ຮູບລຸງໂຮ່ - ກໍາລັງໃຈເພື່ອໃຫ້ຂ້າພະເຈົ້າພະຍາຍາມສຶກສາຮໍ່າຮຽນ ແລະ ເຝິກຝົນຫຼໍ່ຫຼອມ

00:00 | 30/07/2023

ຍສໝ-ໂດຍເຄີຍ​ໄດ້​ດຳລົງ​ຊີວິດ​ຢູ່​ປະ​ເທດຫວຽດນາມ​ທີ່​ຮັກແພງແຂກ​ຄົນ, ຂ້າພະ​ເຈົ້າກໍຄືໝູ່​ເພື່ອນຂອງຕົນ ກໍ​ມີ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ ​ແລະ ບັນດາຂອງທີ່ລະນຶກ​ອັນ​ລ້ຳ​ຄ່າ​ທີ່​ຂ້າພະ​ເຈົ້າ​ເມື່ອໃດກໍຮັກສາ, ຖະນຸຖະໜອມ, ພິ​ເສດ​ແມ່ນ​ຮູບ​ຖ່າຍ​ປະທານ ໂຮ່ຈີມິນ ໂດຍ ທ່ານນາງ ຫງວຽນ​ທິຢວານ (ອະດີດ​ຮອງ​ປະທານ​ປະ​ເທດ ຫວຽດນາມ) ​​ມອບ​ໃຫ້​ໃນ​ໂອກາດທີ່ທ່ານນາງໄປເຂົ້າຮ່ວມພິທີຕ້ອນຮັບສົກຮຽນໃໝ່ 2015-2016 ທີ່ທຳນຽບປະທານປະເທດ...

ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ
ນັກ​ຮຽນຮູ້​ຈີນ ​ຢືນ​ຢັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຕໍ່​ຫວຽດ​ນາມ​ໃນ​ໜ້າທີ່​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ນັກ​ຮຽນຮູ້​ຈີນ ​ຢືນ​ຢັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຕໍ່​ຫວຽດ​ນາມ​ໃນ​ໜ້າທີ່​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ປີ 2011 ຂ້າພະ​ເຈົ້າ​ແມ່ນ​ໜຶ່ງ​ໃນ​ບັນດາ​ພະນັກງານ​ໜຸ່ມ​ທີ່ກໍາລັງ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແຂວງ​ຫຼວງ​ພະ​ບາງ ຖືກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ສົ່ງ​ໄປ​ຮຽນ​ຢູ່​ ສສ ຫວຽດນາມ (2011-2012). ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮຽນກຽມພາສາ​ຫວຽດນາມ ຢູ່​ໂຮງຮຽນ​ມິດຕະພາບ 80, ​ໂຮງຮຽນແຫ່ງຄວາມ​ສາມັກຄີ, ການ​ຮ່ວມ​ມື, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສາມປະເທດ​ອ້າຍ​ນ້ອງ​ຢູ່​ແຫຼມ​ອິນ​ດູ​ຈີນ. ໃນປີ 2012-2016, ຂ້າພະເຈົ້າໄດ້ສຶກສາຮໍ່າຮຽນຢູ່ສະຖາບັນໂຄສະນາ ແລະ ຂ່າວສານ (ຫວຽດນາມ) ສາຍການເມືອງວິທະຍາ. ພາຍຫຼັງ​ນັ້ນໄລຍະ​ໜຶ່ງ, ​​ປີ 2018-2020 ຂ້າພະ​ເຈົ້າ​​ສືບ​ຕໍ່ໄດ້ໄປ​ຮຽນ​ຕໍ່​ລະດັບ​ປະລິນຍາ​ໂທ​ ສາຍການເມືອງວິທະຍາ ​ຢູ່​ສະຖາບັນການ​ເມືອງ​ແຫ່ງ​ຊາດ (ຫວຽດນາມ) ​ທີ່ມີ​ຊື່​ເອີ້ນຂອງ​ທ່ານ​ປະທານ ​ໂຮ່ຈີ​ມິນ.

