ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

18:46 | 16/09/2024

ຍສໝ - ອົງການ UNICEF ໄດ້ສະໜອງອຸປະກອນໃນຂະແໜງນ້ຳເພື່ອໜູນຊ່ວຍບັນດາຄົວເຮືອນ, ໂຮງໝໍ, ຮາກຖານສາທາລະນະສຸກ ແລະ ໂຮງຮຽນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກພາຍຸ Yagi.

ການນຳລາວ ຢື້ຢາມຖາມຂ່າວ ຫວຽດນາມ ກ່ຽວກັບພາຍຸເລກທີ 3 (Yagi)
ທະຫານເຮືອ ເຂດ 1 ກຽມພ້ອມຈັດ​ຕັ້ງ​ການ​ຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ

ກອງ​ທຶນ​ເດັກ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (UNICEF) ໄດ້​ຂົນ​ສົ່ງເມັດຕອງນ້ຳ 80.000 ເມັດຢ່າງຮີບດ່ວນ ​ໄປ​ໃຫ້​ສູນຄວບຄຸມພະ​ຍາດ​ແຂວງ ໄທ​ງວຽນ; ນ້ຳ 4.000 ລິດ ມອບໃຫ້ໂຮງໝໍແຂວງ ລາວກາຍ ເພື່ອຮັບປະກັນການສະໜອງນ້ຳດື່ມໃຫ້ແກ່ປະຊາຊົນ 800 ຄົນ. ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ, ອົງການ UNICEF ຈະ​ສະໜອງເມັດຕອງນ້ຳ, ອ່າງເກັບນ້ຳ, ເຄື່ອງກັ່ນຕອງດິນເຜົາ, ນ້ຳຢາງລ້າງມືແບບແຫ້ງ ແລະ ສະບູ ໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ເພື່ອແຈກຢາຍໃຫ້ບັນດາຄົວເຮືອນ, ໂຮງຮຽນ ແລະ ຮາກຖານສາທາລະນະສຸກຢູ່ບັນດາແຂວງ ອຽນບ໋າຍ ແລະ ລາວກາຍ.

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ທ່ານນາງ Silvia Danailov - ຫົວໜ້າຄະນະຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ

ທ່ານນາງ Silvia Danailov - ຫົວໜ້າຄະນະຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ - ໃຫ້ຮູ້ວ່າ “UNICEF ໃຫ້ຄຳໝັ້ນສັນຍາຈະສະໜອງການໜູນຊ່ວຍຢ່າງຮີບດ່ວນ ແລະ ຍືນຍົງໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອຮັບປະກັນໃຫ້ເດັກນ້ອຍ ແລະ ຄອບຄົວໄດ້ເຂົ້າເຖິງບັນດາການບໍລິການທີ່ຈຳເປັນ. ພວກຂ້າພະເຈົ້າ ໄດ້ເລີ່ມແຈກຢາຍບັນດາເຄື່ອງຊ່ວຍເຫຼືອ ແລະ ພວມລະດົມທຸກແຫຼ່ງກຳລັງໃຫ້ແກ້ໄຂຄວາມຕ້ອງການອັນຮີບດ່ວນໃນຈໍານວນຫຼວງຫຼາຍ. ເດັກນ້ອຍຈໍານວນຫຼາຍ ຂາດການເຂົ້າເຖິງນໍ້າສະອາດ, ສຸຂາພິບານ, ການດູແລສຸຂະພາບ ແລະ ການສຶກສາ. ພວກເຮົາຕ້ອງປະຕິບັດຢ່າງວ່ອງໄວເພື່ອຟື້ນຟູການບໍລິການທີ່ຈໍາເປັນເຫຼົ່ານີ້. ຄວາມເສຍຫາຍທີ່ເກີດຈາກພະຍຸYagi ເທື່ອນີ້ ໄດ້ເຕືອນພວກເຮົາກ່ຽວກັບຜົນກະທົບຂອງເຫດການສະພາບອາກາດທີ່ຮ້າຍແຮງຕໍ່ເດັກນ້ອຍ, ໃນສະພາບການທີ່ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນ".

