ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ

00:00 | 03/10/2024

ຍສໝ - ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດໃຫ້ສຳພາດກ່ຽວກັບໝາກຜົນຂອງກອງປະຊຸມຜ່ານບົດລາຍງານ UPR ຮອບທີ IV ຂອງຫວຽດນາມ.

ປະຊາຄົມໂລກ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ ປະຊາຄົມໂລກ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ
ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

ໃນຂອບເຂດກອງປະຊຸມສະໄໝສາມັນ ເທື່ອທີ 57, ສະພາສິດທິມະນຸດສະຫະປະຊາຊາດໃນວັນທີ 27 ກັນຍາ ໄດ້ຮັບຮອງເອົາໝາກຜົນຂອງການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບທີ IV ສຳລັບຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດໃຫ້ສຳພາດກ່ຽວກັບໝາກຜົນຂອງກອງປະຊຸມຜ່ານບົດລາຍງານ UPR ຮອບທີ IV ຂອງຫວຽດນາມ.

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ
ພາບປະກອບ: ມີງເຈື່ອງ

ຂໍຮຽນທ່ານຮອງລັດຖະມົນຕີ, ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ຮັບຮອງເອົາບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກທົບທວນປະຈຳໄລຍະ (UPR) ຮອບທີ IV ໃນວັນທີ 27 ກັນຍາ ຢູ່ Geneve, ປະເທດສະວິດ. ຂໍທ່ານແບ່ງປັນຕື່ມອີກກ່ຽວກັບໝາກຜົນດັ່ງກ່າວ?

ສະພາສິດທິມະນຸດສະຫະປະຊາຊາດ ຫາກໍ່ຮັບຮອງເອົາບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກ UPR ຮອບທີ IV ຢ່າງເປັນທາງການ. ນີ້ແມ່ນໝາກຜົນຂອງວິວັດການກະກຽມອັນຍາວນານຂອງລັດຖະບານຫວຽດນາມ. ພາຍຫຼັງກອງປະຊຸມປຶກສາຫາລືໃນເດືອນພຶດສະພາ ປີ 2024 ຜ່ານມາ, ກະຊວງການຕ່າງປະເທດໄດ້ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການເພື່ອຕັ້ງໜ້າດຳເນີນການທົບທວນ 320 ຂໍ້ສະເໜີທີ່ໄດ້ຮັບຈາກ 133 ປະເທດຢ່າງລະອຽດ, ເພື່ອລາຍງານຕໍ່ນາຍົກລັດຖະມົນຕີ ເຊັນອະນຸມັດ.

ທີ່ວາລະປະຊຸມໃນວັນທີ 27 ກັນຍາ, ຫວຽດນາມ ໄດ້ປະກາດຂໍ້ຕົກລົງຮັບເອົາ 271 ໃນຈຳນວນ 320 ຂໍ້ສະເໜີທີ່ປະເທດຕ່າງໆຍົກອອກມາ, ບັນລຸລະດັບ 84,7%. ນີ້ແມ່ນອັດຕາຮັບຮອງສູງສຸດຂອງພວກເຮົາໃນສີ່ຮອບວຽນ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ຕໍ່ວິວັດການ UPR, ກໍ່ຄືຢືນຢັນຄວາມປາຖະໜາ ແລະຄວາມຕັດສິນໃຈຂອງຫວຽດນາມ ໃນການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ.

ມີປະມານ 90 ປະເທດ, ອົງການຈັດຕັ້ງສາກົນ ແລະອົງການບໍ່ຂຶ້ນກັບລັດຖະບານຈຳນວນໜຶ່ງເຂົ້າຮ່ວມວາລະປະຊຸມ. ອາດເວົ້າໄດ້ວ່າ ຄຳເຫັນສ່ວນຫຼາຍໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ, ການເຂົ້າຮ່ວມຂອງຄະນະຜູ້ແທນຫວຽດນາມ ໃນການແລກປ່ຽນ, ການເຈລະຈາຢ່າງເປີດອົກເປີດໃຈ, ກົງໄປກົງມາ, ມີຫຼາຍຂໍ້ມູນທີ່ມີປະໂຫຍດ, ຊ່ວຍໃຫ້ປະຊາຄົມໂລກເຂົ້າໃຈສະພາບການຢູ່ຫວຽດນາມ ຫຼາຍກວ່າອີກ.

