ໂທລະເລກອວຍພອນ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ (30/04/1975 - 30/04/2020)

17:57 | 06/05/2020

ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ສະຫາຍ ປອ. ວິໄລວົງ ບຸດດາຄໍາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງໂທລະເລກອວຍພອນມາຍັງ ສະຫາຍ ເຈົນວັນຕຸ້ຍ, ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ,ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂຶ້ນສູນກາງ.      

ໂທລະເລກອວຍພອນ ເນ ອງໃນໂອກາດວ ນປ ດປ ອຍພາກໃຕ ແລະ ທ ອນໂຮມປະເທດ ຫວຽດນາມ 30 04 1975 30 04 2020 ເຂົ້າຮ່ວມການຕ້ານໂລກລະບາດກັບຫວຽດນາມ, ທ່ານ Yoon Sang Ho, ປະທານສະມາຄົມ ຊາວ ສ.ເກົາຫຼີ ປະຈຳ ຫວຽດນາມ: 20.000 ຄົນທີ່ພວກເຮົາໄປນຳ ແລະ ໄວ້ວາງໃຈ
ໂທລະເລກອວຍພອນ ເນ ອງໃນໂອກາດວ ນປ ດປ ອຍພາກໃຕ ແລະ ທ ອນໂຮມປະເທດ ຫວຽດນາມ 30 04 1975 30 04 2020 ຫວຽດນາມ ພວມແມ່ນ 1 ໃນຈຳນວນ 16 ປະເທດນຳໜ້າໃນການສົ່ງອອກສິນຄ້າໄປຍັງປະເທດ ອາເມລິກາ
ໂທລະເລກອວຍພອນ ເນ ອງໃນໂອກາດວ ນປ ດປ ອຍພາກໃຕ ແລະ ທ ອນໂຮມປະເທດ ຫວຽດນາມ 30 04 1975 30 04 2020
ຫໍທົງເຍີດ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020).(ພາບ:TTXVN)

ວາລະສານ ຍຸກສະໄໝ ຂໍຖືເປັນກຽດທີ່ໄດ້ແບ່ງປັນເນື້ອໃນໂທລະເລກອອວຍພອນຄືດັ່ງຕໍ່ໄປນີ້:

ເຖິງ: ສະຫາຍ ເຈົນວັນຕຸ້ຍ, ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ,

ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາແຫ່ງຊາດ,

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,

ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂຶ້ນສູນກາງ.

ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ

45 ປີ (30/04/1976-30/04/202o), ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມມິດຕະພາບ

ລາວ-ຫວຽດນາມ ຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ກໍ່ຄືໃນນາມສ່ວນຕົວ ຂໍສົ່ງຄໍາອວຍພອນໄຊອັນປະເສີດ

ແລະ ໄມຕີຈິດມິດຕະພາບອັນສະໜິດສະໜົມຖານສະຫາຍອ້າຍນ້ອງມາຍັງສະຫາຍ, ຄະນະບໍລິຫານງານສະມາຄົມ

ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ບັນດາສາຂາສະມາຄົມ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກ

ຖ້ວນໜ້າ.

ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າກ່ອນໜ້ານີ້ 45 ປີ ຄືວັນທີ 30 ເມສາ

1975 ໂດຍປະຕິບັດຕາມຄວາມມຸ້ງຫວັງອັນສູງສຸດຂອງປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ພາຍໃຕ້ການນຳພາອັນ

ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະ ດ້ວຍພະລັງແຮງແຫ່ງກ້ອນກໍາລັງສາມັກຄີເປັນປຶກແຜ່ນຂອງ

ທົ່ວປວງຊົນທັງຊາດ, ປະຊາຊົນຫວຽດນາມ ສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ສະຫວ່າງສະໄຫວໃນບັ້ນຮົບ

ໂຮ່ຈິມິນ, ປົດປ່ອຍປະເທດຕົ້ນຢ່າງສົມບູນ ແລະ ສໍາເລັດພາລະກຳໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວ, ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສ, ຖືກຕ້ອງຂອງພັກກອມມູນິດຫວຽດນາມ, ໂດຍສະເພາະ

ແມ່ນ ບັນດາຜົນສໍາເລັດຮອບດ້ານ ໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ, ອັນໄດ້ເຮັດໃຫ້ ສສ

ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ; ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະສູງ

ແລະ ຕໍ່ເນື່ອງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ການປ້ອງກັນຊາດ, ປ້ອງກັນຄວາມ

ສະຫງົບມີຄວາມເຂັ້ມແຂງ; ບົດບາດອົດທະພົນ ແລະ ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ນັບມື້

ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ສໍາລັບປີນີ້, ທັງສອງສະມາຄົມ ເຫັນວ່າ ມີຫຼາຍກິດຈະກຳທີ່ຈະໄດ້ຮ່ວມກັນຈັດ ແຕ່ຈໍາເປັນຕ້ອງໄດ້ໂຈະ ເນື່ອງ

ຈາກວ່າ ສະພາບການໃນທົ່ວໂລກພວມປະເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດຈຸລາໂລກປອດອັກເສບສາຍ

ພັນໃໝ່ COVID-19 ແລະ ທັງສອງປະເທດ ລາວ-ຫວຽດນາມ ຂອງພວກເຮົາ ກໍ່ໄດ້ຮ່ວມມືກັນສຸມໃສ່ການຮັບມື

ແລະ ຕໍ່ຕ້ານກັບພະຍາດດັ່ງກ່າວ ເພື່ອໃຫ້ໝົດໄປຈາກ ສອງປະເທດພວກເຮົາ, ພິເສດ, ສະມາຄົມມິດຕະພາບ ຫວຽດ

ນາມ-ລາວ ຂັ້ນສູນກາງ ກໍ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ

ຕ້ານພະຍາດໂດວິດ – 19 ຢູ່ ສປປ ລາວ ເຊິ່ງລວມມີ ຊູດການແພດ 500 ຊຸດ, ຜ້າອັດປາກການແພດ 17.600 ອັນ

ແລະ ຜ້າອັດປາກທຳມະດາ 1000 ອັນ ລວມເປັນມູນຄ່າ 130 ລ້ານດົງ.