ຮູບລຸງໂຮ່ - ກໍາລັງໃຈເພື່ອໃຫ້ຂ້າພະເຈົ້າພະຍາຍາມສຶກສາຮໍ່າຮຽນ ແລະ ເຝິກຝົນຫຼໍ່ຫຼອມ
ຮູບລຸງໂຮ່

ປີ 2022 ເປັນ​ປີ​ທີ່​ໜ້າ​ຈື່​ຈຳ ເມື່ອຂ້າ​ພະ​ເຈົ້າ​ໄດ້ຖືກ​ສົ່ງໄປເປັນນັກຄົ້ນຄວ້າສາຍການເມືອງວິທະຍາ ​ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ. ​ໃນ​ໄລຍະເວລາ​ດຳລົງ​ຊີວິດ ​ແລະ ສຶກສາ​ຮ່ຳຮຽນ​ຢູ່ ຫວຽດນາມ, ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ແບ່ງປັນ ​ແລະ ລະດົມກຳລັງໃຈຈາກ​ບັນດາ​ນັກ​ສຶກສາ​ລາວ ​ແລະ ນັກ​ສຶກສາຫວຽດນາມ… ໂດຍສະເພາະ​ແມ່ນ​ໃນ​ພິທີ​ຕ້ອນຮັບ​ສົກຮຽນ​ໃໝ່ 2015-2016 ທີ່​ທຳນຽບປະທານ​ປະ​ເທດ ​ໂດຍ​ສະຖານທູດ​ລາວ ປະຈຳ ຫວຽດນາມ ຈັດຕັ້ງ, ຂ້າພະ​ເຈົ້າ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ສຶກສາ​ລາວ ທີ່​ຕາງໜ້າ​ໃຫ້​ນັກ​ສຶກສາ​ຕ່າງປະເທດ 100 ກວ່າ​ຄົນ​ຂອງ​ສະຖາບັນ​ໂຄສະນາ ແລະ ຂ່າວສານ ​ເຂົ້າ​ຮ່ວມ​ທີ່ພິທີນີ້.

ຢູ່​ທີ່​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ຫງວຽນ​ທິຢວານ, ອະດີດ​ຮອງ​ປະທານ​ປະ​ເທດ ຫວຽດນາມ. ​ໄດ້​ໂອ້​ລົມສົນທະນາ ​ແລະ ​ແບ່ງປັນ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງຕົນໃນໄລຍະເວລາມາຮຽນຢູ່ຫວຽດນາມກັບ ​ທ່ານ​ນາງ ຫງວຽນ​ທິຢວານ, ທ່ານນາງໄດ້​ລະດົມກຳລັງໃຈໃຫ້​​ນັກສຶກສາ​ລາວພວກຂ້າພະເຈົ້າ ເມື່ອໃດກໍຕ້ອງ​ມານະ​ພະຍາຍາມ​ຮ່ຳຮຽນ, ນຳ​​ຄວາມ​ຮູ້​ທີ່​ໄດ້​ຮ່ຳຮຽນ​ກັບເມືອ​ສ້າງສາ​ປະ​ເທດ​ລາວໃຫ້​ນັບ​ມື້​ນັບ​ພັດທະນາ, ພວກ​ຂ້າພະ​ເຈົ້າ​ຍາມໃດກໍຮູ້ສຶກ​ດີ​ໃຈ​ຫຼາຍ. ​ໃນ​ການ​ໂອ້​ລົມ​ສົນທະນາ, ທ່ານນາງ​ໄດ້​ມອບ​ຮູບພາບເຄິ່ງຄີງ​ລຸງ​ໂຮ່​ໃຫ້​ຂ້າພະ​ເຈົ້າ ​ແລະ ​ແບ່ງປັນ​ກັບ​ຂ້າພະ​ເຈົ້າ ກໍຄືນັກ​ສຶກສາ​ລາວ ກ່ຽວ​ກັບ​ຊີວິດ, ພາລະກິດ ​ແລະ ການ​ອຸທິດສ່ວນ​ຂອງ​ປະທານ ​ໂຮ່ຈີ​ມິນ ຕໍ່ປະເທດ ຫວຽດນາມ. ຂ້າພະ​ເຈົ້າຮູ້ສຶກ​ນັບຖື ​ແລະ ຮູ້ບຸນຄຸນ​ຕໍ່​ການ​ນຳ​ທ່ານ​ນີ້, ​ເພາະວ່າ​ເພິ່ນ​ໄດ້​ນຳ​ຄວາມ​ຜາ​ສຸກ​ມາ​ໃຫ້​ປະເທດຫວຽດນາມ ​ແລະ ​ໄດ້​ເຊື່ອມ​ຕໍ່ນ້ຳ​ໃຈ​ສາມັກຄີລະຫວ່າງສອງປະເທດ ຫວຽດນາມ - ລາວ ​ເປັນ​ປະຊາ​ຄົມ​ມິດຕະພາບ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ຂ້າພະ​ເຈົ້າຮູ້ສຶກ​ດີ​ໃຈ​ທີ່​ໄດ້​ດຳລົງ​ຊີວິດ ​ແລະ ສຶກສາຮ່ຳຮຽນ​ຢູ່​ຫວຽດນາມ ເຊິ່ງເປັນປະເທດທີ່ເຕັມໄປດ້ວຍຄວາມຮັກແພງແຂກຄົນນີ້.

