ພິຈາລະນາການຊ່ວຍເຫຼືອສຸກເສີນໃຫ້ 30 ທ້ອງຖິ່ນແກ້ໄຂຜົນຮ້າຍຈາກໄພທໍາມະຊາດ

16:52 | 27/10/2023

ຍສໝ - ຕອນບ່າຍວັນທີ 23 ຕຸລາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງຽດນາມ ເລມີງຄາຍ ໄດ້ປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບການໜູນຊ່ວຍສຸກເສີນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ດິນເຈື່ອນຢູ່ບັນດາແຂວງພາກກາງ, ເຂດພູດອຍພາກກາງ, ເຂດພູດອຍທາງພາກເໜືອ ຫວຽດນາມ,...

ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19 ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19
ໂທລະເລກອວຍພອນ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ (30/04/1975 - 30/04/2020) ໂທລະເລກອວຍພອນ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ (30/04/1975 - 30/04/2020)

ຕາມບົດ​ລາຍ​ງານ​ຂອງ​ຄະນະ​ຊີ້​ນຳແຫ່ງຊາດກ່ຽວກັບ​ການປ້ອງ​ກັນ ເເລະ ຕ້ານ​ໄພ​ທຳ​ມະ​ຊາດ​ ໃຫ້ຮູ້​ວ່າ: ​ແຕ່​ຕົ້ນ​ປີ 2023 ມາ​ຮອດ​ປະຈຸ​ບັນ, ​ໄພ​ທຳ​ມະ​ຊາດ​ໄດ້​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ, ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະຊາຊົນ ​ແລະ ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ, ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຜະລິດ​ກະສິກຳ, ສາເຫດຕົ້ນຕໍ ແມ່ນໄພທຳມະຊາດເຊັ່ນ: ຝົນຕົກໜັກ, ນໍ້າຖ້ວມ, ດິນເຈື່ອນ, ຕາຝັ່ງແມ່ນ້ຳ, ຕາຝັ່ງທະເລເຈື່ອນ.

ພິຈາລະນາການຊ່ວຍເຫຼືອສຸກເສີນໃຫ້ 30 ທ້ອງຖິ່ນແກ້ໄຂຜົນຮ້າຍຈາກໄພທໍາມະຊາດ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມີງຄາຍ ກ່າວຄຳປາໄສຢູ່ທີ່ກອງປະຊຸມ

ອີງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ, ​ເມື່ອ​ເກີດ​ໄພ​ທຳ​ມະ​ຊາດ, ບັນດາ​ທ້ອງ​ຖິ່ນ​ກໍ່​ຕັ້ງໜ້າ​ແກ້​ໄຂ ​ແລະ ລາຍ​ງານ​ຢ່າງ​ທັນ​ການ. ຫວ່າງ​ມໍ່ໆ​ນີ້, ລັດ​ຖະ​ບານ​ໄດ້​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​ສຸກ​ເສີນປະມານ 4.000 ຕື້​ດົ່ງ​ ໃຫ້​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກເຫດ​ດິນ​ເຈື່ອນ.

ອີງ​ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ, ຈາກ​ສະພາບ​ຕົວ​ຈິງ, 30 ​ແຂວງ​ພາກ​ເໜືອ, ພາກ​ກາງ, ໄຕຫງ່ວຽນ ​ໄດ້​ສະ​ເໜີ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ເພື່ອ​ແກ້ໄຂພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ, ຍົກຍ້າຍ​ປະຊາຊົນ​ອອກຈາກເຂດ​ປະສົບ​ໄພ​ທຳ​ມະ​ຊາດ ​ແລະ ​ແກ້​ໄຂ​ສຸກເສີນຜົນຮ້າຍທີ່ເກີດ​ຈາກເຫດ​ດິນ​ເຈື່ອນ. ​ໂດຍ​ອີງ​ໃສ່​ການ​ກວດກາ​ຕົວ​ຈິງ​ຢູ່ 23 ທ້ອງ​ຖິ່ນ, ການກວດກາ ​ແລະ ສັງ​ລວມຂໍ້​ມູນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ເເລະ ຕ້ານໄພທຳມະຊາດ​ໄດ້​ສັງ​ລວມ ​ແລະ ສະ​ເໜີ​ພິຈາລະນາ​ໜູນ​ຊ່ວຍ​ກວ່າ 5.000 ຕື້​ດົ່ງ ​ເພື່ອ​ແກ້​ໄຂ​ບັນດາ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ຍົກຍ້າຍ ​ແລະ ຈັດແຈງປະຊາກອນອອກຈາກເຂດອັນຕະລາຍໂດຍດ່ວນ.

