ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19

15:57 | 11/10/2023

ຍົກສູງປະສິດທິຜົນການສົມທົບຄຸ້ມຄອງໄພທໍາມະຊາດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສູນ AHA

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ສູນ​ກາງ​ຊາວ​ໜຸ່ມ ສ​ສ. ຫ​ວຽດ​ນາມ​ສືບ​ຕໍ່​ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ສູນ​ກາງ​ຊາວ​ໜຸ່ມ ສ​ສ. ຫ​ວຽດ​ນາມ​ສືບ​ຕໍ່​ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ໃນຂອບເຂດກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການຄຸ້ມຄອງ ໄພທຳມະຊາດ (ACDM) ຄັ້ງທີ 11 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ດໍາເນີນມາແຕ່ວັນທີ 9 ຫາວັນທີ 13 ຕຸລາ ຢູ່ນະຄອນຮະລອງ, ແຂວງກວ໋າງນິງ, ໃນວັນທີ 10 ຕຸລານີ້ໄດ້ດຳເນີນກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19.

ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19

ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າ ACDM ຫວຽດນາມ, ທ່ານນາງ ດວ່ານທິຕວ໊ຽດງາ, ຫົວໜ້າຫ້ອງການຮ່ວມມືສາກົນ ແລະວິທະຍາສາດເຕັກໂນໂລຢີ (ກົມຄຸ້ມຄອງລະບົບຄັນຄູ ແລະປ້ອງກັນ, ຕ້ານໄພທຳມະຊາດ, ກະຊວງກະສິກໍາ ແລະພັດທະນາຊົນນະບົດ).

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆເຊິ່ງລວມມີ: ການອັບເດດຄວາມຄືບໜ້າການເຄື່ອນໄຫວຂອງສູນ AHA; ວຽກງານບູລະນະ ແລະພັດທະນາອົງການຈັດຕັ້ງຂອງສູນ; ສະພາບການເງິນ ແລະງົບປະມານການເຄື່ອນໄຫວປະຈຳປີ; ການຕົກລົງຮັບຮອງເອົາການໜູນຊ່ວຍຈາກບັນດາຄູ່ຮ່ວມມືເຈລະຈາອາຊຽນ ແລະບັນດາຄູ່ຮ່ວມມືຂອງສູນ.

ສະຫຼຸບກອງປະຊຸມ, ໃນຖານະເປັນປະທານ ACDM ໃນປີ 2023, ທ່ານນາງ ດວ່ານທິຕວ໊ຽດງາ ໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາຂອງສູນ AHA, ກໍ່ຄືການຮ່ວມມື, ສົມທົບຂອງບັນດາສະມາຊິກໃນຄະນະບໍລິຫານ, ຄະນະຜູ້ອໍານວຍການ ແລະພະນັກງານ ສູນ AHA, ກອງເລຂາອາຊຽນ ແລະອົງການປ້ອງກັນ, ຕ້ານໄພພິບັດ ທໍາມະຊາດຂອງບັນດາປະເທດອາຊຽນ ໃນການເຄື່ອນໄຫວຂອງສູນ. ພ້ອມທັງ ສົ່ງເສີມບັນດາປະເທດສະມາຊິກເຂົ້າຮ່ວມ ການເຄື່ອນໄຫວກັບສູນ AHA ຢ່າງຕັ້ງໜ້າ, ສືບຕໍ່ແລກປ່ຽນບົດຮຽນ, ຄວາມຮູ້ອັນລໍ້າຄ່າ, ແບ່ງປັນພຶດຕິກຳຕົວຈິງດີທີ່ສຸດ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ມຸ່ງໄປສູ່ການສ້າງປະຊາຄົມອາຊຽນໃຫ້ ແຂງແກ່ນ ແລະ ມີຄວາມເມດຕາກະລຸນນາກວ່າເກົ່າ.

ບູນມີ

ເຫດການ
302 Found

Found

The document has moved here.