ເກືອບ 19 ລ້ານຄົນ, ລວມມີເດັກນ້ອຍ 5,5 ລ້ານຄົນ, ທີ່ດຳລົງຊີວິດຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຄື: ລາວກາຍ, ຕວຽນກວາງ, ກາວບັ່ງ, ອຽນບ໋າຍ, ກວາງນິງ, ຫາຍຟ່ອງ, ຮ່າໂນ້ຍ, ໄທບິ່ງ, ຫາຍເຢືອງ, ຮວ່າບິ່ງ, ໄທງວຽນ ແລະ ຟູເຖາະ. ພາຍຸ​ຮຸນ​ແຮງ Yagi ​ໄດ້​ທຳລາຍ 26 ​ແຂວງ​ທາງ​ພາກ​ເໜືອ, ​ເຮັດ​ໃຫ້ 324 ຄົນ​ເສຍ​ຊີວິດ ຫຼື ຫາຍ​ສາບ​ສູນ, ໃນ​ນັ້ນ​ມີ​ເດັກນ້ອຍ 24 ຄົນ. ຄາດ​ຄະ​ເນ​ວ່າ​ ພາຍຸ​ດັ່ງກ່າວ​​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ເຮືອນ 141.469 ຫຼັງ, ຮາກຖານສາທາລະນະສຸກ 550 ​ແຫ່ງ ​ແລະ ​ໂຮງຮຽນ 805 ​ແຫ່ງ. ປະມານ 400.000 ຄົວເຮືອນ ບໍ່ມີນ້ຳໃຊ້. ເດັກນ້ອຍປະມານ 2 ລ້ານຄົນ ບໍ່ໄດ້ເຂົ້າເຖິງການເຂົ້າເຖິງການສຶກສາ, ການໜູນຊ່ວຍດ້ານຈິດໃຈ ແລະ ໂຄງການໂພຊະນາການໃນໂຮງຮຽນຖືກຂາດວັກຂາດຕອນ.

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ເຄື່ອງຊ່ວຍເຫຼືອຂອງອົງການ UNICEF,

​ເພື່ອ​ໜູນ​ຊ່ວຍບັນດາການຮັບມືຢ່າງຂ້ຽວຂາດ ແລະ ມີປະສິດທິຜົນຂອງ​ລັດຖະບານ​ ຫວຽດນາມ ຕໍ່​ໄພ​ທຳ​ມະ​ຊາດ​ຄັ້ງ​ນີ້, ອົງການ UNICEF ​ໃຫ້​ບຸລິມະສິດ​ບັນດາການຍື່ນມືເຂົ້າຊ່ວຍເຫຼືອ ລວມມີ:

- ສະໜອງມາດຕະການແກ້ໄຂນ້ຳ, ອຸປະກອນສຸຂະ​ອະນາໄມ ​ແລະ ການ​ເກັບ​ນ້ຳ​ທີ່​ປອດ​ໄພ​ໃຫ້​ແກ່​ຄອບຄົວ, ຮາກຖານສາທາລະນະສຸກ ​ແລະ ​ໂຮງຮຽນ.

- ຂົນສົ່ງອຸປະກອນການແພດຢ່າງຮີບດ່ວນ, ລວມມີ ວັກຊີນ, ຜະລິດຕະພັນປິ່ນປົວການຂາດສານອາຫານ, ເມັດເພີ່ມທາດບຳລຸງ ແລະ ຊຸດເຄື່ອງອະນາໄມສ່ວນຕົວ ໃຫ້ແກ່ສູນກາງສາທາລະນະສຸກໃນເຂດທີ່ປະສົບກັບຜົນກະທົບຢ່າງໜັກໜ່ວງ.