​​ເນັ້ນ​ໜັກ​ວ່າ ການ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ​ຕ້ອງ “ຕັດສິນ​ໃຈ​ໂດຍ​ໄວ”, ທ່ານ​ຮອງ​ນາຍົກລັດຖະມົນຕີ ເລມີງຄາຍ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ແລກປ່ຽນ ​ແລະ ປະກອບ​ຄຳ​ເຫັນ​ເພື່ອເປັນເອກະສັນຍື່ນ​ສະເໜີຕໍ່ທ່ານ​ນາຍົກລັດຖະມົນຕີ ພິຈາລະນາ ​ແລະ ຕັດສິນ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ, ຖືກຕາມຈຸດປະສົງ, ຖືກຕາມຂໍ້ກຳນົດຂອງກົດໝາຍ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີກະຊວງຍຸຕິ​ທຳ ​ເຈີ່ນ​ຕຽນຢຸງ ​ເນັ້ນ​ໜັກ​ວ່າ: ການ​ແກ້​ໄຂ​ຜົນຮ້າຍຈາກ​ການ​ປ້ອງ​ກັນ ​ແລະ ຕ້ານໄພ​ທຳ​ມະ​ຊາດ​ ແມ່ນ​ບັນຫາ​ຮີບ​ດ່ວນ, ຮຽກຮ້ອງຕ້ອງ​ຕັດສິນ​ຢ່າງ​ທັນ​ການ, ບໍ່​ດັ່ງ​ນັ້ນ “ຄວາມ​ຮີບ​ດ່ວນ​ຈະ​ບໍ່​ມີ​ອີກ”. ​ໂດຍ​ອີງ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ທ່ານ​ຮອງ​ລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ຄະນະ​ຊີ້​ນຳ​ປ້ອງ​ກັນ​ ​ແລະ ຕ້ານໄພ​ທຳ​ມະ​ຊາດ ທີ່​ໄດ້​ຈັດ​ຕັ້ງ​ຄະນະ​​​ໄປສຳ​ຫຼວດຕົວຈິງຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ທ້ອງ​ຖິ່ນກໍ່​ໄດ້​ຮັບ​ການ​ສັງ​ລວມ, ​ລາຍ​ງານ ​ແລະ ສະ​ເໜີ​ໃຫ້​ນາຍົກລັດຖະມົນຕີ ພິຈາລະນາ ​ແລະ ຕັດສິນ.

ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​ເງິນ, ຫ້ອງ​ການ​ລັດຖະບານ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ປຶກສາ​ຫາລື​ຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ລະບຽບ​ການ​ນຳ​ໃຊ້​ແຫຼ່ງທຶນ ​ແລະ ບັນດາເນື້ອໃນຂອງລາຍການສະ​ເໜີ​ໜູນຊ່ວຍ, ...

ສະຫຼຸບຢູ່ທີ່ການປະຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມີງ​ຄາຍ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັບ​ທ້ອງ​ຖິ່ນ​ເພື່ອ​ຟື້ນຟູ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ການເປັນຢູ່ຂອງ​ປະ​ຊາ​ຊົນ. ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຊີ້​ນຳການ​ປ້ອງ​ກັນ​ ແລະ​ ຕ້ານ​ໄພ​ທຳ​ມະ​ຊາດ​ແຫ່ງ​ຊາດ ກໍ່​ໄດ້​ສ້າງ​ຕັ້ງ​ຄະນະ​ເຮັດ​ວຽກ ​ແລະ ດຳ​ເນີນ​ການ​ສຳ​ຫຼວດຢູ່ 23 ​ແຂວງທີ່ຍັງເຫຼືອ ໂດຍ​​ຄະນະ​ຊີ້​ນຳໄດ້ໄປກວດກາໂດຍກົງ. ບັນດາ​ກະຊວງ, ຂະແໜງກໍ່​ມີ​ຄຳ​ເຫັນ​ກ່ຽວ​ກັບ​ຄຳ​ສັ່ງ ​ແລະ ລະບຽບ​ການ; ແຫຼ່ງ​ເງິນ​ສະ​ຫງວນ​ງົບ​ປະ​ມານ​ສູນ​ກາງ;...

ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຮັບຜິດຊອບ​ກ່ຽວກັບບັນດາ​ຂໍ້​ມູນ, ​ເນື້ອ​ໃນ, ວິຊາ​ການ, ມາດຕະຖານ, ເງື່ອນ​ໄຂ, ຮັບປະກັນ​ການ​ນຳ​ໃຊ້​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ການ; . ສະເໜີ​ໃຫ້​ຄະນະ​ຊີ້​ນຳແຫ່ງຊາດກ່ຽວກັບການປ້ອງ​ກັນ​ ແລະ​ ຕ້ານ​ໄພ​ທຳ​ມະ​ຊາດ ​ກວດກາ​ຄືນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ສົ່ງ​ມາ, ຮັບ​ເອົາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ສົມທົບ​ກັບ​ກະຊວງ, ຂະແໜງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ເປັນ​ເອກະ​ພາບ​ເນື້ອໃນລາຍການ, ຮັບປະກັນ​​ຖືກກັບເປົ້າໝາຍ;... ຊ້າ​ສູດໃນ​ວັນ​ທີ 27 ຕຸລາ​ນີ້, ບົດ​ລາຍ​ງານ ຕ້ອງ​ໄດ້​ສ້າງ​ສຳ​ເລັດ ​ແລະ ​ໄດ້​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີ ​ເພື່ອ​ພິຈາລະນາ ​ແລະ ຕັດສິນ​ໃຈ, ຮັບປະກັນໃຫ້​ທັນ​ການ ​ແລະ ມີປະສິດທິ​ຜົນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.