ເມື່ອ​ທ່ານ​ນາງ ຫງວຽນ​ທິຢວານ, ອະດີດ​ຮອງ​ປະທານ​ປະ​ເທດ ຫວຽດນາມ ໄດ້ມອບຂອງຂ ວັນ ​ເຊິ່ງ​ແມ່ນ​ຮູບ​​ປະທານ ​ໂຮ່ຈີ​ມິນ, ຂ້າພະ​ເຈົ້າ​ຍາມ​ໃດ​ກໍຖະນຸຖະໜອມ ແລະ ​ວາງໄວ້ຢູ່ເທິງ​ໂຕະເຮັດວຽກ ​ເພື່ອ​ເປັນ​ກຳລັງໃຈ​​ໃຫ້​ຂ້າພະ​ເຈົ້າ​ມານະ​ພະຍາຍາມ​ຮ່ຳຮຽນ ​ເພື່ອ​ບັນລຸ​ໄດ້​​ບັນດາຜົນການຮຽນທີ່ດີ, ນຳຄວາມຮູ້ຂອງຕົນກັບເມືອເພື່ອນຳໃຊ້ເຂົ້າໃນວຽກງານ, ສ້າງສາແຂວງຫຼວງພະບາງ ເວົ້າສະເພາະ ແລະ ປະເທດລາວ ເວົ້າລວມ ໃຫ້ນັບມື້ນັບສວຍງາມ ແລະ ພັດທະນາ... ພາຍຫຼັງກັບເມືອປະເທດ, ຂ້າພະເຈົ້າໄດ້ເອົາຮູບດັ່ງກ່າວ ແລະ ຮູບຂອງປະທານປະເທດລາວ - ທ່ານ​ ໄກສອນ ພົມວິຫານ ​ຕັ້ງໄວ້ຢູ່ບ່ອນສູງສຸດ, ເພື່ອເຫັນແລ້ວ ຂ້າພະ​ເຈົ້າ​ກໍມີ​ກໍາລັງໃຈມານະພະຍາຍາມສູ້ຊົນໃນ​ວຽກ​ງານ ​ແລະ ຊີວິດຕື່ມອີກ. ສໍາ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ຮູບ​ຖ່າຍ​ປະ​ທານ ​ໂຮ່​ຈິ​ມິນ ​ແມ່ນ​ຂອງທີ່ລະນຶກອັນ​ລ້ຳ​ຄ່າ​ທີ່​ສຸດ, ​ຂອງ​ຂວັນ​ທີ່​ຮັກແພງ​ທີ່​ສຸດ​ໃນເວລາທີ່ຂ້າພະເຈົ້າຮໍ່າ​ຮຽນ​ຢູ່​ຫວຽດ​ນາມ ແລະ ​ກັບ​ເມືອ​ປະເທດ. ໃນສະພາບການໃດກໍຕາມ, ເວລາຮູ້ສຶກໂສກເສົ້າ ຫຼື ມີຄວາມສຸກ, ຂ້າພະເຈົ້າຍາມໃດກໍຖືວ່າມັນເປັນກໍາລັງໃຈຂອງຕົນເພື່ອຈະພະຍາຍາມສູ້ຊົນໃນຊີວິດ. ຍ້ອນແນວນັ້ນ ນີ້ກໍເປັນການຕັກເຕືອນໃຫ້ລູກຫລານຕ້ອງຈື່ຈຳບັນດາສິ່ງທີ່ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນປະເທດລາວ. ​ແລະນັ້ນກໍ​ແມ່ນ​ນໍ້າໃຈ​ອັນ​ພິ​ເສດ​ຂ້າພະ​ເຈົ້າ ​ແລະ ປະຊາຊົນ ຫວຽດນາມ ​ທີ່ມີຕໍ່ຜູ້ເປັນ​ພໍ່​ຂອງ​ຊາດ, ປະທານ ​ໂຮ່ຈີ​ມິນ.