ເນື່ອງໃນໂອກາດນີ້, ພວກເຮົາກໍ່ໄດ້ອັບເດດຂໍ້ມູນກ່ຽວກັບຄວາມຄືບໜ້າໃໝ່ນັບແຕ່ວາລະເຈລະຈາໃນເດືອນພຶດສະພາຜ່ານມາໃນບັນດາຂົງເຂດ, ຄື: ການກໍ່ສ້າງ, ປັບປຸງລະບອບລະບຽບການນິຕິກຳ, ສືບຕໍ່ຮັບປະກັນບັນດາພື້ນຖານກ່ຽວກັບການເສດຖະກິດ - ສັງຄົມ ເພື່ອຮັບປະກັນສິດທິມະນຸດຢູ່ຫວຽດນາມ ໃຫ້ດີກ່ວາອີກ.

ພ້ອມກັນນັ້ນ, ຄະນະຜູ້ແທນຫວຽດນາມ ກໍ່ມີຄວາມເຫັນປະຕິເສດຖ້ອຍທຳນອງຜິດພາດ, ນຳໃຊ້ຂໍ້ມູນບໍ່ທັນໄດ້ຮັບການກວດກາຢັ້ງຢືນສະແດງໃຫ້ເຫັນຄວາມຄິດຕາຍຕົວກ່ຽວກັບຫວຽດນາມ ໃນຄຳເຫັນຂອງອົງການບໍ່ຂຶ້ນກັບລັດຖະບານຈຳນວນໜ້ອຍທີ່ວາລະປະຊຸມ.

ພວກເຮົາຢືນຢັນຍາມໃດກໍ່ສ້າງສະພາບແວດລ້ອມທີ່ສະດວກ ເພື່ອໃຫ້ປະຊາຊົນເຂົ້າຮ່ວມປະກອບສ່ວນກໍ່ສ້າງນະໂຍບາຍກົດໝາຍ; ຢືນຢັນວ່າ ການປະຕິບັດສິດທິມະນຸດຕ້ອງອີງບົນຄວາມເຄົາລົບກົດໝາຍ, ເຄົາລົບສິດ ແລະຜົນປະໂຫຍດຂອງບຸກຄົນ, ປະຊາຄົມ, ເພື່ອສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງທົ່ວປະເທດ; ເນັ້ນໜັກເຖິງຄວາມຕັດສິນໃຈບໍ່ຜ່ອນສັ້ນຜ່ອນຍາວຕໍ່ບັນດາການກະທຳທີ່ສວຍໃຊ້ສິດເສລີພາບ, ປະຊາທິປະໄຕເພື່ອຊຸກຍູ້ ແລະກໍ່ຄວາມຂາດສະຖຽນລະພາບ.

ຂໍຮຽນທ່ານຮອງລັດຖະມົນຕີ, ຂໍໃຫ້ທ່ານແບ່ງປັນຕື່ມອີກກ່ຽວກັບເນື້ອໃນທີ່ເປັນໜ້າສົນໃຈທີ່ສຸດໃນບົດປາໄສຂອງປະເທດຕ່າງໆທີ່ວາລະປະຊຸມຮັບຮອງເອົາ?

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດ ແລະຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມພິທີ. ພາບ: ກະຊວງການຕ່າງປະເທດ

ສິ່ງສະເທືອນໃຈທີ່ສຸດທີ່ວາລະປະຊຸມ ໃນວັນທີ 27 ກັນຍາ ແມ່ນບັນດາປະເທດ, ບັນດາເພື່ອນມິດສາກົນໄດ້ໃຊ້ເວລາໜ້ອຍໆເຊິ່ງສະພາສິດທິມະນຸດສະຫງວນໃຫ້ບົດກ່າວຄຳປາໄສຂອງຕົນ ເພື່ອສະແດງຄວາມສາມັກຄີ, ແບ່ງປັນຄວາມເຈັບປວດ, ການສູນເສຍທີ່ພາຍຸ ຢາກີ ກໍຂຶ້ນໃຫ້ແກ່ປະຊາຊົນຫວຽດນາມ.

