ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ: ຂົວຕໍ່​ສັນ​ຕິ​ພາບ​ໃນ​ການ​ທູດ​ປະ​ຊາ​ຊົນ

22:28 | 02/10/2024

ຍສໝ - ດ້ວຍປະຫວັດສາດອັນຍາວນານ, ມູນເຊື້ອ ແລະ ຄຸນຄ່າທາງດ້ານວັດທະນະທຳສາສະໜາທີ່ອຸດົມສົມບູນ, ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ບໍ່ພຽງແຕ່ແມ່ນອົງການສາສະໜາທີ່ມີໜ້າທີ່ເຜີຍແຜ່ພະທຳເທົ່ານັ້ນ ຫາກຍັງເປັນຂົວຕໍ່ທີ່ສຳຄັນໃນວຽກງານການທູດປະຊາຊົນ, ຊຸກຍູ້​ການ​ພົວພັນ​ມິດຕະພາບລະຫວ່າງ​ ຫວຽດນາມ ​ແລະ ປະຊາ​ຄົມສາກົນ.

ຄະ​ນະ​​ສັນ​ຕິ​ພາບ​ຫວຽດ​ນາມ ແລະ​ຄະ​ນະ​ສັນ​ຕິ​ພາບ ​ແລະ​ສາ​ມັກ​ຄີຂອງລາວ ​ໄດ້​ຈັດຕັ້ງກອງປະຊຸມພົບປະ
ນ້ຳໃຈມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ-ນິກາຣາກວາ ແມ່ນ​ພື້ນ​ຖານ​ຊຸກ​ຍູ້​ການ​ພົວ​ພັນ​ສອງຝ່າຍ

​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ເຂົ້າ​ຮ່ວມ​ບັນດາ​ອົງການ​ມິດຕະພາບ​ປະຊາຊົນຢ່າງຕັ້ງໜ້າ

ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ໄດ້ສ້າງການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບຫຼາຍອົງການພຸດທະສາສະໜາທົ່ວໂລກ ແລະ ເຂົ້າຮ່ວມບັນດາເວທີປາໄສສາກົນຢ່າງຕັ້ງໜ້າ, ກາຍເປັນຜູ້ກໍ່ຕັ້ງ ແລະ ສະມາຊິກຫຼັກແຫຼ່ງຂອງບັນດາອົງການຈັດຕັ້ງສຳຄັນຄື ສະມາຄົມພຸດທະສາສະໜາສຳພັນໂລກ (WFB), ເວທີປາໄສພຸດທະສາສະໜາອາຊີ ເພື່ອສັນຕິພາບ (ABCP), ສະຫະພັນພຸດທະສາສະໜາໂລກ (IBC) ແລະ ຄະນະກຳມະການຈັດຕັ້ງສາກົນ ວັນບຸນໃຫຍ່ Vesak ສະຫະປະຊາຊາດ (ICDV).

ບັນດາການພົວພັນເຫຼົ່ານີ້ບໍ່ພຽງແຕ່ຊຸກຍູ້ການແລກປ່ຽນທາງສາສະຫນາເທົ່ານັ້ນ, ຫາກຍັງມີບົດບາດສໍາຄັນໃນການເຄື່ອນໄຫວທາງການທູດປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີລະຫວ່າງບັນດາຊາດ, ພິເສດແມ່ນພາກພື້ນອາຊີຕາເວັນອອກສຽງໃຕ້, ອາຊີໃຕ້ ແລະ ອາຊີຕາເວັນອອກ. ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ກໍ່ຮັກສາການພົວພັນມິດຕະພາບກັບບັນດາອົງການພຸດທະສາສະໜາຢູ່ ລາວ, ກຳປູເຈຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ສີລັງກາ, ອິນເດຍ…, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ຄຽງ​ຂ້າງ​ນັ້ນ, ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ກໍ່​ເຂົ້າ​ຮ່ວມ​ບັນດາ​ອົງການ​ມິດຕະພາບ​ປະຊາຊົນຢ່າງຕັ້ງໜ້າ​ຄື ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ... ບັນດາ​ຜູ້​ຕາງ​ໜ້າ​ຂອງ​ສະມາຄົມພຸດທະສາສະໜາ ໄດ້​ມີ​ບົດບາດ​ເປັນ​ຂົວ​ຕໍ່ໃນການ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງປະ​ຊາ​ຊົນ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ, ໂດຍຜ່ານ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະ​ຊາ​ຊົນ, ຈັດ​ຕັ້ງ​ຫຼາຍເຫດການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ພຸດ​ທະ​ສາ​ສະ​ໜາ​ສາ​ກົນ.

