ສະໜິດຕິດພັນວຽກ​ງານ​ສິດທິ​ມະນຸດ​ຈາກ​ສູນ​ກາງຫາທ້ອງ​ຖິ່ນຢ່າງ​ແໜ້ນ​ແຟ້ນ

09:42 | 10/10/2024

ຍສໝ​​ - ວັນ​ທີ 3 ຕຸລາ​, ຄະນະ​ຊີ້​ນຳ​ສິດທິ​ມະນຸດ​ຂອງ​ລັດຖະບານ ​ໄດ້​ສົມທົບ​ກັບ​ຄະນະ​ຊີ້​ນຳກ່ຽວກັບສິດທິ​ມະນຸດ​ແຂວງ ບິ່ງ​ດິ້ງ ຈັດ​ຕັ້ງ​ກອງ​ປະຊຸມ​ອົບຮົມ​ກ່ຽວກັບສິດທິ​ມະນຸດທົ່ວປະເທດ ຄັ້ງ​ທີ 2 ປີ 2024 ຢູ່​ນະຄອນກຸຍເຍີນ, ແຂວງບິ່ງ​ດິ້ງ.

3 ຂໍ້​ສະ​ເໜີ​ຂອງ VASEA ​ແນ​ໃສ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍທອດ​ເຕັກ​ໂນ​ໂລ​ຢີໃຫ້ ​ຫວຽດນາມ
ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ

ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ໂລກ, ພາກ​ພື້ນ ​ແລະ ພາຍ​ໃນ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ສິດທິ​ມະນຸດ​ຂອງ ຫວຽດນາມ. ພ້ອມ​ກັນ​ນັ້ນ, ກໍ່ໃຫ້ຂໍ້ສັງເກດ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ສາມາດ​ກະທົບ​ໂດຍ​ກົງ​ເຖິງ​ວຽກ​ງານ​ປົກ​ປັກ​ຮັກສາ, ຕໍ່ສູ້​ໃນ​ຂົງ​ເຂດ​ສິດທິ​ມະນຸດ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂຈຸດສຸມ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສະໜິດຕິດພັນວຽກ​ງານ​ສິດທິ​ມະນຸດ​ຈາກ​ສູນ​ກາງຫາທ້ອງ​ຖິ່ນຢ່າງ​ແໜ້ນ​ແຟ້ນ

ບັນຍາກາດທີ່ກອງ​ປະ​ຊຸມ.

ກອງ​ປະຊຸມ​ໂດຍສະຫາຍພົນຕີ ເລກວັກຮຸ່ງ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຮອງລັດຖະມົນຕີກະຊວງ​ຕຳຫຼວດ, ຮອງ​ຫົວໜ້າ​ຄະນະຜູ້ປະຈຳຄະນະ​ຊີ້​ນຳ​ສິດທິ​ມະນຸດ​ລັດຖະບານ ເປັນປະທານ.

ກອງ​ປະຊຸມ ໄດ້​ດຳ​ເນີນໃນ​ສະພາບ​ທີ່​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ​ສືບ​ຕໍ່​ປະສົບ​ກັບ​ຜົນ​ກະທົບ​ຫຼາຍຢ່າງທີ່ຫຍໍ້ທໍ້, ຜົນສະທ້ອນຂອງສະພາບການໂລກ, ພາກ​ພື້ນ, ພ້ອມ​ກັນນັ້ນແມ່ນບັນດາ​ສິ່ງ​ທ້າ​ທາຍ​ທີ່​ພົ້ນ​ຂຶ້ນສົ່ງ​ຜົນ​​ກະທົບບໍ່ໜ້ອຍເຖິງ​ບັນດາ​ໝາກຜົນ​ພັດທະນາ​ເສດຖະກິດ - ສັງຄົມ.

