ຫວຽດນາມ ພະຍາຍາມ​ປັບປຸງລະບົບ​ນະ​ໂຍບາຍ ​ແລະກົດໝາຍ​ກ່ຽວກັບສິດທິ​ມະນຸດ​​ໃຫ້ສົມບູນແບບ

13:47 | 14/10/2024

ຍສໝ - ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກຢ່າງຕັ້ງໜ້າໃນສະ​ພາ​ສິດ​ທິ​ມະ​ນຸດ ​ສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ ໄດ້ປັບປຸງ​ຄຳ​ໝັ້ນ​ສັນ​ຍາໃນການປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດຢ່າງບໍ່ຢຸດຢັ້ງ ໂດຍຜ່ານ​ບັນດາການພະຍາຍາມ​ເຮັດ​ລະບົບ​ນະ​ໂຍບາຍ ​ແລະ ກົດໝາຍ​ໃຫ້ສົມບູນແບບ. ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປົກປ້ອງ ແລະ ຊຸກຍູ້​ສິດທິ​ມະນຸດ​ຢູ່ ຫວຽດນາມ ຕາມກົນໄກກວດກາ​ຄືນປະຈຳໄລຍະສັງລວມດ້ານສິດທິມະນຸດ (UPR) ຮອບວຽນທີ IV ຂອງ​ສະພາ​ສິດທິ​ມະນຸດ​ ສະຫະ​ປະຊາ​ຊາດ ໂດຍກະຊວງ​ການ​ຕ່າງປະ​ເທດ ປະກາດໄດ້ເນັ້ນ​ໜັກ​ເຖິງ​ບັນດາ​ຜົນງານ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ນີ້, ພິ​ເສດ​ແມ່ນ​ບັນດາ​ນະ​ໂຍບາຍ, ກົດໝາຍ​ທີ່ປະກາດໃຊ້ ເພື່ອປົກປ້ອງ​ສິດທິ​ຂອງ​ບັນດາກຸ່ມຄົນທີ່ຖືກຄວາມສ່ຽງງ່າຍ ແລະ ສິດ​ທິຂອງ​ຜູ້ອອກແຮງ​ງານ, ພ້ອມກັນນັ້ນ ກໍ່ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ.

3 ຂໍ້​ສະ​ເໜີ​ຂອງ VASEA ​ແນ​ໃສ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍທອດ​ເຕັກ​ໂນ​ໂລ​ຢີໃຫ້ ​ຫວຽດນາມ
ຂໍ້​ມູນ​ກ່ຽວ​ກັບ​ຈຸດ​ໃໝ່​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວສຳລັບຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ

ຮັບປະກັນສິດທິມະນຸດຢ່າງຮອບດ້ານ

​ໃນຮອບ​ວຽນກວດກາ​ຄືນ UPR ກ່ອນນີ້, ຫວຽດນາມ ສືບ​ຕໍ່​ໄດ້​ອັບເດດ, ສ້າງບັນດາລະບົບ​ນະ​ໂຍບາຍ ​ແລະ ກົດໝາຍ​ໃຫ້ສົມບູນແບບເພື່ອ​ຮັບປະກັນ​ສິດທິ​ມະນຸດ​ໃຫ້​ປະຊາຊົນ​ທຸກ​ຄົນ, ເໝາະສົມກັບບັນດາຄຳ​ໝັ້ນ​ສັນຍາ​ສາກົນ​ທີ່ ຫວຽດນາມ ​ໄດ້​ລົງ​ນາມ. ໜຶ່ງໃນບັນດາຈຸດທີ່ປະກາຍແຈ້ງ​ແມ່ນ​ການປະກາດໃຊ້ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ 2021-2030 ​ແລະ ແຜນ​ການພັດທະນາ​ເສດຖະກິດ-ສັງຄົມ 2021-2025. ຫວຽດນາມ ວາງເປົ້າໝາຍກາຍ​ເປັນ​ປະ​ເທດ​ພວມພັດທະນາ, ມີ​ອຸດສາຫະກຳ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານກາງສູງ​ໃນ​ປີ 2030 ​ແລະ ກາຍເປັນປະ​ເທດ​ພັດທະນາ, ມີ​ລາຍ​ຮັບ​ສູງ​ໃນ​ປີ 2045.

ພິ​ເສດ, ຫວຽດນາມ ​ໄດ້​ປະກາດໃຊ້ຫຼາຍ​ນະ​ໂຍບາຍທີ່ມຸ່ງໄປເຖິງການຮັບປະກັນສະຫວັດດີ​ການ​ສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ບັນດາ​ກຸ່ມຄົນທີ່ຖືກຄວາມສ່ຽງງ່າຍ, ລວມມີຜູ້​ອາຍຸສູງ, ຄົນ​ພິການ, ​ເດັກນ້ອຍ ​ແລະ ຜູ້​ມີ​ຄຸນງາມຄວາມດີ. ໂຄງການຍົກສູງຄຸນ​ນະພາ​ບການ​ປົກ​ປ້ອງ, ເບິ່ງແຍງດູແລ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ຜູ້​ອາຍຸສູງ, ​ເດັກນ້ອຍ, ຄົນ​ພິການ ​ແລະ ບັນດາເປົ້າໝາຍ​ທີ່​ຕ້ອງການ​ການ​ຊ່ວຍ​ເຫລືອ​ສັງຄົມ ​ໄລຍະ 2021-2030 ໂດຍນາຍົກລັດຖະມົນຕີໄດ້ອະນຸມັດ, ​ໃນ​ເດືອນ​ພະຈິກ 2021, ເຊິ່ງເປັນຫຼັກຖານພະຍານແບບຢ່າງ. ໂຄງ​ການ​ນີ້​ ໄດ້ວາງເປົ້າໝາຍ​ເພື່ອ​ຮັບປະກັນປະ​ຊາ​ຊົນ​ຫມົດທຸກຄົນ, ພິເສດເເມ່ນບັນດາເປົ້າໝາຍທີ່ຖືກຄວາມສ່ຽງງ່າຍ ລ້ວນແຕ່ມີການເຂົ້າເຖິງບັນດາການບໍລິການເບິ່ງແຍງດູແລສຸຂະພາບ ແລະ ຮັບປະກັນຊີວິດສັງຄົມດ້ວຍວິ​ທີ​ທີ່​ຍຸດ​ຕິ​ທໍາ, ມີປະ​ສິດ​ທິ​ຜົນ​.

ຫວຽດນາມ ພະຍາຍາມ​ປັບປຸງລະບົບ​ນະ​ໂຍບາຍ ​ແລະກົດໝາຍ​ກ່ຽວກັບສິດທິ​ມະນຸດ​​ໃຫ້ສົມບູນແບບ

ການ​ລົງທຶນ​ດ້ານ​ການ​ສຶກສາ​ໃຫ້​ເດັກ​ຍິງ ໄດ້ຮັບຄວາມ​ສົນ​ໃຈ​ແບບພິ​ເສດຈາກລັດຖະບານ​ ຫວຽດນາມ. (ພາບ: Plan International Vietnam)

ຕິດພັນການພັດທະນາແບບຍືນຍົງກັບສິດທິມະນຸດ

ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສິດທິ​ມະນຸດ​ແມ່ນ​ໄປ​ຄຽງ​ຄູ່​ກັນໃນບັນດາ​ນະ​ໂຍບາຍ​ຂອງ​ຫວຽດນາມ. ເປັນໜຶ່ງໃນບັນດາ​ປະ​ເທດ​ເຂົ້າ​ຮ່ວມໂຄງການດຳເນີນງານ 2030 ກ່ຽວກັບການ​ພັດທະນາ​ແບບ​ຍືນ​ຍົງຂອງ​ສະຫະ​ປະຊາ​ຊາດຢ່າງຕັ້ງໜ້າ, ຫວຽດນາມ ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຄວບຄູ່​ສິດທິ​ມະນຸດ​ເຂົ້າ​ໃນ​ທຸກ​ດ້ານ​ຂອງ​ການ​ພັດທະນາ. ສິ່ງນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ປະກາດໃຊ້​ລະບົບ 158 ຕົວເລກຄາດໝາຍສະຖິຕິການພັດທະນາແບບຍືນຍົງ ແລະ ກໍ່ສ້າງຂັ້ນຕອນປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດປີ 2030, ຢືນຢັນເຖິງບົດບາດໃຈກາງຂອງສິດທິມະນຸດໃນຂະບວນການພັດທະນາ.

ບັນດາການ​ປະຕິ​ຮູບ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ໃນ​ໄລຍະ​ແຕ່​ປີ 2016 ມາຮອດປະຈຸປັນ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນ​ການ​ຮັບປະກັນ​ສິດທິ​ມະນຸດ. ລັດຖະບານບໍ່ພຽງແຕ່ສຸມໃສ່ການເຕີບໂຕທາງດ້ານເສດຖະກິດເທົ່ານັ້ນ, ຫາກຍັງສ້າງບັນດາເງື່ອນໄຂເພື່ອໃຫ້ສິດທິມະນຸດໄດ້ຮັບການປະຕິບັດຢ່າງຮອບດ້ານ ເຊັ່ນ ການຮັບປະກັນການເຂົ້າເຖິງກັບການສຶກສາ, ການເບິ່ງແຍງທາງສາທາລະນະສຸກ ແລະ ຮັບປະກັນຊີວິດສັງຄົມຢ່າງສະເໝີພາບ. ວິວັດການນີ້ ຍັງລວມມີຄວາມຮັບຜິດຊອບໃນການຕິດຕາມ ແລະ ຕີລາຄາການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ, ຮັບປະກັນຄວາມກະຈ່າງແຈ້ງ ແລະ ຍຸຕິທຳ.