ຄຳປາໄສຂອງບັນດາຜູ້ແທນສະແດງໃຫ້ເຫັນວ່າ ດ້ວຍຄວາມມານະພະຍາຍາມ, ຄໍາໝັ້ນສັນຍາຂອງລັດຖະບານ, ການອອກແຮງງານ, ການຜະລິດຂອງປະຊາຊົນຈະກັບຄືນສູ່ສະພາບປົກກະຕິ, ຜົນຮ້າຍຢ້ອນຫຼັງຈະໄດ້ຮັບການແກ້ໄຂໂດຍໄວ ເພື່ອສືບຕໍ່ທ່າເຕີບໂຕ. ນອກນັ້ນ, ຍັງມີຄວາມເຫັນຕີລາຄາສູງຄວາມໝາຍຂອງຫວຽດນາມ ໃນການດຳເນີນບັນດາການເຄື່ອນໄຫວເຈລະຈາກ່ຽວກັບ UPR ທີ່ສະພາສິດທິມະນຸດຢູ່ນະຄອນ Geneve, ປະເທດສະວິດ ໃນປີ 2024, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ແລະລົງນາມໃນສັນຍາ Geneve ກ່ຽວກັບການຢຸດຕິສົງຄາມ ແລະສ້າງສັນຕິພາບຄືນໃໝ່ຢູ່ອິນດູຈີນ.

ບັນດາປະເທດຍັງມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບຄວາມພະຍາຍາມ ແລະຜົນສຳເລັດຂອງພວກເຮົາໃນຫຼາຍດ້ານເຊັ່ນ: ການຊຸກຍູ້ການພັດທະນາແບບຍືນຍົງ ເພື່ອຮັບປະກັນສິດທິມະນຸດໃຫ້ດີຂຶ້ນ, ມີຫຼາຍມາດຕະການຫຼຸດຜ່ອນຄວາມທຸກຍາກ, ເອົາໃຈໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະປົກປ້ອງກຸ່ມທີ່ມີຄວາມສ່ຽງໄພສູງກວ່າເພິ່ນ... ພ້ອມນັ້ນ, ບາງປະເທດກໍ່ຕີລາຄາວ່າປະເທດເຮົາມີບັນດາບົດຮຽນທີ່ດີກ່ຽວກັບການເຂົ້າຮ່ວມ UPR ຢ່າງມີປະສິດທິຜົນ ແລະສະເໜີວ່າ ພວກເຮົາສືບຕໍ່ແບ່ງປັນບົດຮຽນນັ້ນກັບປະເທດອື່ນໆ.

ຂ້າພະເຈົ້າຖືວ່າ ບັນດາຄວາມເຫັນຕີລາຄາຮອບດ້ານ, ພາວະວິໄສ ແລະຕິດແທດກັບຄວາມຈິງຢູ່ຫວຽດນາມ, ສະແດງໃຫ້ເຫັນບັນດາຄູ່ຮ່ວມມືສາກົນມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ, ເຂົ້າໃຈຢ່າງເລິກເຊິ່ງດ້ວຍຂໍ້ມູນທີ່ອັບເດັດກ່ຽວກັບປະເທດຊາດ, ປະຊາຊົນ, ປະຫວັດສາດ, ວັດທະນະທຳ ແລະການພັດທະນາຂອງຫວຽດນາມ, ສະແດງໃຫ້ເຫັນຖານະບົດບາດ, ອິດທິພົນຊື່ສຽງສາກົນຂອງພວກເຮົາຢູ່ເວທີປາໄສຫຼາຍຝ່າຍ. ນີ້ແມ່ນສິ່ງທີ່ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍໃນໄລຍະຈະມາເຖິງ.