- ໜູນຊ່ວຍໂຮງຮຽນໂດຍການສ້າງຕັ້ງເຂດການສອນ-ການຮຽນຊົ່ວຄາວ; ສະໜອງອຸປະກອນໂຮງຮຽນ, ພ້ອມກັນນັ້ນ ກໍ່ຊ່ວຍເຫຼືອທາງດ້ານຈິດໃຈໃຫ້ແກ່ເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

- ສະໜອງອຸປະກອນທີ່ຈຳເປັນ - ລວມມີເອກະສານຊ່ວຍເຫຼືອທາງດ້ານຈິດໃຈ, ເຄື່ອງມືການສຶກສາ, ເຄື່ອງໃຊ້ອະນາໄມ ແລະ ຜະລິດຕະພັນດູແລສຸຂະພາບຂັ້ນພື້ນຖານ - ໃຫ້ແກ່ເດັກນ້ອຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ.

- ຊ່ວຍເຫຼືອດ້ານການເງິນໃຫ້ແກ່ຄອບຄົວທີ່ຖືກຄວາມສ່ຽງງ່າຍ, ພິເສດແມ່ນບັນດາຄອບຄົວທີ່ມີເດັກນ້ອຍ ແລະ ແມ່ຍິງຖືພາ, ຊ່ວຍໃຫ້ເຂົາເຈົ້າຕອບສະໜອງຄວາມຕ້ອງການອັນຮີບດ່ວນ ແລະ ຟື້ນຟູໄດ້ໄວຂຶ້ນພາຍຫຼັງໄພພິບັດ.

ອົງການ UNICEF ພວມລະດົມແຫຼ່ງທຶນທັງໝົດເພື່ອຮັບປະກັນການຊ່ວຍເຫລືອຢ່າງຮີບດ່ວນ ແລະ ທັນເວລາ. UNICEF ຕ້ອງການເງິນປະມານ 11 ລ້ານ USD ເພື່ອຊ່ວຍເຫຼືອເດັກນ້ອຍທີ່ຖືກຄວາມສ່ຽງງ່າຍທີ່ສຸດ. ເມື່ອຜົນກະທົບຂອງພະຍຸໄດ້ສະຖິຕິຢ່າງຄົບຖ້ວນກ່ວາ, ບັນດາແຫຼ່ງຊັບພະຍາກອນຈະຕ້ອງສືບຕໍ່ລະດົມເພື່ອຕອບສະຫນອງຄວາມຕ້ອງການອັນຮີບດ່ວນຂອງເດັກນ້ອຍ ແລະ ຄອບຄົວໃນເຂດທີ່ຖືກຜົນກະທົບ.

ອາຊີ ສຸມກຳລັງແຮງເຂົ້າໃນການ​ກູ້​ໄພ, ຮັບ​ມື​ກັບ​ພາຍຸ​ Yagi

ອາຊີ ສຸມກຳລັງແຮງເຂົ້າໃນການ​ກູ້​ໄພ, ຮັບ​ມື​ກັບ​ພາຍຸ​ Yagi

ຍສໝ - ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ Yagi ແມ່ນ ຈີນ, ຫວຽດນາມ, ລາວ, ກຳປູ​ເຈຍ, ​ໄທ ພວມຮັບ​ມື​ກັບ​ພາຍຸຢ່າງ​ຮີບ​ດ່ວນ, ກະກຽມບັນດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ວຽກ​ງານ​ກູ້​ໄພ.

ພາຍຸ Yagi ພັດຖະຫຼົ່ມນະຄອນ ຫາຍຟ່ອງ ແລະ ແຂວງກວາງນີງ ດ້ວຍແຮງລົມລະດັບ 13

ພາຍຸ Yagi ພັດຖະຫຼົ່ມນະຄອນ ຫາຍຟ່ອງ ແລະ ແຂວງກວາງນີງ ດ້ວຍແຮງລົມລະດັບ 13

ຍສໝ - ຕອນທຽງວັນທີ 7 ກັນຍາ ພາຍຸ Yagi ໄດ້ພັດເຂົ້າເຂດກວາງນິງ, ນະຄອນ ຫາຍຟ່ອງ, ພາໃຫ້ເກີດຝົນຕົກໜັກ, ລົມແຮງລະດັບ 11-12, ແລະ ແຮງລົມສູນກາງພາຍຸລະດັບ13, ຄວາມໄວລົມ ສູງສຸດປະມານ 133 ກິໂລແມັດ ຕໍ່ຊົ່ວໂມງ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.