ການປົກປັກຮັກສາສິ່ງແວດລ້ອມ ແລະ ສິດ​ດຳ​ລົງຊີວິດໃນສະພາບສິ່ງແວດລ້ອມທີ່ສະອາດ, ປອດໃສ

ໜຶ່ງແງ່ມູມທີ່​ພິ​ເສດສຳຄັນໃນລະ​ບົບ​ນະ​ໂຍ​ບາຍ​ກ່ຽວກັບ​ສິດ​ທິ​ມະ​ນຸດ​ຂອງ​ຫວຽດ​ນາມ ແມ່ນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ປະ​ກັນ​ສິດ​ດຳ​ລົງ​ຊີ​ວິດໃນສະພາບສິ່ງແວດລ້ອມທີ່ສະອາດປອດໃສ. ກົດໝາຍວ່າດ້ວຍການປົກປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມປີ 2020 ກຳນົດຢ່າງຈະແຈ້ງວ່າ ການປົກປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຕ້ອງຕິດພັນກັບການຮັບປະກັນສິດທິມະນຸດ, ລວມມີສິດທິເດັກນ້ອຍ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ຫວຽດນາມ ກໍ່ເຂົ້າ​ຮ່ວມ​ບັນດາ​ຂໍ້​ລິ​ເລີ່ມ​ສາກົນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢ່າງຕັ້ງໜ້າ. ໃນ​ປີ 2022, ຫວຽດນາມ ​ແລະ ບັນດາປະເທດ G7 ພ້ອມກັນກັບຄູ່​ຮ່ວມ​ມື​ສາກົນ​ຈຳນວນ​ໜຶ່ງ​ ໄດ້​ຮັບຮອງ​ຖະ​ແຫຼ​ງການ​ການ​ເມືອງ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມືກ່ຽວກັບການ​ຫັນ​ປ່ຽນ​ພະລັງງານ​ຍຸດ​ຕິ​ທຳ (JETP), ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ລະດົມ​ທຶນ 15,5 ຕື້ USD ​ເພື່ອ​ໜູນ​ຊ່ວຍ​ຂະ​ບວນການ​ຫັນປ່ຽນ​ພະລັງງານ​ຢູ່​ຫວຽດນາມ. ໂຄງການຜັນຂະຫຍາຍ JETP ຂອງລັດຖະບານພິເສດແມ່ນຖືປັດໄຈຍຸຕິທໍາເປັນສຳຄັນ, ຮັບປະກັນສິດຜົນປະໂຫຍດຂອງບັນດາ​ກຸ່ມຄົນທີ່ຖືກຄວາມສ່ຽງງ່າຍໃນຂະບວນການຫັນປ່ຽນ, ພ້ອມກັນນັ້ນ ກໍ່ຊຸກຍູ້ການສ້າງວຽກເຮັດງານທຳສີຂຽວ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ, ການປະຕິ​ຮູບ​ການ​ບໍລິຫານ ​ເພື່ອ​ຮັບປະກັນ​ສິດທິ​ພົນລະ​ເມືອງ

ຫວຽດນາມ ກໍ່ບັນລຸໄດ້ບັນດາບາດກ້າວ​ບຸກທະລຸ​ທີ່​ສຳຄັນ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ປະຕິ​ຮູບ​ດ້ານ​ການບໍລິຫານ, ​ແມ່ນ​ສອງປັດໄຈຫຼັກແຫຼ່ງ​ໃນ​ການ​ປົກ​ປັກຮັກສາ​ສິດ​ທິຂອງພົນລະ​ເມືອງ. ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ 2019 ​ແມ່ນ​ພື້ນຖານ​ນິຕິ​ກຳ​ທີ່​ໜັກ​ແໜ້ນ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ທີ່​ບໍ່​ລົງ​ລອຍ​ກັນ, ບໍ່​ມີ “​ເຂດຫ້າມ”. ກົດໝາຍສະບັບນີ້ບໍ່ພຽງແຕ່ຊ່ວຍຍົກສູງການຄຸ້ມຄອງລັດຢ່າງມີປະສິດທິຜົນເທົ່ານັ້ນ ຫາກຍັງຮັບປະກັນສິດໄດ້ເຂົ້າເຖິງການບໍລິການສາທາລະນະຢ່າງຍຸດຕິທຳຂອງປະຊາຊົນອີກດ້ວຍ.

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ

ຍສໝ - ວັນທີ 7 ກໍລະກົດ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ສົມທົບກັບ Campus France Viet Nam (ພາກສ່ວນຮັບຜິດຊອບໄປຮຽນຢູ່ຕ່າງປະເທດຂອງສະຖານທູດ ຝຣັ່ງ ປະຈໍາ ຫວຽດນາມ), ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ຝຣັ່ງ (UEVF) ແລະ ມະຫາວິທະຍາໄລ ເກີນເທີ ...

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຍສໝ - ແຕ່​ວັນ​ທີ 7-8 ມິຖຸນາ, ຄະ​ນະປະຕິບັດງານ ຫວຽດນາມ​ ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ​ໄປ​ຢ້ຽມຢາມເຮັດ​ວຽກ​ຢູ່ Fukuoka, ຍີ່ປຸ່ນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.