ຂໍໃຫ້ທ່ານຮອງລັດຖະມົນຕີ ແບ່ງປັນຕື່ມອີກກ່ຽວກັບບັນດາບາດກ້າວຕໍ່ໄປຂອງຫວຽດນາມ ເພື່ອປະຕິບັດ 271 ຂໍ້ສະເໜີແນະທີ່ຫວຽດນາມ ປະກາດຮັບຮອງເອົາໃນຮອບທີ IV?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ພວກເຮົາມີບົດຮຽນປະສົບການໃນການຜັນຂະຫຍາຍປະຕິບັດຂໍ້ສະເໜີແນະ UPR ໃນ 3 ຮອບທີ່ຜ່ານມາ. ໃນຮອບທີ IV ນີ້, ກະຊວງການຕ່າງປະເທດ ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການເພື່ອກໍ່ສ້າງ ແລະລາຍງານຕໍ່ນາຍົກລັດຖະມົນຕີ ຮັບຮອງເອົາແຜນການສັງລວມ ແນໃສ່ຜັນຂະຫຍາຍການປະຕິບັດ 271 ຂໍ້ສະເໜີແນະທີ່ໄດ້ຮັບການຮັບຮອງ. ແຜນການສັງລວມນີ້ຈະແບ່ງຄວາມຮັບຜິດຊອບ, ໜ້າທີ່ຢ່າງລະອຽດໃຫ້ແຕ່ລະກະຊວງ, ຂະແໜງການ ແລະອົງການເພື່ອປະຕິບັດຂໍ້ສະເໜີແນະ, ພ້ອມທັງສະເໜີກົນໄກຕິດຕາມ, ຕີລາຄາການປະຕິບັດດັ່ງກ່າວ. ພວກເຮົາກໍ່ວາງແຜນການຈະດໍາເນີນການທົບທວນກາງສະໄໝເພື່ອກໍານົດຄວາມຄືບໜ້າໃນການປະຕິບັດ ແລະບັນດາຂົງເຂດຄວນຍູ້ແຮງຄວາມມານະພະຍາຍາມກວ່າອີກ.

ໃນວິວັດການນີ້, ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະຫະປະຊາຊາດ, ຄູ່ຮ່ວມມືສາກົນ, ບັນດາປະເທດເພື່ອນມິດ ເພື່ອມີບັນດາແຫຼ່ງກຳລັງຊ່ວຍພວກເຮົາສາມາດປະຕິບັດບັນດາຂໍ້ສະເໜີແນະດັ່ງກ່າວໃຫ້ດີທີ່ສຸດ.

ຂໍຂອບໃຈທ່ານຮອງລັດຖະມົນຕີ!

ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ

ຍສໝ - ທ່ານພົນຈັດຕະວາ ໂຄງວັນມິງ ຮຽກຮ້ອງໃຫ້ບັນດາຄູອາຈານຄວນເລືອກເອົາວິທີການສຶກສາແບບກະທັດລັດ, ເຂົ້າໃຈງ່າຍ, ຈື່ຈຳງ່າຍ; ສຸມໃສ່ເຮັດແຈ້ງບັນດາເນື້ອໃນພື້ນຖານ, ພິເສດແມ່ນຮູບການ, ວິທີການ, ຂັ້ນຕອນການຈັດຕັ້ງດຳເນີນວຽກງານຫ້ອງການ, ວຽກງານຂົນຂວາຍປະຊາຊົນ, ວຽກງານນະໂຍບາຍ ແລະເຕັກນິກການພິມ ໃນກອງທັບປະຊາຊົນຫວຽດນາມ ເພື່ອສາມາດນໍາໃຊ້ເຂົ້າໃນການເຄື່ອນໄຫວຕົວຈິງຂອງແຕ່ລະອົງການ, ກົມກອງຢ່າງມີປະສິດທິຜົນ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ  ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ

ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫງວຽນກວາງຄາຍ ອະດີດຫົວໜ້າກົມອາຊີຕາເວັນຕົກ - ອາຟະລິກາ, ກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳລາດຊະອານາຈັກ ອາຣັບ ເອມີເຣດ UAE, ອີຣັກ ແລະ ບາງປະເທດຕາເວັນອອກກາງ ໃຫ້ຂໍ້ມູນກ່ຽວກັບສະຖານະການທີ່ສັບສົນຢູ່ພາກພື້ນຕາເວັນອອກກາງ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.