີອາຍຸສູງແລ້ວກໍ່ຕາມ, ແຕ່ຍັງປະກອບສ່ວນຢ່າງຕັ້ງໜ້າ ແລະ ພັດທະນາສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປາດຖະໜາວ່າ ລຸ້ນໜຸ່ມຂອງສອງປະເທດ ຈະເດີນຕາມເສັ້ນທາງຂອງລຸ້ນພໍ່ລຸ້ນອ້າຍ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ - ລັດເຊຍ; ສະເໜີໃຫ້ສອງຝ່າຍຮ່ວມກັນພິຈາລະນາຄວາມອາດສາມາດທີ່ຈະເປັນໄປ ໃນການສະເໜີໃຫ້ການນຳ ກ່ຽວກັບການສ້າງຕັ້ງເວທີປາໄສປະຊາຊົນຂອງສອງປະເທດ.

ສະຖານທູດຫວຽດນາມ ປະຈຳລັດເຊຍ ຊຸກຍູ້ການຕ່າງປະເທດປະຊາຊົນໃນສະພາບການໃໝ່
ສະຖານທູດຫວຽດນາມ ປະຈຳລັດເຊຍ ຊຸກຍູ້ການຕ່າງປະເທດປະຊາຊົນໃນສະພາບການໃໝ່. ພາບ: TTXVN

ທ່ານປະທານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ Vladimir Buianov ໄດ້ສະແດງຄວາມຂອບໃຈ ຕໍ່ສະຖານທູດຫວຽດນາມທີ່ມີຄວາມສົນໃຈ ຕໍ່ການເຄື່ອນໄຫວຂອງສະມາຄົມ, ໂດຍກ່າວວ່າ ຊາວລັດເຊຍຫຼາຍຄົນໄດ້ຖືຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ດ້ວຍການປະກອບສ່ວນອັນໃຫຍ່ຫຼວງໃນຕະຫຼອດ 60 ປີຜ່ານມາ, ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ໄດ້ຮັບຫຼຽນກາມິດຕະພາບຂອງລັດແຫ່ງຫວຽດນາມ 3 ຄັ້ງ. ເນື່ອງໃນໂອກາດນີ້, ທ່ານ Vladimir Buianov ໄດ້ສົ່ງຄຳອວຍພອນເຖິງປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດທີ 2 ກັນຍາ.

ທ່ານປະທານສະມາຄົມນັກຮົບເກົ່າທະຫານລັດເຊຍ, ຜູ້ທີ່ເຄີຍເຂົ້າຮ່ວມການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມ Nikolai Kolesnik ໄດ້ມີຄວາມຕື້ນຕັນໃຈແບ່ງປັນຄວາມຊົງຈຳຂອງບັນດານັກຮົບເກົ່າລັດເຊຍ ໃນຂະນະທີ່ເຮັດວຽກຢູ່ຫວຽດນາມ, ກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ ແລະ ໄດ້ກ່າວຄຳສະເໜີຈຳນວນໜຶ່ງ ເພື່ອຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຂອງສອງປະເທດໃຫ້ຫຼາຍກວ່າອີກ ...

ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຢືນຢັນວ່າ ຫວຽດນາມສາມາດບັນລຸໄດ້ຜົນງານຫຼາຍຢ່າງ ໃນການພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອຊ່ວຍເຫຼືອ ແລະ ເຊື້ອເຊີນເພື່ອນມິດລັດເຊຍ, ກ່ອນອື່ນໝົດ ແມ່ນເຈົ້າໜ້າທີ່ຂອງສະມາຄົມມິດຕະພາບລັດເຊຍ - ຫວຽດນາມ, ສະມາຄົມອະດີດຊ່ຽວຊານການທະຫານລັດເຊຍ ມາຢ້ຽມຢາມຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.