ຫວຽດນາມ ໄດ້ເສີມຂະຫຍາຍບົດບາດ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄລຍະ 2023 – 2025 ດ້ວຍຂີດໝາຍ, ຂໍ້​ລິ​ເລີ່​ມຫຼາຍ​ຢ່າງ; ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ, ມີປະສິດທິຜົນ; ບັນລຸ​ໄດ້​ຜົນງານ​ຫຼາຍ​ຢ່າງ​ໃນ​ວຽກງານ​ຮັບປະກັນ, ຊຸກຍູ້​ສິດທິ​ມະນຸດ, ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮູ້, ຕີ​ລາຄາ​ສູງ​ຈາກ​ສາກົນ. ຫວຽດນາມ ​​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ປົກ​ປັກ​ຮັກສາ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະຕິບັດບັນດາສົນທິສັນຍາສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ຂອບ​ເຂດ​ກອງປະຊຸມ​ປະຈຳປີ ຄັ້ງ​ທີ 57 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບຮອງ​ໝາກຜົນຂອງ​ບົດ​ລາຍ​ງານ​ການກວດກາ​ຄືນປະຈຳໄລຍະສັງລວມ UPR ຮອບ​ວຽນ IV ສຳ​ລັບ​ຫວຽດ​ນາມ.

ທີ່​ກອງ​ປະຊຸມ, ບັນດາຜູ້ລາຍງານ​ໄດ້​ນຳ​ສະ​ເໜີ​ບັນດາ​ຫົວ​ຂໍ້​ຄື: ຍຸ້ແຮງຂໍ້​ມູນການຕ່າງປະ​ເທດກ່ຽວ​ກັບ​ສິດທິ​ມະນຸດ ແລະ ການຕໍ່ສູ້ປະຕິເສດບັນດາທັດສະນະ​ທີ່​ຜິດເຂວ, ​ເປັນ​ສັດຕູ; ຮັບຮູ້ຄົ້ນພົບການ​ເຄື່ອນ​ໄຫວ​ສວຍໃຊ້​ສິດ​ເສລີ​ໃນ​ການ​ເຊື່ອ​ຖື, ສາສະໜາ ​ເພື່ອ​ຕ້ານ ແລະ ທຳລາຍ​ຫວຽດນາມ; ຮັບປະກັນສິດຂອງຊົນເຜົ່າສ່ວນໜ້ວຍ; ຮັບຮູ້ການ​ເຄື່ອນ​ໄຫວ​ທີ່​ສວຍ​ໃຊ້​ສິດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເພື່ອ​​ຕ້ານ ແລະ ທຳລາຍຫວຽດນາມ ​ແລະ ວຽກງານ​ຕໍ່ສູ້​ຂອງ​ຫວຽນນາມ...

ສະໜິດຕິດພັນວຽກ​ງານ​ສິດທິ​ມະນຸດ​ຈາກ​ສູນ​ກາງຫາທ້ອງ​ຖິ່ນຢ່າງ​ແໜ້ນ​ແຟ້ນ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ກອງ​ປະຊຸມ​ໄດ້​ກຳນົດ​ໜ້າ​ທີ່​ວຽກ​ງານ​ຈຸດສຸມ​ໃນ​ໄລຍະ​ຈະ​ມາ​ເຖິງ ເພື່ອສືບ​ຕໍ່ຍົກສູງປະສິດທິ​ຜົນຂອງວຽກງານ​ຮັບປະກັນ, ຕໍ່ສູ້, ​ໂຄສະນາ​ເຜີຍ​ແຜ່ກ່ຽວກັບສິດທິ​ມະນຸດ, ​ໃນ​ນັ້ນລວມມີ: ສືບ​ຕໍ່​ເພີ່ມ​ທະວີວຽກງານປະຕິບັດນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ການ​ຮັບປະກັນ​ສິດທິ​ມະນຸດ; ກໍ່ສ້າງບັນດາໂຄງການ, ແຜນການພັດທະນາເສດຖະກິດ, ສັງຄົມ, ຫຼຸດຜ່ອນຄວາມທຸກຍາກ, ອຸປະຖຳສັງຄົມ, ຮັບປະກັນຊີວິດສັງຄົມ, ນະໂຍບາຍແຮງງານ, ວຽກເຮັດງານທຳ; ຮັບປະກັນສິດເສລີໃນການເຊື່ອຖື, ສາສະໜາ; ​ເພີ່ມ​ທະວີ​ວຽກງານ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ເຊື່ອ​ຖື, ສາສະໜາ​ຢູ່​ທ້ອງ​ຖິ່ນ; ຄົ້ົ້ນພົບ, ແກ້ໄຂບັນດາ​ບັນຫາ​ສັບສົນ​ທີ່​ເກີດ​ຂຶ້ນ​ໃນບັນດາ​ສາສະໜາຢ່າງທັນການ, ບໍ່ໃຫ້ສ້າງຂຶ້ນເປັນ “​ຈຸດ​ຮ້ອນ” ກ່ຽວກັບຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ໝັ້ນຄົງ; ເປັນເຈົ້າການໃນການຜັນຂະຫຍາຍວຽກງານ​ເກັບ​ກຳ​ຂໍ້​ມູນ, ຕີ​ລາຄາ, ຄາດ​ຄະ​ເນ​ສະພາບ​ການ​ຢ່າງ​ໃກ້​ຊິດ, ຖືກຕ້ອງ​ເພື່ອ​ມີ​ແຜນການ​ຕໍ່ສູ້, ສະກັດ​ກັ້ນ, ເຮັດໃຫ້ໝົດຜົນສັກສິດກ່ຽວກັບການ​ເຄື່ອນ​ໄຫວ​ສວຍ​ໃຊ້​ບັນຫາປະຊາທິປະ​ໄຕ, ສິດທິ​ມະນຸດຂອງບັນດາກຳລັງ​ສັດຕູ, ພິເສດແມ່ນການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ພາຍ​ໃນ - ພາຍນອກ, ຊີ້​ນຳຕ້ານ ແລະ ທຳລາຍຫວຽດ​ນາມ ໃນ​ບັນ​ດາເວລາທີ່ດຳເນີນ​ບັນ​ດາ​ເຫດ​ການ​ການ​ເມືອງ​ສຳ​ຄັນ.

ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ປະສິດທິ​ຜົນບັນດາດ້ານ​ວຽກ​ງານ​ຂອງ​ຄະນະ​ຊີ້​ນຳ​ສິດທິ​ມະນຸດ​ທ້ອງ​ຖິ່ນ. ບັນດາປະສົບການທີ່ເປັນປະໂຫຍດ, ຂໍ້ມູນທີ່ໄດ້ອັບເດດໃນກອງປະຊຸມຄັ້ງນີ້ ຈະເປັນພື້ນຖານໃຫ້ແກ່ພະນັກງານນໍາໃຊ້ເຂົ້າໃນວຽກງານທ້ອງຖິ່ນ, ເປັນແຫຼ່ງເອກະສານທາບທາມ ເພື່ອຈັດຕັ້ງບັນດາຊຸດຝຶກອົບຮົມໃຫ້ກຳລັງພະນັກງານຂັ້ນຮາກຖານ; ປະກອບສ່ວນ​ຢ່າງ​ແທດຈິງ​ເຂົ້າ​ໃນ​ການ​ເຊື່ອມຕໍ່ທີ່ແໜ້ນແຟ້ນວຽກ​ງານ​ຮັບປະກັນ, ປົກ​ປັກ​ຮັກສາ ​ແລະ ຕໍ່ສູ້​ກ່ຽວກັບສິດທິ​ມະນຸດ​ຈາກ​ສູນ​ກາງ​ເຖິງ​ທ້ອງ​ຖິ່ນ.

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ ຈະ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ພາກ​ພື້ນ ອາ​ຊຽນ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ ຈະ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ພາກ​ພື້ນ ອາ​ຊຽນ

ຍສໝ - ສິ່ງສຳຄັນແມ່ນສອງຝ່າຍອາດຈະສຸມໃສ່ຊຸກຍູ້ການຄ້າສອງສົ້ນຢ່າງແຮງ ແລະ ຍືນຍົງກ່ວາ, ພ້ອມທັງຊອກຫາວິທີການຮ່ວມມືຢ່າງແໜ້ນແຟ້ນກ່ວາ, ລວມມີການພັດທະນາບັນດາຜະລິດຕະພັນກະສິກຳ ແລະ ປູກລ້ຽງສິນໃນນ້ຳ

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ

​ຍ​ສ​ໝ - ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ລຶວກວາງ ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ສານ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ, ຄວາມ​ມານະ​ພະຍາຍາມຢ່າງ​ແຮງ ​ແລະ ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ, ຮັບປະກັນ​ສິດທິ​ມະນຸດ; ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ ເຂົ້າ​ໃຈ ​ແລະ ​ເຄົາລົບ​ບັນດາ​ລັກສະນະ​ປະຫວັດສາດສະເພາະ.

ມີງດຶກ

ເຫດການ
302 Found

Found

The document has moved here.