ຮູບລຸງໂຮ່ - ກໍາລັງໃຈເພື່ອໃຫ້ຂ້າພະເຈົ້າພະຍາຍາມສຶກສາຮໍ່າຮຽນ ແລະ ເຝິກຝົນຫຼໍ່ຫຼອມ
​ທ່ານ​ນາງ ຫງວຽນ​ທິຢວານ ​ມອບຂອງຂວັນໃຫ້ແກ່ນັກສຶກສາລາວ

ຖ້າ​ຫາກ​ຂ້າພະ​ເຈົ້າ​ສາມາດ​ຫວນ​ຄືນໄປ​ເວລາ​ທີ່​ທ່ານ​ນາງ ຫງວຽນ​ທິຢວານ ​ມອບ​ຮູບຖ່າຍ​ປະທານ ​ໂຮ່ຈີ​ມິນ, ຂ້າພະ​ເຈົ້າ ອາດຈະ​ແບ່ງປັນກ່ຽວກັບຄວາມ​ຮູ້ສຶກ​ຂອງຕົນເມື່ອ​ໄດ້ມາຫວຽດນາມດຳລົງ​ຊີວິດ ​ແລະ ຮ່ຳຮຽນຫຼາຍກວ່ານີ້ອີກ. ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ຕາງໜ້າ​ໃຫ້​ບັນດາ​ນັກສຶກສາ​ລາວ ມາ​​ສະ​ແດງ​ຄວາມ​ຮູ້ສຶກ ​ແລະ ຄວາມ​ຄິດ​ເຫັນຂອງຕົນທີ່ມີ​ຕໍ່​ປະ​ເທດ​ຫວຽດນາມທີ່​ສວຍ​ງາມ​, ຊາວ​ຫວຽດນາມ​ທີ່​ມີ​ນ້ຳ​ໃຈ​ມິດຕະພາບ…. ພິ​ເສດ​ແມ່ນຄວາມເຄົາລົບຮັກ​ຕໍ່​ປະທານ ​ໂຮ່ຈີ​ມິນ ທີ່​ເຄົາລົບນັບຖື ແລະ ຮັກແພງ… ນັ້ນ​ແມ່ນ​ຫຼັກ​ຖານແຫ່ງ​​ຄວາມ​ຮັກ​ແພງ​ອັນ​ພິ​ເສດ​ຂອງ​ບັນດານັກສຶກສາ​ລາວ​ຄື​ຂ້າພະ​ເຈົ້າ ມີຕໍ່​ປະທານ ​ໂຮ່ຈີ​ມິນ, ຜູ້ເປັນພໍ່​​ທີ່​ຮັກ​ແພງ ​ແລະ ປະເທດຫວຽດນາມ​ທີ່ເປັນມິດ, ຮັກຫອມສັນຕິພາບ. ​ ຂ້າພະ​ເຈົ້າ​ຈະ​ມອບ​ຂອງຂວັນອັນ​ພິ​ເສດ​ໃຫ້​ທ່ານ​ນາງ ຫງວຽນ​ທິຢວານ, ​ນັ້ນແມ່ນ​ຮູບ​ຂອງ​ທ່ານ ​ໄກສອນ ພົມວິຫານ - ປະທານ​ປະ​ເທດ ສປປ​ລາວ. ນັ້ນກໍແມ່ນເພື່ອ​ສະ​ແດງຄວາມ​ຮັກແພງແຂກຄົນ, ຄວາມ​ປິ​ຕິ​ຍິນ​ດີ​ທີ່​ໄດ້​ພົບ​ປະ​ທ່ານນາງອີກເທື່ອໜຶ່ງ ​ແລະ ຫວັງ​ວ່າ​ທ່ານນາງຈະ​ມີ​ຄວາມ​ຮູ້ສຶກທີ່​ພິ​ເສດ​ຕໍ່​ປະ​ເທດ​ລາວ​ທີ່​ສວຍ​ງາມ ​ຄື​ດັ່ງ​ບັນດາບົດ​ກະວີ​ຂອງ​ການ​ນຳ​ສອງ​ປະ​ເທດ​ທີ່​ສະ​ແດງ​ໃຫ້​ເຫັນ​ສາຍພົວພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ​ລາວ-ຫວຽດນາມ “ຮັກຫອມກັນໝາຍໝັ້ນ ຫລາຍສັນພູກໍ່ປີນໄຕ່, ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍ່ດຸ່ງໄປ. ສອງຊາດ ລາວ - ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”... “ແມ່ນໍ້າອາດຈະບົກແຫ້ງ, ພູເຂົາອາດຈະເຈື່ອນ... ແຕ່ການພົວພັນມິດຕະພາບລະຫວ່າງ ລາວ-ຫວຽດນາມ ຈະຍືນຍົງຕະຫຼອດໄປ...”

ສະເດັດເຈົ້າ ສຸພານຸວົງ ເຄີຍກ່າວໄວ້ວ່າ: “ສາຍພົວພັນມິດຕະພາບລະຫວ່າງປະຊາຊົນ ລາວ-ຫວຽດນາມ ຍິ່ງໃຫຍ່ທີ່ສຸດ,​ເຊິ່ງບໍ່ມີບົດເພງ, ບົດກະວີໃດສາມາດຍ້ອງຍໍສັນລະເສີນໝົດໄດ້. ນ້ຳໃຈສາມັກຄີ ລາວ-ຫວຽດນາມ ສູງກວ່າພູຜາໃດໆ, ຍາວກວ່າແມ່ນໍ້າທຸກສາຍ, ກວ້າງໃຫຍ່ກວ່າມະຫາສະໝຸດ, ສວຍງາມກວ່າດວງເດືອນໃນວັນເພັງ, ຫອມກວ່າດອກໄມ້ທີ່ຫອມທີ່ສຸດ. ນໍ້າໃຈມິດຕະພາບ​ອັນ​ດີງາມ​ນັ້ນ, ​ໄດ້​ຮັບ​ການເພີ່ມພູນຄູນສ້າງດ້ວຍ​ຈິດ​ໃຈ​ອັນ​ບໍລິສຸດ, ບໍ່​ມີ​ສັດຕູ​ໂຕໃດໆສາມາດ​ທຳລາຍ​ໄດ້…”