ຂີດໝາຍຈາກການຈັດຕັ້ງວັນບຸນໃຫຍ່ Vesak ສະຫະປະຊາຊາດ ຢ່າງສຳເລັດຜົນ.

ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ: ຂົວຕໍ່​ສັນ​ຕິ​ພາບ​ໃນ​ການ​ທູດ​ປະ​ຊາ​ຊົນ

ພິທີສົງພະ​ພຸດ​ທະ​ເຈົ້າທີ່ Vesak 2014 ຢູ່ ຫວຽດນາມ. (ພາບ: ໜັງສືພິມ VnExpress)

ພິ​ເສດ, ວັນບຸນໃຫຍ່ Vesak 2019 ໄດ້​ຈັດ​ຂຶ້ນ​ຢູ່​ວັດ ຕ່່າມຈຸກ, ແຂວງ ຮ່າ​ນາມ ຫວຽດນາມ ດ້ວຍ​ຫົວ​ຂໍ້ “ວິທີເຂົ້າເຖິງຂອງພຸດ​ທະ​ສາ​ສະ​ໜາກ່ຽວກັບການຊີ້​ນຳ​ທົ່ວ​ໂລກ ແລະ ຄວາມຮັບຜິດຊອບໃນການແບ່ງ​ປັນເພື່ອສັງ​ຄົມ​ແບບ​ຍືນ​ຍົງ” ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ຮູບພາບປະ​ເທດຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໄປເຖິງເພື່ອນ​ມິດສາ​ກົນ. ​ເຂົ້າ​ຮ່ວມ​ເຫດການ​ມີ​ປະມຸກລັດ ແລະ ບັນດາການ​ນຳ​ອົງການສາກົນຫຼາຍທ່ານ ໄດ້​ສະ​ແດງ​ໃຫ້​ເຫັນ​ອິດ​ທິພົນ​​ຂອງ​ຫວຽດນາມ ຕໍ່ສາກົນໃນ​ຂົງ​ເຂດ​ການ​ທູດ​ທາງ​ສາສະໜາ.

ຜົນສຳເລັດຂອງວັນບຸນໃຫຍ່ Vesak ບໍ່ພຽງແຕ່ໄດ້ແນະນຳຄຸນຄ່າທາງດ້ານຈິດໃຈຂອງພຸດທະສາສະໜາ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນໃນການຍົກສູງອິດທິພົນ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນປະຊາຄົມສາກົນ, ພິເສດແມ່ນໃນຂົງເຂດການທູດປະຊາຊົນ.

ວຽກງານການກຸສົນສາກົນ ແລະ ການທູດປະຊາຊົນ

ຈິດ​ໃຈເມດຕາປານີ​ຂອງ​ພຸດທະ​ສາສະໜາ​ຫວຽດນາມ ບໍ່​ຈຳ​ກັດ​ຢູ່​ໃນ​ທົ່ວ​ປະ​ເທດເທົ່ານັ້ນ ຫາກຍັງ​ແຜ່​ລາມ​ອອກ​ໄປ​ຢ່າງ​ກວ້າງຂວາງ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວການ​ກຸສົນ​ສາກົນ. ໃນ​ໄລຍະ​ໂລກລະບາດໂຄ​ວິດ-19, ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ໄດ້​ໜູນ​ຊ່ວຍອຸປະກອນ​ດ້ານ​ການ​ແພດ ​ແລະ ການເງິນ​ໃຫ້ ອິນ​ເດຍ, ລາວ, ກຳປູ​ເຈຍ ​ແລະ ສີ​ລັງກາ, ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ນີ້ ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ສະ​ແດງອອກນ້ຳໃຈເມດຕາປານີ​​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງນ້ຳໃຈ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງອີກດ້ວຍ, ຍົກສູງທີ່ຕັ້ງດ້ານມະນຸດສະທຳ​ຂອງ​ ຫວຽດນາມ ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດ​ສາກົນ.

ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ: ຂົວຕໍ່​ສັນ​ຕິ​ພາບ​ໃນ​ການ​ທູດ​ປະ​ຊາ​ຊົນ

ການ​ສິດ​ສອນ​ສໍາ​ລັບ​ນັກ​ຮຽນ​ທີ່​ພັກເຊົາຢູ່​ໃນ​ວັດ​. (ພາບ: VOV)

ນອກຈາກ​ນັ້ນ, ຢູ່​ບັນດາ​ທ້ອງ​ຖິ່ນ, ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ຍັງ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວການ​ກຸສົນ​ຫຼາຍ​ຢ່າງ, ໜູນ​ຊ່ວຍບັນດາກຸ່ມຊົນເຜົ່າສ່ວນໜ້ວຍ ແລະ ຊຸມ​ຊົນ​ດ້ອຍ​ໂອກາດ. ບັນດາ​ເຫດການ​ຄື ພິ​ທີກຳວູລານ, ບຸນປີໃໝ່ປະຈຳຊາດຫວຽດນາມ, ວັນບຸນໃຫຍ່ Vesak, ພ້ອມກັນກັບບັນດາ​ໂຄງການກວດ ​ແລະ ປິ່ນປົວ​ພະຍາດໂດຍ​ບໍ່​ເສຍ​ຄ່າ, ກໍ່ສ້າງ​ຂົວ, ເສັ້ນທາງ​ຢູ່​ເຂດຫ່າງໄກ​ສອກ​ຫຼີກ​ ໄດ້​ກາຍ​ເປັນ​ຂົວ​ຕໍ່ເພື່ອ​ຊ່ວຍ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ ​ແລະ​ ການ​ຮ່ວມ​ມື​ສາ​ກົນ.

ການສົນທະນາລະຫວ່າງສາສະໜາ ​ແລະ​ ການ​ແລກ​ປ່ຽນ​ສາ​ກົນ

ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​​ສົນທະນາລະຫວ່າງສາສະໜາ ແລະ ວັດທະນະທຳ​ສາກົນຢ່າງຕັ້ງໜ້າ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ຄື ການສົນທະນາສາສະໜາ ​ແລະ ວັດທະນະທຳ ອາ​ຊຽນ, ການສົນທະນາລະຫວ່າງສາສະໜາ ອາຊີ - ​ເອີ​ລົບ ແລະ ການສົນທະນາສາສະໜາລະຫວ່າງສາສະໜາ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ບັນດາ​ການ​ເຄື່ອນ​ໄຫວນີ້ ​ໄດ້​ຊ່ວຍ​ໃຫ້ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ເຜີຍ​ແຜ່​ສານກ່ຽວກັບສັນຕິພາບ, ຄວາມ​ຮັກ​ແພງ ​ແລະ ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​ໃນ​ປະຊາ​ຄົມ​ສາກົນ.

​ໃນອtນາຄົດ, ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາການ​ເຄື່ອນ​ໄຫວ​ທາງການທູດ, ພິ​ເສດ​ແມ່ນ​ການ​ເປັນເຈົ້າພາບຈັດ​ຈັດ​ຕັ້ງ​ວັນບຸນໃຫຍ່ Vesak ສະຫະປະຊາຊາດປີ 2025 ຢູ່ ​ນະຄອນໂຮ່ຈີ​ມິນ. ນີ້​ແມ່ນ​ໂອກາດ​ອັນ​ໃຫຍ່ຫຼວງເພື່ອ​ໃຫ້​ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຕົນ, ປະກອບສ່ວນ​ຍົກ​ສູງ​ຮູບພາບ​ຂອງ​ ຫວຽດນາມ ​ໃນ​ເວທີ​ສາກົນ.

ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ

ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ

ຍສໝ - ແຫຼ່ງບັນດານໃຈຂອງທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງ ອະດີດ ກັບ ອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ.

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ຍສໝ - ປະຊາຊົນ​ສອງ​ປະ​ເທດ​ ແມ່ນ​ປັດ​ໄຈ​​ຢ່າງໝັ້ນແກ່ນຂອງ​ສາຍ​ພົວພັນ​ມິດຕະພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ, ໝັ້ນແກ່ນ ​ແລະ ສາຍ​ພົວພັນ​ມິດແບບ​ພິ​ເສດລະຫວ່າງ ຫວຽດນາມ ​- ລັດ​ເຊຍ

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.