ຂ້າພະເຈົ້າຫວັງວ່າ ໃນໄລຍະຕໍ່ໜ້າ ສອງສະມາຄົມ ຈະສືບຕໍ່ຮ່ວມມື ສ້າງແຜນບັນດາກິດຈະກຳຕ່າງໆ ເພື່ອໃຫ້

ມີຄວາມໝາຍຢ່າງເລິກເຊິ່ງຂື້ນກວ່າເກົ່າ ເພື່ອເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ

ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາ

ຊົນສອງຊາດ ລາວ-ຫວຽດນາມ, ພິເສດແມ່ນສອງສະມາຄົມ ພວກເຮົາຈະໄດ້ໂຄສະນາສຶກສາອົບຮົມແນວຄິດ ແລະ

ປູກຈິດສຳນຶກໃຫ້ແກ່ ປະຊາຊົນບັນດາຊັ້ນຄົນ ຂອງ ສອງປະເທດ ໂດຍສະເພາະແມ່ນຖັນແຖວເຍົາວະຊົນ, ຊາວໜຸ່ມ

ປປລາວ ແລະ ຄົນລຸ້ນຫນຸ່ມ ກ່ຽວກັບມູນເຊື້ອ ແຫ່ງ ການພົວພັນສາມັກຄີ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ

ກັນໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍ່ຄືໄລຍະ ປົກປັກຮັກສາພັດທະນາ ປະເທດຊາດ ແລະ ເປັນເຈົ້າການຖະນຸຖະໜອມ,

ເພີ່ມພູນຄູນສ້າງມູນເຊື້ອແຫ່ງການພົວພັນສາມັກຄີແບບພິເສດອັນບໍລິສຸດຜຸດຜ່ອງ ແລະ ຫາຍາກ ໃນການພົວພັນສາກົນ

ລະຫວ່າງ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າຂໍອວບພອນປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງຍາດໄດ້

ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ແລະ ກ້າວໄປສູ່ການດໍາ

ເນີນກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ໃນຕໍ່ໜ້າຢ່າງມີຜົນສຳເລັດ; ສຶບຕໍ່ຫັນ ສສ ຫວຽດນາມ ເປັນປະເທດ

ອຸດສາຫະກຳຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ,

ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ

ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ດ້ວຍຄວາມນັບຖືຖານສະຫາຍອ້າຍນ້ອງ.

ໂທລະເລກອວຍພອນ ເນ ອງໃນໂອກາດວ ນປ ດປ ອຍພາກໃຕ ແລະ ທ ອນໂຮມປະເທດ ຫວຽດນາມ 30 04 1975 30 04 2020 ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19

ຍສໝ - ໃນຕອນເຊົ້າຂອງວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້່ານກັບ COVID-19. ລວມຍອດມູນຄ່າຂອງຂວັນແມ່ນຂຶ້ນເຖິງ 1 ຕື້ 40 ລ້ານດົ່ງ.

ໂທລະເລກອວຍພອນ ເນ ອງໃນໂອກາດວ ນປ ດປ ອຍພາກໃຕ ແລະ ທ ອນໂຮມປະເທດ ຫວຽດນາມ 30 04 1975 30 04 2020 ກະຊວງການຕ່າງປະເທດໄດ້ນໍາສົ່ງຊາວຫວຽດນາມ 240 ຄົນຈາກປະເທດຝຣັ່ງກັບເມືອປະເທດເພື່ອຫລີກລ້ຽງໂລກລະບາດ COVID-19

ຍສໝ - ແຕ່ວັນທີ 5 - 6/5, 240 ພົນລະເມືອງຫວຽດນາມ, ສ່ວນໃຫຍ່ແມ່ນເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ທີ່ເຈັບເປັນ, ນັກຮຽນທີ່ບໍ່ມີບ່ອນພັກເຊົາຍ້ອນຫໍພັກປິດຈະໄດ້ນຳສົ່ງກັບປະເທດ.

ໂທລະເລກອວຍພອນ ເນ ອງໃນໂອກາດວ ນປ ດປ ອຍພາກໃຕ ແລະ ທ ອນໂຮມປະເທດ ຫວຽດນາມ 30 04 1975 30 04 2020 ສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ປະຊາຊົນແຂວງຕຽນຢາງ

ຍສໝ - ເມື່ອບໍ່ດົນມານີ້, ສູນວັດທະນະທຳພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ປະ ຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບສະພາບການຫຍຸ້ງຍາກຢູ່ແຂວງຕຽນຢາງ. ຂອງຂວັນແຕ່ລະພູດລວມມູນຄ່າ 350.000 ດົ່ງລວມມີ: ຜ້າອັດປາກ, ນໍ້າຢາລ້າງມື, ເຂົ້າສານ, ນ້ຳມັນ...

ໄຊພອນ

ເຫດການ
302 Found

Found

The document has moved here.