ເຊິ່ງ​ເປັນ​ຜູ້​ທີ່ເຄີຍໄດ້​ດຳ​ລົງ​ຊີ​ວິດ ແລະ ສຶກສາຮ່ຳ​ຮຽນ​ຢູ່​ປະເທດຫວຽດ​ນາມ ເປັນເວລາຍາວນານສົມຄວນ, ສະນັ້ນ ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ ແລະ ຮ້ອງເປັນ​ເພງ​ຫວຽດ​ນາມ ​ໄດ້ຢ່າງ​ຊໍານິຊໍານານ. ພິ​ເສດ, ໃນ​ການ​ພົບ​ປະ​ແລກ​ປ່ຽນ​ຢູ່​ໂຮງ​ຮຽນ ແລະ ເມື່ອ​ມີ​ຄະ​ນະ​​ຫວຽດ​ນາມ ມາ​ຢ້ຽມຢາມຢູ່ ລາວ, ຂ້າ​ພະ​ເຈົ້າກໍ​ສາ​ມາດ​ຕາງ​ໜ້າ​ພະນັກງານ​ຢູ່​ຫ້ອງ​ການ​ ​ໄປ​ແລກ​ປ່ຽນກັບຄະນະ​ເປັນ​ພາ​ສາ​ຫວຽດ​ນາມ. ສິ່ງ​ທີ່​ໜ້າ​ຈັບໃຈ​ນັ້ນ​ແມ່ນຄື​ຂ້າພະ​ເຈົ້າ​ສາມາດ​ຈື່​ຈຳ ​ແລະ ​ຮ້ອງ​ເພງ “ຮ່າ​ໂນ້ຍ-​ວຽງຈັນ”, ​ແຕ່ງໂດຍ ບຸນປະສົງ ສາຍເຊກະໝານ, ເນື້ອເພງເປັນພາສາຫວຽດ ບຸນປະສົງ ສາຍເຊກະໝານ, ມິງ ກວາງ. ບົດເພງມ່ວນ ແລະ ມີຄວາມໝາຍຫຼາຍ.

ຖ້າ​ໄດ້ກັບມາປະເທດ ຫວຽດນາມ ອີກເທື່ອຫນຶ່ງ, ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ພົບກັບໝູ່​ເພື່ອນ​ຄົນ ຫວຽດນາມ ຂອງຕົນ​ອີກ ​ເພື່ອ​ສາມາດ​ໄປ​ຍັງ​ບັນດາ​ສະຖານ​ທີ່ທີ່​ຍັງ​ບໍ່​ທັນເຄີຍໄປ​ກັບ​ເຂົາ​ເຈົ້າ ເພື່ອໄປທ່ຽວຊົມ ​ແລະ ຊອກ​ຮູ້​ກ່ຽວກັບວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ໃຫ້ຫຼາຍກວ່າອີກ. ໃນ​ຖາ​ນະ​ເປັນ​ພະນັກງານຂອງສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາວ່າ​ ສອງພັກ, ສອງ​ປະ​ເທດ ຈະ​ສືບ​ຕໍ່​ເສີມຂະຫຍາຍການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ, ​ເພື່ອ​ໃຫ້​ປະຊາຊົນ​ລາວຄື​​ພວກ​ຂ້າພະເຈົ້າ ​ແລະ ​ເພື່ອນ​ຫວຽດນາມ ມີ​ໂອກາດໄດ້​ແລກປ່ຽນ ​ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ໃນ​ໜ້າທີ່ການງານ ແລະ ​ຊີວິດໃຫ້ຫຼາຍກວ່າອີກ.

ຫອມມາລາ

ເຫດການ
302 Found

Found

The document has moved here.